ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

ໃນວັນທີ 03 ມີຖຸນາ 2020 ທີ່ສະໂມສອນໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມ ປະກອບຄຳເຫັນໃສ່ຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ກຽດເປັນປະທານໂດຍທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມມີ: ຄະນະພັກ, ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂັ້ນສູງຈຳນວນໜື່ງ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານການເມືອງເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຊິ່ງປະກອບມີ 3 ຫົວຂໍ້ຄື:

  1. ການປັບປຸງລະບົບການປົກຄອງທ້ອງຖິ່ນ-ຮາກຖານຢູ່ສ ປປລາວ.
  2. ການປະຕິຮູບຂອດບໍລິຫານລັດ ທີ່ກົດໜ່ວງຖ່ວງດຶງການດຳເນີນທຸລະກິດ ແລະ ບໍລິການປະຊາຊົນ.
  3. ຈຸດພິເສດດ້ານທີ່ຕັ້ງ ແລະ ນະໂຍບາຍເຊື່ອມຈອດ-ເຊື່ອມໂຍງເສດຖະກິດຂອງສ ປປລາວ.

ໃນພິທີ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ອະທິບາຍຊີ້ແຈງແຕ່ລະຫົວຂໍ້ໂດຍຫຍໍ້ເພື່ອເປັນບ່ອນອີງໃນການປະກອບຄຳຄິດຄຳເຫັນຕາມຄຳຖາມເຈາະຈີ້ມ.

ຈາກນັ້ນທ່ານໄດ້ສະເໜີໃຫ້ບັນດາທ່ານຄະນະພັກ, ຄະນະກົມ, ພະນັກງານຫຼັກແຫຼ່ງໃຫ້ຄົ້ນຄວ້າລະອຽດກ່ຽວກັບເນື້້ອໃນເອກະສານແຕ່ລະຫົວຂໍ້, ຄຳຖາມເຈາະຈີ້ມ ແລະ ໃຫ້ປະກອບຄຳຄິດເຫັນໃສ່ແຕ່ຫົວຂໍ້ ແລະ ໃນການຕີລາຄາສະພາບຕົວຈິງ, ບັນຫາຕ່າງໆທີ່ເລັ່ງທວງໃຫ້ປັບປຸງແກ້ໄຂກໍຄື ທິດທາງ ແລະ ມາດຕະການຕໍ່ໜ້າ, ເພື່ອນຳເອົາຄຳຄິດຄຳເຫັນດັ່ງກ່າວໄປປະກອບສ່ວນເຂົ້າໃນການປັບປຸງເນື້ອໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ສົມບູນທັງເປັນການເສີມຂະຫຍາຍແນວຄິດປະຊາທິປະໄຕ, ຄວາມຮັບຜິດຊອບທາງດ້ານການເມືອງຂອງຄະນະນຳການຈັດຕັ້ງແຕ່ລະຂັ້ນໃນການສ້າງສາບູລະນະແນວທາງແຜນນະໂຍບາຍຂອງພັກຢ່າງເລິກເຊິ່ງ ແລະ ຮັບປະກັນເຮັດໃຫ້ແນວທາງແຜນນະໂຍບາຍທີ່ຈະວາງອອກໃນຊຸມປີຕໍ່ໜ້າມີຄວາມຖືກຕ້ອງຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງເພື່ອແກ້ໄຂໃຫ້ທັນການ.