ສ້າງການຫັນປ່ຽນຢ່າງແຂງແຮງໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່  

ສ້າງການຫັນປ່ຽນຢ່າງແຂງແຮງໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່

ຂຽນໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ຫົວຂໍ້ບົດນີ້ຜູ້ຂຽນຂໍຢືມຄຳຂວັນກອງປະຊຸມປະຈຳປີ 2020-2021ຂອງຄະນະໂຄສະນາອົບຮົມສູນກາງພັກເພາະເຫັນວ່າມັນສ່ອງແສງໃຫ້ເຫັນເຖີງພາລະໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງຂອງວຽກງານໂຄສະນາອົບຮົມຂອງພັກຂັ້ນສູນກາງ ແລະ ທ້ອງຖິ່ນຕ້ອງໄດ້ເຊີດຊູຂຶ້ນ ແລະ ກ້າວໄປສູ່ຄຸນນະພາບໃໝ່.

    ໃນບົດໂອ້ລົມຂອງທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປລາວຕໍ່ກອງປະຊຸມວຽກງານໂຄສະນາອົບຮົມປະຈຳປີ 2020-2021ຄັ້ງວັນທີ 09 ກຸມພາ 2021ນັ້ນມີຄວາມສຳຄັນຫຼາຍເພື່ອເຮັດໃຫ້ພາລະບົດບາດຂອງຄະນະໂຄສະນາອົບຮົມສູນກາງພັກຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຮັບການເຊີດຊູສູງຂຶ້ນເຮັດໃຫ້ວຽກງານໂຄສະນາອົບຮົມຂອງພັກໄດ້ມີການຫັນປ່ຽນຢ່າງແຂງແຮງ; ເລິກເຊິ່ງ ແລະ ກ້າວສູ່ຄຸນນະພາບໃໝ່.

    ໃນຄຳເຫັນເນ້ັນຕື່ມວຽກງານຈຸດສຸມຕໍ່ໜ້າ 7 ບັນຫາສຳຄັນນັ້ນລ້ວນແຕ່ສອດຄ່ອງກັບສະພາບຄວາມເປັນຈິງຂອງວຽກງານໂຄສະນາອົບຮົມຂອງພັກແຕ່ຜູ້ຂຽນຂໍອະນຸຍາດນຳສະເໜີ ສອງບັນຫາຕໍ່ເພື່ອນຜູ້ອ່ານດ່ັງນີ້:

“…ບັນຫາທີ 2: ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ທາງດ້ານເນື້ອໃນ ແລະ ຮູບການ ຂອງການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່:

– ວຽກງານໂຄສະນາ ຕ້ອງມີເນື້ອໃນອຸດົມສົມບູນ ມີຊີວິດຊີວາ ສ່ອງແສງເຖິງຜົນສຳເລັດ ຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືລະບອບໃໝ່ຂອງພວກເຮົາ, ຕອບຕ້ານຢ່າງແຂງແຮງ, ເລິກເຊິ່ງ ແລະ ທັນການ ຕໍ່ການໂຄສະນາບິດເບືອນແນວທາງນະໂຍບາຍຂອງພັກ, ການໃສ່ຮ້າຍປ້າຍສີການນຳພາຂອງພັກ-ການຄຸ້ມຄອງຂອງລັດ ກໍຄືລະບອບໃໝ່ຂອງພວກເຮົາ, ມີການໂຄສະນາເຜີຍແຜ່ມູນເຊື້ອຂອງພັກ, ຂອງຊາດ, ຂອງທ້ອງຖິ່ນ-ກົມກອງ, ໂຄສະນາເຜີຍແຜ່ບົດຮຽນ ວຽກດີ-ຄົນເດັ່ນ ກໍຄືຕົວແບບຕ່າງໆ ດ້ວຍວິທີຈັດຕັ້ງປາຖະກະຖາ, ຈັດຕັ້ງໃຫ້ນັກປະຕິວັດອາວຸໂສຜູ້ດີເດັ່ນ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ເລົ່າມູນເຊື້ອຕ່າງໆ ແລະ ໂຄສະນາຜ່ານລະບົບສື່ມວນຊົນຕ່າງໆ ໃຫ້ກວ້າງ ຂວາງ, ທົ່ວເຖິງ, ວ່ອງໄວທັນການ.

