ຫຼັກສູດທິດສະດີການເມືອງຢູ່ສະຖາບັນການສຶກສາ

ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານການເມືອງ-ແນວຄິດ

ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານການເມືອງ-ແນວຄິດ ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ     ພັກເຮົາຍາມໃດກໍຢຶດໝັ້ນທິດນຳພື້ນຖານຂອງພັກເຮົາຄື: “ວຽກງານການເມືອງ-ແນວຄິດເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ເຮັດກ່ອນ,​ ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໃຈຮັບປະກັນທຸກໄຊຊະນະຂອງການປະຕິວັດ”