ອົບຮົມ

ພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ໃນຕອນບ່າຍຂອງວັນທີ 28 ພະຈິກ 2025 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວໃຫ້ແກ່ ພະນັກງານລັດຖະກອນ ປະຈຳການ ແລະ ບຳນານທີ່ຂື້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະປະຈຳພັກ, ຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ, ບັນດາກົມ, ທຽບເທົ່າກົມເຂົ້າຮ່ວມຢ່າງພ້ອມພຽງ.

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025         ໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ຜ່ານມາ ກົມອົບຮົມໄດ້ຈັດຕັ້ງຂະບວນການແຂ່ງຂັນເຮັດວຽກງານວິຊາສະເພາະຂອງກົມ ປະຈໍາປີ 2025 ຊຸດທີ 1 ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງສະຫາຍນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມທັງໜົດ 17 ສະຫາຍ, ຍິງ 9 ສະຫາຍ. ການແຂ່ງຂັນດັ່ງກ່າວຈັດຂຶ້ນໃນຮູບແບບສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້ “ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່”, ຈຸດປະສົງແມ່ນແນ່ໃສ່ຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທິດສະດີ, ແນວທາງນະໂຍບາຍຂອງພັກ, ລັດ, ຄວາມສາມາດ ໃນການຂຽນບົດສໍາມະນາວິທະຍາສາດ ຂອງບັນດາພະນັກງານຂັ້ນພະແນກ ແລະ ວິຊາການ ແລະ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທັງເປັນການສ້າງພະນັກງານສືບທອດໃຫ້ເປັນລະບົບ ແລະ ສືບຕໍ່ຖອດຖອນບົດຮຽນ ເພື່ອປູທາງໄປສູ່ການສືບຕໍ່ເປີດຂະບວນການແຂ່ງຂັນຊຸດທີ 2 ໃນຫົວຂໍ້: “ຮໍ່າຮຽນເອົາແບບ ແຜນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ” […]