ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຄະນະໂຄສະນາອົບຮົມສູນກາງພັກ

    ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ(ພັກປປລາວ)ໄດ້ດຳເນີນຢ່າງເປັນທາງການແຕ່ວັນທີ 13 ເຖີງວັນທີ 15 ມັງກອນ 2021 ດ້ວຍຜົນສຳເລັດຢ່າງສະຫງ່າງາມຕາມຈຸດປະສົງຄາດໝາຍທີ່ວາງໄວ້

    ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກແມ່ນກອງປະຊຸມແຫ່ງການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເຊິ່ງໄດ້ດຳເນີນພາຍໃຕ້ຄຳຂວັນ ຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນ ສາຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກຄຸນນະພາບຊີວິດຂອງປະຊົນໃຫ້ສູງຂື້ນ, ສຶບຕໍ່ນຳປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

    ສະນັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງນີ້ປະກົດຜົນເປັນຈິງມີຄວາມຈຳເປັນຕ້ອງກຳແໜ້ນບາງເນື້້ອໃນຈິດໃຈສຳຄັນດັ່ງນີ້:

I. ກອງປະຊຸມໃຫຍ່ ໄດ້ຄົ້ນຄ້ວາຢ່າງເລິກເຊິ່ງກົງໄປກົງມາ ແລະ ຮັບຮອງເອົາຢ່າງເປັນເອກະສັນລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເຊິ່ງໄດ້ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ໃນ 5 ປີຜ່ານມາ ໄດ້ຮັບຜົນສຳເລັດອັນສຳຄັນໃຫຍ່ຫຼວງ ແລະ ຜົນງານອັນພົ້ນເດ່ັນຮອບດ້ານ ທີ່ຍາດມາໄດ້ ເຊິ່ງໄດ້ສ້າງໜໍ່ແໜງສຳຄັນໃນທຸກຂົງເຂດ ເພື່ອເປັນປັດໄຈຍູ້ການຫັນປ່ຽນໃຫ້ແຂງແຮງເລິກເຊິ່ງ ແລະ ຮອບດ້ານໃນຊຸມປີຕໍ່ໜ້າ, ສືບຕໍ່ນຳພາປະເທດຊາດກ້າວເດີນຕາມເສັ້ນທາງ ແລະ ຈຸດໝາຍສັງຄົມນິຍົມ.

    ໄປພ້ອມໆກັບຜົນສຳເລັດອັນສຳຄັນດ່ັງກ່າວກອງປະຊຸມໃຫຍ່ຍັງໄດ້ເປັນເອກະພາບຢ່າງພາວະວິໄສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນຳພາຊີ້ນຳຂອງພັກ ກໍຄືການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດແນວທາງຂອງພັກໃນຕໍ່ໜ້າ. ພ້ອມນັ້ນ ກອງປະຊຸມຍັງໄດ້ປະເມີນຜົນກວມລວມບັນດາຜົນສຳເລັດ ແລະ ບາງດ້ານທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ແລະ ຍົກລະດັບກ່ຽວກັບການສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ສັງຄົມນິຍົມຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເຮົາ ເຊິ່ງຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດທີ່ພັກເຮົາຕ້ອງກຳແໜ້ນ ແລະ ພິຈາລະນາຢ່າງເປັນລະບົບເພື່ອເປັນພື້ນຖານໃນການກຳນົດທິດທາງໃນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂື້ນໃນຕໍ່ໜ້າ.

    ຍືນບົນຈິດໃຈສ້າງການຫັນປ່ຽນໃຫມ່, ກອງປະຊຸມໃຫຍ່ໄດ້ຮັບຮອງເອົາການເພີ່ມເຕີມບົດຮຽນ 4 ປະການທີ່ຖອດຖອນໄດ້ຈາກພຶດຕິກຳແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກໍຄືພຶດຕິກຳຕົວຈິງໃນການນຳພາຂອງພັກເຮົາໃນຫຼາຍສິບປີຜ່ານມາ ເພື່ອບົດຮຽນ ແລະ ເປັນບ່ອນອີງສຳຄັນໃນການປັບປຸງການນຳພາຊີ້ນຳ ແລະ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກໃນຕໍ່ໜ້າດ່ັງນີ້:

ບົດຮຽນທີ1: ໃນການຍົກລະດັບຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກມີຄວາມຈຳເປັນຕ້ອງຮັບປະກັນການກຳນົດເນື້ອໃນໜ້າທີການເມືອງໃຫ້ຖືກຕ້ອງແທດຕົວຈິງ ແລະ ມີຄວາມເປັນໄປໄດ້ໃນທາງປະຕິບັດຄຽງຄູ່ກັບການແກ້ໄຂບັນຫາດ້ານການຈັດຕັ້ງ, ການຈັດວາງບຸກຄະລາກອນ, ແບບແຜນການນຳພາ-ຊີ້ນຳ ແລະ ການຄຸ້ມຄອງດ້ານລະບຽບວິໄນ.

