ລາວ-ຈີນ

ບົດຮຽນຈາກສ ປ ຈີນ “ການຄຸ້ມຄອງສັງຄົມໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ແລະ ການປະດິດສ້າງໃໝ່ລະບົບສັງຄົມ”

ບົດຮຽນຈາກສ ປ ຈີນ ການຄຸ້ມຄອງສັງຄົມໃນຍຸກສະໄໝແຫ່ງຂໍ້ມູນ-ຂ່າວສານ ແລະ ການປະດິດສ້າງໃໝ່ລະບົບສັງຄົມ ສະເໜີໂດຍ: ສະຫາຍ ຈາງ ອີ້ ຄະນະບໍດີສະຖາບັນຍຸດທະສາດການພັດທະນາສັງຄົມ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດຈີນ ນັບຕັ້ງແຕ່ລິເລີ່ມການປະຕິຮູບ ແລະເປີດປະຕູສູ່ພາຍນອກ, ຄຽງຄູ່ກັບການພັດທະນາຢ່າງ ໄວວາດ້ານເສດຖະກິດ ແລະສັງຄົມ ຂອງປະເທດຈີນ, ການດໍາລົງຊີວິດຂອງປະຊາຊົນ ໄດ້ມີ ການປ່ຽນແປງຢ່າງເລິກເຊິ່ງເຊັ່ນ:ລະບົບ “ຄົນໃນຂະແໜງການ” ແລະ “ການບໍລິຫານ” ແບບເດີມທີ່ໄດ້ ສ້າງຂຶ້ນບົນພື້ນຖານຂອງສັງຄົມຖິ່ນຖານກຳເນີດ ທີ່ຄົນໃນສັງຄົມນັ້ນຮູ້ຈັກສະໜິດສະໜົມກັນປ່ຽນ ເປັນລະບົບ “ຄົນໃນສັງຄົມ” ແລະ “ການຄຸ້ມຄອງ” ທີ່ອີງໃສ່ການຍົກຍ້າຍຖິ່ນຖານ ແລະສັງຄົມທີ່ຄົນ ບໍ່ຄຸ້ນເຄີຍກັນ. ເຖິງແມ່ນວ່າການປ່ຽນແປງຈາກການຄຸ້ມຄອງສັງຄົມ ໄປສູ່ ການປົກຄອງສັງຄົມ ແມ່ນພຽງແຕ່ຄໍາສັບຫນຶ່ງທີ່ແຕກຕ່າງກັນ, ແຕ່ມັນສະທ້ອນໃຫ້ເຫັນເຖິງການປ່ຽນແປງຢ່າງເລິກເຊິ່ງ ຂອງແນວຄິດ ແລະລະບົບການປົກຄອງ ເຊິ່ງຮຽກຮ້ອງໃຫ້ມີການຊຸກຍູ້ການປະດິດສ້າງໃໝ່ ຂອງ ລະບົບສັງຄົມໂດຍຜ່ານການປະຕິຮູບ ທີ່ສະແດງໃຫ້ເຫັນເຖິງແນວຄິດການມີສ່ວນຮ່ວມຈາກຫຼາຍ ພາກສ່ວນ ແລະການຄຸ້ມຄອງຮ່ວມກັນພາຍໃຕ້ການນໍາພາຂອງພັກ ເຊິ່ງເປັນການສະທ້ອນໃຫ້ເຫັນ ເຖິງຄວາມກົມກຽວອັນດີງາມລະຫວ່າງອໍານາດການປົກຄອງລັດ ທີ່ນໍາພາໂດຍການຈັດຕັ້ງຂອງພັກ ກັບການປົກຄອງຕົນເອງ ແລະແກ້ໄຂບັນຫາດ້ວຍຕົນເອງຂອງສັງຄົມ. ກ້າວເຂົ້າຍຸກສະໄໝໃໝ່, ລະບົບສັງຄົມຂອງປະເທດຈີນໄດ້ຮັບການປະຕິຮູບຢ່າງ ເລິກເຊິ່ງ. […]

ເອກອັກຄະລັດຖະທູດແຫ່ງສ ປຈີນ ປະຈຳສປປ ລາວ ເຂົ້າຢ້ຽມຄຳນັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ເອກອັກຄະລັດຖະທູດແຫ່ງສ ປຈີນ ປະຈຳສປປ ລາວ ເຂົ້າຢ້ຽມຄຳນັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ     ໃນຕອນບ່າຍວັນທີ 21 ສິງຫາ 2024 ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກສະຫາຍ ນ. ຟັ່ງຫົງ (Fang Hong) ເອກອັກຄະລັດຖະທູດແຫ່ງສ ປຈີນ ປະຈຳສປປ ລາວ

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປິດກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜື່ງແລວ ໜື່ງເສັ້ນທາງ” ຄັ້ງທີ II ປີ2023 .

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປິດກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜື່ງແລວ ໜື່ງເສັ້ນທາງ” ຄັ້ງທີ II ປີ2023 .         ໃນຕອນເຊົ້າຂອງວັນທີ 7 ທັນວາ 2023, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ  ໄດ້ເຂົ້າຮ່ວມພິທີເປິດກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜື່ງແລວ ໜື່ງເສັ້ນທາງ” ຄັ້ງທີ II  ຈັດຂື້ນຢູ່ທີ່ ໂຮງແຮມ ແລນມາກ , ນະຄອນຫລວງວຽງຈັນ,

ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນ

ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນ           ໃນວັນທີ 1ທັນວາ2023 ນີ້ ໂດຍຕອບສະໜອງຕາມຄຳເຊີນ ຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ເລກທີ 618/LCR2023 ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຈຳນວນ20ສະຫາຍ ໄດ້ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນເພື່ອສະເຫຼີມສະຫຼອງການເປີດ