– ວຽກງານສຶກສາອົບຮົມການເມືອງນຳພາແນວຄິດ, ກ່ອນອື່ນໝົດ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມສະຕິຊາດ, ເອກະລາດເປັນເຈົ້າຕົນເອງ, ນ້ຳໃຈຮັກຊາດ ຕິດພັນກັບການຮັກສາລະບອບໃໝ່ຂອງພວກເຮົາ, ສ້າງຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ດ້ວຍກົດໝາຍ, ສຶກສາອົບຮົມສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ສູງຂຶ້ນ, ສຶກສາອົບຮົມ ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງຄະນະຍາດແຫ່ງຊາດ, ຕອບຕ້ານການໂຄສະນາແບ່ງແຍກຄວາມສາມັກຄີບັນດາເຜົ່າ ແລະ ອື່ນໆ; ການສຶກສາອົບຮົມການເມືອງນຳພາແນວຄິດ ຕ້ອງຕິດພັນກັບການປະຕິບັດໜ້າທີ່ ການ ເມືອງ ແລະ ຄວາມຮັບຜິດຊອບ ຂອງແຕ່ລະເປົ້າໝາຍ ແລະ ຕິດພັນກັບການຜັນແປຂອງສະພາບການຕົວຈິງ ແຕ່ລະໄລຍະ, ສະເພາະໜ້ານີ້ ແມ່ນໃຫ້ສືບຕໍ່ຈັດຕັ້ງເຊື່ອມຊຶມ, ກຳ       ແໜ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ 2 ວາລະແຫ່ງຊາດ ຕິດພັນກັບການເຊື່ອມຊຶມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງແຕ່ລະອົງຄະນະພັກ ໃຫ້ເກີດຜົນເປັນຈິງ ຕາມທີ່ກຳນົດໄວ້; ສົມທົບແໜ້ນກັບການຈັດຕັ້ງຊາວໜຸ່ມ; ສະຫະພັນແມ່ຍິງ ແລະ ພາກສ່ວນກ່ຽວຂ້ອງ ສຶກສາອົບຮົມຄ່ານິຍົມທີ່ຖືກຕ້ອງໃນຖັນແຖວຊາວໜຸ່ມ, ເຍົາວະຊົນ, ຕອບຕ້ານການແຜ່ຂະຫຍາຍວັດທະນາທຳ ແລະ ແບບແຜນດຳລົງຊີວິດຫຼິ້ນກິນຟຸ່ມເຟືອຍ ແລະ ອື່ນໆ.

ບັນຫາທີ 7: ໃນຍຸກໂລກາພິວັດ ທີ່ເທັກໂນໂລຊີດ້ານຂໍ້ມູນ-ຂ່າວສານ ມີການຂະຫຍາຍຕົວຢ່າງກ້າວກະໂດດ, ໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງຮູບການໂຄສະນາອົບຮົມຜ່ານພາ ຫະນະທີ່ທັນສະໄໝໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນ ແມ່ນການນໍາໃຊ້ພາຫະນະທາງດ້ານວັດ ທະນະທໍາ ແລະ ສື່ສັງຄົມຕ່າງໆ ໃຫ້ແຫຼມຄົມ; ໃນນັ້ນ, ຕົ້ນຕໍແມ່ນການຍົກລະດັບຄຸນນະພາບ, ການຄຸ້ມຄອງ ແລະ ຂະຫຍາຍຍົກລະດັບຮູບແບບຂອງເຄື່ອງມືສື່ຕ່າງໆ ທີ່ພວກເຮົາມີໃນປັດຈຸບັນໃຫ້ສູງຂຶ້ນ ເປັນຕົ້ນ: ໂທລະພາບ, ໜັງສືພິມ, ວິທະຍຸ ໃຫ້ເປັນຮູບແບບເອເລັກໂຕຼນິກ, ຜ່ານສື່ສັງຄົມອອນລາຍໃຫ້ຫຼາຍໆ; ສ່ວນດ້ານເນື້ອໃນ ແມ່ນໃຫ້ຍົກລະດັບການເຄື່ອນໄຫວທີ່ມີລັກສະນະນໍາພາແນວຄິດ, ລັກສະນະຕໍ່ສູ້ ແລະ ລັກສະນະມະຫາຊົນ ດ້ວຍຄວາມວ່ອງໄວທັນການ ແລະ ຫຼາຍຮູບຫຼາຍສີ ມີຄວາມຈັບອົກຈັບໃຈ…”

