ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບກົດໝາຍ.
ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບກົດໝາຍ. ບໍ່ວ່າລະບອບການເມືອງ, ສັງຄົມໃດ, ກົດໝາຍ ແມ່ນເຄື່ອງມືຕົ້ນຕໍໃນການປົກປັກຮັກສາການປົກຄອງ ຂອງຊົນຊັ້ນກໍາອໍານາດ ແລະ ດໍາເນີນການປົກຄອງປະເທດ ຕາມແນວທາງການເມືອງຂອງພັກ. ປະທານ ໄກສອນ ພົມວິຫານ ເອົາໃຈໃສ່ສຶກສາຄົ້ນຄວ້າ ກ່ຽວກັບການສ້າງກົດ ໝາຍຂອງປະເທດເຮົາ ເພື່ອສ້າງລັດທີ່ປົກຄອງດ້ວຍກົດໝາຍ. ເພິ່ນກ່າວວ່າ: “ສ້າງກົດໝາຍ ໂດຍແນໃສ່ປົກປັກຮັກສາອະທິປະໄຕຂອງຊາດ, ສິດ ແລະ ຜົນປະໂຫຍດ ແລະ ພັນທະຂອງປະຊາຊົນຜູ້ອອກແຮງງານທຸກເຜົ່າ”¹. ຫຼັງຈາກນັ້ນຕໍ່ ມາໃນເວລາເວົ້າເຖິງທິດທາງ ແລະ ໜ້າທີ່ຕົ້ນຕໍທາງດ້ານເສດຖະກິດ-ສັງຄົມ ຂອງສະໄໝຂ້າມຜ່ານ ແລະ ຂອງຊຸມປີຕໍ່ໜ້າ, ປະທານ ໄກສອນ ພົມວິຫານ ຍິ່ງເຫັນໄດ້ບົດບາດຂອງກົດໝາຍໃນການຄຸ້ມຄອງສັງຄົມ, ເພິ່ນໄດ້ກ່າວວ່າ: “ຢາກຄຸ້ມຄອງສັງຄົມໄດ້ ແມ່ນບໍ່ມີວິທີທາງໃດອື່ນນອກເໜືອໄປຈາກການສ້າງ ແລະບູລະນະລະບົບນະໂຍບາຍກ່ຽວກັບດ້ານຕ່າງໆ ຂອງຊີວິດສັງຄົມ… ຄຽງຄູ່ ກັບການສ້າງ ແລະ ບູລະນະນະໂຍບາຍ, ພວກເຮົາຈະຕ້ອງເຮັດໃຫ້ນະໂຍບາຍ ເຫຼົ່ານັ້ນ ເປັນລະບົບກົດໝາຍ, ເປັນກົດບັນຍັດລະອຽດ ເພາະວ່າ ຖ້າຫາກບໍ່ມີ ກົດໝາຍ, ບໍ່ມີກົດຂໍ້ບັງຄັບໃນສັງຄົມແລ້ວ ກໍຈະຄຸ້ມຄອງສັງຄົມບໍ່ໄດ້ […]