ICT

ຮອງຫົວໜ້າ ຄອສພ ເຂົ້າຮ່ວມກອງປະຊຸມສຳມະນາລະດັບສູງກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ

ຮອງຫົວໜ້າ ຄອສພ ເຂົ້າຮ່ວມກອງປະຊຸມສຳມະນາລະດັບສູງກ່ຽວກັບການຫັນເປັນດີຈີຕ໋ອນແຫ່ງຊາດ (Laos Digital Transformation forum)          ໃນວັນທີ 23 ທັນວາ 2022 ຢູ່ທີ່ຫໍປະຊຸມແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາລະດັບສູງກ່ຽວກັບການຫັນເປັນດີຈີຕ໋ອນແຫ່ງຊາດ ພາຍໃຕ້ຄຳຂວັນ: “ການຮ່ວມມືທົ່ວສັງຄົມເພື່ອການຫັນເປັນດີຈີຕ໋ອນຂອງ ສປປ ລາວ”  ເຂົ້າຮ່ວມເປັນປະທານໂດຍ ທ່ານ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມມີ: ບັນດາກຳມະການສູນກາງພັກ ບັນດາກະຊວງ-ອົງການຂັ້ນສູນກາງ, ບັນດາເຈົ້າແຂວງ-ຮອງເຈົ້າແຂວງ, ນັກທຸລະກິດພາກລັດ-ເອກະຊົນ ແລະ ບໍລິສັດຕ່າງໆ ເຂົ້າຮ່ວມ.