ບົດຮຽນທີ2: ການພັດທະນາເສດຖະກິດຂອງຊາດຕ້ອງມີການສົມທົບແໜ້ນລະຫວ່າງການຂະຫຍາຍພື້ນຖານການຜະລິດ ແລະ ບໍລິການຂະໝາດໃຫຍ່ຢ່າງມີຈຸດສຸມ, ສ້າງເປັນຂະແໜງການ ແລະ ຜະລິດຕະພັນປາຍແຫຼມ ກັບການຮັບປະກັນໃຫ້ຊາວຊົນນະບົດ, ຜູ້ປະກອບການມີການພັດທະນາທີ່ເລີ່ມຈາກສ້າງຄວາມສາມາດເພິ່ງຕົນເອງ ແລະ ພັດທະນາຍົກລະດັບຊີວິດການເປັນຢູ່ໃຫ້ດີຂື້ນເລື້ອຍໆເພື່ອຮັບປະກັນການສ້າງຖານເສດຖະກິດທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ແກ້ໄຂການຫຼຸດໂຕນແບບບໍ່ເປັນທຳ.

ບົດຮຽນທີ3: ຮັບປະກັນການພັດທະນາ ຊັບພະຍາກອນທັງດ້ານສະໜອງຄວາມຕ້ອງການທັງສ້າງເປັນກຳລັງຂັບເຄື່ອນໃຫ້ແກ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ການປົກປ້ອງ-ເສີມຂະຫຍາຍສິດຜົນປະໂຫຍດຂອງພົນລະເມືອງ, ຄຸນຄ່າຄວາມເປັນມະນຸດ ແລະ ຄວາມສີວິໄລດ້ານຈິດໃຈຂອງຄົນລາວ.

ບົດຮຽນທີ4: ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງຂອງພັກ ແລະ ແຜນການ, ໂຄງການພັດທະນາຂອງລັດຢູ່ແຕ່ລະຂັ້ນຕ້ອງບົນພື້ນຖານການສົມທົບລະຫວ່າງຮັບປະກັນການຕົກລົງບັນຫາຕົວຈິງແບບໜຸ່ຄະນະຢ່າງເຂັ້ມງວດກັບການເຊີດຊູບົດບາດນຳພາຊີ້ນຳ-ບັນຊາ ຂອງຜູ້ເປັນຫົວໜ້າ, ເຮັດໃຫ້ທຸກຂະບວນການໄດ້ຮັບການກະຕຸ້ນ ແລະ ຂັບເຄື່ອນຖືກທິດ, ຕໍ່ເນື່ອງ, ແຂງແຮງ ແລະ ກ້າວສູ່ເປົ້າໝາຍທີ່ວາງອອກ.

