ລັດທະທຳມະນູນ

34 ປີ ການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ

ລັດຖະທຳມະນູນ ​ແຫ່ງ ສປປ ລາວ ແມ່ນກົດຫມາຍພື້ນຖານຂອງຊາດ ທີ່ຫັນເອົາແນວທາງປ່ຽນແປງໃຫມ່ຢ່າງຮອບດ້ານທີ່ມີຫລັກການຂອງພັກ ມາເປັນເນື້ອໃນພື້ນຖານ ເຊິ່ງໄດ້ກຳນົດແຈ້ງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ກົງຈັກການຈັດຕັ້ງລັດປະຊາທິປະໄຕປະຊາຊົນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະຂອງພົນລະເມືອງ, ພາສາ, ຕົວອັກສອນ, ເຄື່ອງຫມາຍຊາດ, ເພງຊາດ, ສະກຸນເງິນ ແລະ ນະຄອນຫລວງປະເທດ.