    ສ່ວນຜົນງານນັ້ນກໍມີຫຼາຍຄືດັ່ງບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມປະຈຳປີ2020-2021ທີ່ນຳສະເໜີໃນກອງປະຊຸມ; ແຕ່ສັງລວມແລ້ວ ໃນໄລຍະສອງປີມານີ້ ວຽກງານໂຄສະນາອົບຮົມຍັງສືບຕໍ່ຮັກສາໄດ້ບົດບາດສຳຄັນ-ໃຈກາງໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດຂອງທົ່ວພັກ, ປະກອບສ່ວນຄຳສັນໃນການຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ນິຕິກຳຂອງລັດເຂົ້າສູ່ຊີວິດສັງຄົມຢ່າງກວ້າງຂວາງ, ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ປະຊາຊົນບັນດາເຜົ່າສ່ວນໃຫຍ່ມີຄວາມຮັບຮູ້ເຂົ້າໃຈແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເຄື່ອນໄຫວດຳລົງຊີວິດ ຕາມລັດຖະທຳມະນູນ ແລະ ກົດໝາຍ, ເປັນເຈົ້າການປັບປຸງຍົກລະດັບຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ເຂົ້າຮ່ວມປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕັ້ງໜ້າ.

    ບັນດາຜົນສຳເລັດດ່ັງກ່າວນັ້ນ, ຕົ້ນຕໍແມ່ນຍ້ອນການເອົາໃຈໃສ່ນຳພາຂອງສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນຕໍ່ວຽງການການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະຕໍ່ວຽກງານໂຄສະນາອົບຮົມເຊິ່ງໄດ້ສ້າງເງື່ອນໄຂອັນຈຳເປັນພື້ນຖານໃຫ້ແກ່ວຽກງານໂຄສະນາອົບຮົມໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ; ຄະນະໂຄສະນາອົບຮົມແຕ່ລະຂັ້ນ,​ ກົມໂຄສະນາ ແລະ ພາກສ່ວນຮັບຜິດຊອບວຽກງານໂຄສະນາອົບຮົມແຕ່ລະບ່ອນ ໄດ້ເຊີດຊູຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການເຄື່ອນໄຫວວຽກງານຕາມພາລະບົດບາດ, ໜ້າທີ່ຂອງຕົນ; ຖັນແຖວພະນັກງານທີ່ເຮັດວຽກງານໂຄສະນາອົບຮົມໂດຍກົງມີຄວາມຮັບຜິດຊອບ, ມີຄວາມເສຍສະຫຼະ ແລະ ຜ່ານຜ່າຄວາມຫຍຸ້ງຍາກເພື່ອເຮັດຫຼ້ອນໜ້າທີ່ ທີ່ການຈັດຕັ້ງມອບໝາຍ; ໄດ້ຮັບການສະໜັບສະໜູນຮ່ວມມືຊ່ວຍເຫຼືອຈາກການຈັດຕັ້ງ ແລະ ບຸກຄົນທັງພາຍໃນ ແລະ ຕ່າງປະເທດ.

ໃນບົດສະຫຼຸບຕີລາຄາຍັງໄດ້ຍົກດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂເປັນຕົ້ນແມ່ນ.