    ເພື່ອສືບຕໍ່ນຳພາພາລະກິດປ່ຽນແປງໃໝ່ໄປສູ່ຈຸດໝາຍຢ່າງມີໄຊໃນຊຸມປີຕໍ່ໜ້າ, ກອງປະຊຸມໃຫຍ່ໄດ້ຍຶດໝັ້ນ ແລະ ເອກະພາບກັນສືບຕໍ່ບູລະນະປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂື້ນ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານເພື່ອກ້າວເດີນສູ່ສັງຄົມນິຍົມໂດຍຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນໜ້າທີ່ພື້ນຖານ, ການພັດທະນາ ແລະ ການແກ້ໄຂບັນຫາເສດຖະກິດເປັນໜ້າທີ່ໃຈກາງ, ການພັດທະນາຊັບພະຍາກອນມະນຸດ ແລະ ການສະໜອງແຮງງານສີມືແກ່ບັນດາໂຄງການພັດທະນາເປັນໜ້າທີ່ແຖວໜ້າ, ການປັບປຸງຄຸນນະພາບຂອງວຽກງານພັກ-ພະນັກງານເປັນອັນຕັດສິນແນໃສ່ເຮັດໃຫ້ບັນດາປະຖົມປັດໄຈການກ້າວຂື້ນເດີນສູ່ສັງຄົມນິຍົມທີ່ມີໃນປັດຈຸບັນໄດ້ຮັບການປັບປຸງຍົກລະດັບຢ່າງຕໍ່ເນື່ອງ ແລະ ສາມາດກາຍເປັນອົງປະກອບສຳຄັນພື້ນຖານໃຫ້ແກ່ການກໍ່ຕົວ ແລະ ຂະຫຍາຍຕົວຂອງຮູບຖານເສດຖະກິດ-ສັງຄົມສັງຄົມນິຍົມໄລຍະຕົ້ນເຮັດໃຫ້ບັນດາຄຸນລັກສະນະອັນດີເລີດຂອງລະບອບສັງຄົມນິຍົມຢູ່ປະເທດເຮົາສະແດງອອກນັບມື້ພົ້ນເດັ່ນຂື້ນເລື້ອຍໆໃນຊີວິດຕົວຈິງຂອງປະຊາຊົນ.

        ບົນພື້ນຖານດ່ັງກ່າວກອງປະຊຸມໃຫຍ່ໄດ້ກຳນົດທັດສະນະ ແລະ ຮັບຮອງເອົາ 8 ແຜນນະໂຍບາຍໃຫຍ່ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສຳລັບ 5 ປີໃນຕໍ່ໜ້າ.

    ກອງປະຊຸມໃຫຍ່ໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ XI ຊີ້ນຳຈັດຕັ້ງການຄົ້ນຄວ້າ, ເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນລະບົບ, ເລິກເຊິ່ງໂດຍສະເພາະແມ່ນສະມາຊິກພັກ, ພະນັກງານຜູ້ທີ່ເປັນຫຼັກແຫຼ່ງຢູ່ທຸກຂັ້ນ ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເນື້ອໃນຂອງລາຍງານການເມືອງ, ສຸມສະຕິປັນຍາ, ກຳລັງວັງຊາເປັນແບບຢ່າງນຳໜ້າຈັດຕັ້ງປະຕິບັດໃຫ້ເກີດໝາກຜົນ; ພ້ອມກັນນີ້ກໍຊີ້ນຳອົງການລັດໃຫ້ຫັນເປັນນິຕິກຳ, ເປັນແຜນງານ ແລະ ໂຄງການວຽກງານລະອຽດໃຫ້ໄວ້ເພື່ອຍາດແຍ່ງເວລາຈັດຕັ້ງປະຕິບັດໂດຍໄວ ແລະ ໄດ້ຮັບຜົນສຳເລັດອັນສະຫງ່າງາມ.

II. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານ ແລະ ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານຊຸດທີ VIII ທີ່ໄດ້ຕັ້ງໜ້າປະຕິບັດ ແລະ ສູ້ຊົນໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII ໄດ້ຮັບຜົນສຳເລັດຢ່າງດີ; ພ້ອມນັ້ນກໍສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 9 (2021-2025) ເຊິ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສຳລັບໂຄງການເຫຼົ່ານີ້, ໃນນັ້ນ ໄດ້ກຳນົດອອກເປັນ 6 ເປົ້າໝາຍໃຫຍ່ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຄື:

  1. ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໜັ້ນທ່ຽງ ແລະ ຍືນຍົງໂດຍຍູ້ການເຕີບໂຕເສດຖະກິດແຫ່ງຊາດໃຫ້ບັນລຸ 4% ຂຶ້ນໄປ.
  2. ພັດທະນາຊັບພະຍາກອນມະນຸດມີຄຸນນະພາບສູງຂື້ນທີ່ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ.
  3. ຍົກລະດັບຊີວິດການທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວ.
  4. ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ.
  5. ສ້າງພື້ນຖານໂຄງລ່າງທີ່ມີຄວາມເຂັ້ມແຂງ, ນຳໃຊ້ທ່າແຮງ, ກາລະໂອກາດຈາກທີ່ຕັ້ງພູມສາດຂອງປະເທດ, ເຂ້ົາຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ.
  6. ຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ສັງຄົມມີຄວາມສະເໜີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງ ດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.

