ເຕັກໂນໂລຊີ

ພະນັກງານກົມຂໍ້ມູນຂ່າວສານເຂົ້າຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ

ພະນັກງານກົມຂໍ້ມູນຂ່າວສານເຂົ້າຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ ໃນວັນທີ 14 ພຶດສະພາ 2026 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີຝຶກອົບຮົມການຄຸ້ມຄອງລະບົບEmailຂອງລັດຖະບານ ໃຫ້ກຽດກ່າວເປີດພິທີ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ມີ: ບັນດາພະນັກງານໄອທີຂອງກະຊວງອົງການ ແລະ ຂັ້ນສູນກາງເຂົ້າຮ່ວມ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາກະຊວງອົງການທຽບເທົ່າໃນການຄຸ້ມຄອງນຳໃຊ້ລະບົບEmailລັດຖະບານ, ເຊິ່ງການຝຶກອົບຮົມດັ່ງກ່າວຈະສາມາດຄຸ້ມຄອງລະບົບ ແລະ ບໍລິຫານຈັດການຜູ້ນຳໃຊ້ຂອງພາກສ່ວນຕົນເອງໄດ້ງ່າຍຂຶ້ນ; ບົດຮຽນທີ່ໄດ້ຝຶກມີ: 1. ລະບົບ user admin 2. ເມນູລວມຂອງລະບົບ 3. ການເພີ່ມ, ແກ້ໄຂ, ລົບບັນຊີລາຍຊື່ອີເມວ 4. ການ Export ແລະ Import ບັນຊີລາຍຊື່ ຫຼັງຈາກສໍາເລັດການຝຶກອົບຮົມດັ່ງກ່າວນັ້ນ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ມີຄຳເຫັນໂອ້ລົມ ເພື່ອຊຸກຍູ້ສົ່ງເສີມການພັດທະນາ, ປັບປຸງລະບົບEmailຂອງລັດຖະບານ ຫັນວຽກງານຂອງຕົນເອງທີ່ຮັບຜິດຊອບ ໃຫ້ມີຄວາມທັນສະໄໝ ເປັນຕົ້ນແມ່ນການສົ່ງຂໍ້ມູນ ແລະ ການເຂົ້າເຖິງຂໍ້ມູນຂ່າວສານທີ່ທັນສະໄໝ, ວ່ອງໄວ ປອດໄພ ທີ່ຂໍ້ມູນເປັນຂອງລັດຖະບານຄຸ້ມຄອງ; ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຳ ມະກອນທຸກທ່ານຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, […]

ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)”

ພະນັກງານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້”ພັດທະນາຄວາມສາມາດດ້ານການຄຸ້ມຄອງປັນຍາປະດິດ (AI)” ໃນລະຫວ່າງ ວັນທີ 02 – 03 ກັນຍາ 2025, ທີ່ຫ້ອງປະຊຸມ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນໄດ້ຈັດຝຶກອົບຮົມໃນຫົວຂໍ້: ພັດທະນາຄວາມສາມາດ ດ້ານການຄຸ້ມຄອງປັນຍາປະດິດ (AI)”  (National Training on AI Governance), ຈັດໂດຍ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີປາຊີຟິກ (APCICT/ESCAP). ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ແລະ Mr. Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ. ເຂົ້າຮ່ວມມີ: Mr. […]