  1. ການຄົ້ນຄວ້າສ້າງເອກະສານໂຄສະນາເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ, ແຜນພັດທະນາ ແລະ ນິຕິກຳຂອງລັດຫຼາຍອັນຍັງຊັກຊ້າ, ເນື້ອໃນບໍ່ທັນເລິກເຊິ່ງເທົ່າທີ່ຄວນ, ການຈັດຕັ້ງເຊື່ອມຊຶມບັນດາເນື້ອໃນຕ່າງໆສ່ວນຫຼາຍຍັງເຮັດຕາມຄວາມຊິນເຄີຍເກົ່າ ແບບລັກສະນະເຜີຍແຜ່ເອກະສານ, ສ່ວນການຈັດຕັ້ງຄົ້ນຄວ້າຢ່າງເລິກເຊິ່ງ ຕິດພັນກັບການປັບປຸງບູລະນະແຜນນະໂຍບາຍຢູ່ຂະແໜງການ, ທ້ອງຖິ່ນຂອງຕົນຍັງເຮັດໄດ້ໜ້ອຍ.
  2. ການເຄື່ອນໄຫວດ້ານວິຊາສະເພາະ ເຖີງໄດ້ເຮັດຫຼາຍເປັນປົກກະຕິແຕ່ດ້ານເນື້ອໃນ, ຮູບການ, ວິທີການຈັດຕ້ັງປະຕິບັດຍັງບໍ່ທັນຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນເທົ່າທີ່ຄວນຈຶ່ງບໍ່ທັນຕອບສະໜອງຕາມສະພາບຕົວຈິງຂອງສັງຄົມ ແລະ ຍຸກສະໄໝ(ການໂຄສະນາ-ປາຖະກະຖາ, ປຸກລະດົມຍັງໜັກໄປທາງຮູບການ, ຂາດເນື້ອໃນທີ່ອຸດົມສົມບູນ, ຂາດລັກສະນະຈູງໃຈ ແລະ ບໍ່ທັນມີຊີວິດຊີວາເທົ່າທີ່ຄວນ, ສ່ວນຫຼາຍຍັງແມ່ນລັກສະນະອ່ານໃຫ້ຜູ້ເຂົ້າຮ່ວມຟັງ; ການຈັດຕັ້ງສຶກສາອົບຮົມໃຫ້ເປົ້າໝາຍຕ່າງໆຫຼາຍອັນຍັງຊັກຊ້າ ບໍ່ທັນສະພາບການ; ການສ້າງການຫັນປ່ຽນດ້ານແນວຄິດ-ຈິນຕະນາການກໍຄືຄວາມຊີນເຄີຍເກົ່າທີ່ບໍ່ຕ້ັງໜ້າຂອງຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຍັງບໍ່ທັນແຂງແຮງ, ຄວາມເປັນເຈົ້າການປະດິດສ້າງຍັງຈຳກັດ; ການເກັບກຳຫາງສຽງສັງຄົມ ເຖິງສ່ອງແສງແຈ້ງຕາມສະພາບຕົວຈິງ ແຕ່ການແກ້ໄຂ-ຕອບແກ້ບັນຫາຍັງເຮັດໄດ້ໜ້ອຍ, ພາໃຫ້ສະພາບບັນຫາຄຸມເຄືອແກ່ຍາວ; ການຕໍ່ສູ້-ຕອບໂຕ້ຖ້ອຍທຳນອງບິດເບືອນ ແລະ ໂຄສະນາໃສ່ຮ້າຍປ້າຍສີຂອງສັດຕູ ແລະ ກຸ່ມຄົນທີ່ບໍ່ດີຍັງບໍ່ທັນເລິກເຊິ່ງແຂງແຮງ ແລະ ທັນການ; ເນື້ອໃນສື່ສິ່ງພິມເຖິງມີຄວາມພະຍາຍາມປັບປຸງແຕ່ຍັງບໍ່ທັນມີການຫັນປ່ຽນຢ່າງຈະແຈ້ງທາງດ້ານຄຸນນະພາບ…)
  3. ການຊີ້ນຳວຽກງານວິຊາສະເພາະຕາມສາຍຕັ້ງຕໍ່ຄະນະໂຄສະນາອົບຮົມທ້ອງຖິ່ນບໍ່ທັນແຂງແຮງ, ຕໍ່ເນື່ອງ; ກົນໄກປະສານງານໃນການເຄື່ອນໄຫວວຽກງານກັບກະຊວງ, ອົງການ ແລະ ທ້ອງຖິ່ນບໍ່ທັນເປັນລະບຽບໂລ່ງລ່ຽນເທົ່າທີ່ຄວນ.
  4. ເງື່ອນໄຂການເຮັດວຽກຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນ, ໂດຍສະເພາະແມ່ນຂັ້ນເມືອງທີ່ມີຄວາມຫຍຸ້ງຍາກຫຼາຍອັນແຕ່ຍັງບໍ່ທັນໄດ້ຮັບການປັບປຸງແກ້ໄຂພໍເທົ່າໃດ.