    ທັງໝົດນີ້ ມອບໃຫ້ຄະນະບໍລິຫານງານສູນກາງພັກຊີ້ນຳລັດຖະບານສຸມຄວາມພະຍາຍາມກໍຄືເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກຳລັງແຮງສັງລວມເຂົ້າໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ເປັນຈິງ.

III. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເຊິ່ງໄດ້ຕີລາຄາສູງຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການສົ່ງເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກອັນມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກເປັນຜູ້ນຳໜ້າສາມາດນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ X ໄດ້ຮັບຜົນສຳເລັດອັນສຳຄັນໃນຫຼາຍດ້ານ; ພ້ອມນັ້ນກໍໄດ້ສະແດງຄວາມຊົມເຊີຍຕໍ່ການເປັນຄະນະນຳທີ່ມີຄວາມສາມັກຄີເປັນເອກະພາບອັນໜັກແໜ້ນເຂັ້ມແຂງ, ເປັນຫຼັກແຫຼ່ງແກ່ນສານໃຫ້ຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ, ເປັນເຈົ້າການຢ່າງເຂັ້ມງວດໃນການຕີຖອຍ ແລະ ແກ້ໄຂການກະທຳທີ່ຝືນກັບກົດລະບຽບຂອງພັກໃນຖັນແຖວການນຳ, ສະມາຊິກພັກ-ພະນັກງານຂັ້ນຕ່າງໆ. ກອງປະຊຸມໃຫຍ່ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ XI ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆຢ່າງແຂງແຮງ, ພ້ອມທັງວາງມາດຕະການກຳຈັດ, ແກ້ໄຂຈຸດບົກຜ່ອງ ແລະ ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະນຳຂອງສູນກາງພັກໃຫ້ສູງຂື້ນຕື່ມອີກ, ເປັນຫຼັກແຫຼ່ງນຳໜ້າສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຊຸມປີຕໍ່ໆໄປ.

IV. ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາກົດລະບຽບຂອງພັກສະໄໝທີ XI, ເພື່ອໃຫ້ສອດຄ່ອງຮອງຮັບການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັັກແໜ້ນ, ມີຄວາມສາມາດພຽງພໍໃນການນຳພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ກ້າວຂື້້ນຕາມທິດສັງຄົມນິຍົມ.

ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະບັບປັບປຸງມີຜົນບັງຄັບໃຊ້ນັບແຕ່ມື້ກອງປະຊຸມໃຫຍ່ຮັບຮອງເອົາເປັນຕົ້ນໄປ; ຮຽກຮ້ອງໃຫ້ການຈັດຕັ້ງພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍ ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ.

V. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ເຊິ່ງປະກອບດ້ວຍກຳມະການສົມບູນ 71 ສະຫາຍ ແລະ ກຳມະການສຳຮອງ 10 ສະຫາຍເພື່ອເປັນແກ່ນສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ມີຜົນສຳເລັດ, ສ້າງບາດກ້າວບຸກທະລຸໃນການສ້າງການຫັນປ່ຽນທີ່ແຂງແຮງໃນການພັດທະນາ ແລະ ພາປະເທດຊາດກ້າວຂື້ນຢ່າງໜັກແໜ້ນຕໍ່ໄປ.

        ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກ ເຊິ່ງປະກອບດ້ວຍ 13 ສະຫາຍ; ເລືອກເອົາກຳມະການ ຄະນະເລຂາທິການສູນກາງພັກ 9 ສະຫາຍ; ກອງປະຊຸມໄດ້ເປັນເອກະພາບຢ່າງສູງເລືອກເອົາສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ; ພ້ອມກັນນັ້ນ ກໍໄດ້ເລືອກເອົາ ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ. ໃນກອງປະຊຸມຍັງໄດ້ເລືອກປະທານ, ບັນດາຮອງປະທານ ຄະນະກວດກາສູນກາງພັກປະກອບດ້ວຍ 6 ສະຫາຍໂດຍແມ່ນສະຫາຍ ຄຳພັນ ພົມມະທັດ ເປັນປະທານ.

ບັນດາເນື້ອໃນສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຂ້າງເທິງນັ້ນທີ່ຢາກໃຫ້ເພື່ອນຜູ້ອ່ານໄດ້ຄົ້ນຄວ້າ,
ເຊື່ອມຊຶມ ແລະ ກຳແໜ້ນ