ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ສະຊິກພັກ-ພະນັກງານຫຼັກແຫຼ່ງ 

ກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ

ໃຫ້ແກ່ສະຊິກພັກ-ພະນັກງານຫຼັກແຫຼ່ງ 

     ໃນວັນທີ 14 ກັນຍາ 2020 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົບທົບກັບກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາເປັນໄລຍະ 10 ວັນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ເຊິ່ງຈັດຂຶ້ນຢູ່ທີ່ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ ຮອງລັດຖະມົນ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ; ເຂົ້າຮ່ວມໃນພິທີມີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄູອາຈານ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ທີ່ມາຈາກ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສໍາມະນາກອນ.

    ຊຸດຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມ ທັງໝົດ 36 ສະຫາຍ, ຍິງ 15 ​ສະຫາຍ ທີ່ມາຈາກບັນດາກົມ ແລະ ບໍລິສັດລັດວິສາຫະກິດ ເຊິ່ງໂຄງການຝຶກອົບຮົມວຽກງານດັ່ງກ່າວແມ່ນໄດ້ ດຳເນີນມາເປັນຊຸດທີIVແລ້ວ. ສ່ວນເອກະສານທີ່ນໍາມາຝຶກອົບຮົມປະກອບມີ 6 ບົດຄື: ບົດທີ 1: ບັນຫາພື້ນຖານຂອງວຽກງານໂຄສະນາ, ບົດທີ 2: ຝຶກຝົນຄວາມສາມາດໃນການຂີດຂຽນເອກະສານ, ບົດທີ 3: ສິລະປະໃນການປາກເວົ້າ, ບົດທີ 4: ໂຄສະນາເຄື່ອນທີ່, ບົດທີ 5: ໂຄສະນາຜ່ານສື ແລະ ບົດທີ 6: ບັນດານິຕິກໍາ ແລະ ບາງບົດຮຽນໃນການເຄື່ອນໄຫວຽກງານໂຄສະນາ.

    ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ເພີ່ມຄວາມສາມາດ, ສ້າງຈິດສໍານຶກ ແລະ ວິທີການ, ຂຶ້ນປາຖະກະຖາຕົວຈິງ, ສ້າງທັກສະໃນການປາກເວົ້າ ແລະ ການຂຽນເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນ ແນໃສ່ສ້າງບຸກຄະລາກອນ ໃຫ້ກາຍເປັນນັກໂຄສະນາ-ປາຖະກະຖາ ທີ່ດີເດັ່ນພາຍໃນກະຊວງຂອງຕົນໃນອະນາຄົດ.

    ໂອກາດນີ້, ທ່ານ ທອງໃສ ຊານໄຊຍະ ໄດ້ກ່າວເປີດຊຸດຝຶກອົບຮົມໃນຄັ້ງນີ້ ເຊິ່ງມີຄວາມສໍາຄັນຫຼາຍ ທັງເປັນຫົວຂໍ້ໜຶ່ງ ທີ່ມີຄວາມສົນໃຈ ສໍາລັບພະນັກງານ-ລັດຖະກອນ ທີ່ຈະໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນ ແລະ ຮຽກຮ້ອງໃຫ້ສໍາມະນາກອນ ໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ເກັບກໍາເອົາບົດຮຽນ ແລະ ປະສົບການນໍາໄປຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ ແລະ ມີປະສິດຕິຜົນເຂົ້າໃນໜ້າທີ່ວຽກງານຂອງທຸກໆຂະແໜງການ ພ້ອມກັນນັ້ນ, ຕ້ອງເຊີດຊູຄວາມຮັບຜິດຊອບ ເຮັດໃຫ້ບັ້ນຝຶກອົບຮົມດັ່ງກ່າວ ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

 ໂດຍ: ຈິງອັ່ງ ຄໍາບານນ້ອຍ