ສ່ວນທິດທາງ ແລະ ຄາດໝາຍລວມມີດ່ັງນີ້:

  1. ເພີ່ມທະວີວຽກງານໂຄສະນາອົບຮົມນຳພາແນວຄິດໃຫ້ເລິກເຊິ່ງ, ທົ່ວເຖິງທຸກເປົ້າໝາຍເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ສ້າງຄວາມເຊື່ອໝັ້ນ, ເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳຢ່າງຕັ້ງໜ້າຕໍ່ແນວທາງແຜນນະໂຍບາຍກໍຄືການນຳພາຂອງພັກ ຕິດພັນກັບໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ.
  2. ສືບຕໍ່ປັບປຸງວຽກງານໂຄສະນາສຶກສາອົບຮົມໃຫ້ມີຄວາມແຫຼມຄົມວ່ອງໄວທັນການໃນການອະທິບາຍຕອບແກ້ບັນຫາຕ່າງໆທີ່ສັງຄົມສົນໃຈ; ເປັນເຈົ້າການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ, ການໂຄສະນາໃສ່ຮ້າຍປ້າຍສີຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ, ປະກອບສ່ວນສະກັດກັ້ນ ແລະ ແກ້ໄຂການເສື່ອມຖອຍດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ.
  3. ຕັ້ງໜ້າຄົ້ນຄວ້າສ້າງ ແລະ ປັບປຸງເອກະສານໂຄສະນາສຶກສາອົບຮົມໃຫ້ມີເນື້ອໃນທີ່ເລິກເຊິ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ກໍຄືວຽກງານຈຸດສຸມແຕ່ລະໄລຍະຂອງພັກ-ລັດ ແລະ ແທດເໝາະກັບແຕ່ລະເປົ້າໝາຍ.
  4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ,​ບຸກຄະລະກອນ, ພື້ນຖານວັດຖຸ-ເຕັກນິກ, ນິຕິກຳ ແລະ ກົນໄກປະສານງານຂອງຄະນະໂຄສະນາອົບຮົມທຸກຂັ້ນ ແລະ ພາກສ່ວນໂຄສະນາແຕ່ລະບ່ອນໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບວຽກງານຕົວຈິງ.

    ໃນການກ່າວປິດກອງປະຊຸມ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ກ່າວເນັ້ນໃຫ້ພ້ອມກັນເອົາໃຈໃສ່ສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນບັນດາເນື້ອໃນຈິດໃຈບົດໂອ້ລົມຂອງທ່ານຜູ້ຈຳປະການຄະນະເລຂາທິການສູນກາງພັກກໍຄືເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ເພື່ອນຳເອົາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຕົວຈິງຂອງຕົນໃຫ້ມີປະສິດທິພາບສູງສຸດ.

    ຂໍຮຽກຮ້ອງເຖີງຄະນະພັກ-ຄະນະນຳແຕ່ລະຂັ້ນກໍຄືຄະນະໂຄສະນາອົບຮົມຂັ້ນສູນກາງ ແລະ ທ້ອງຖິ່ນຈົ່ງສຸມໃສ່ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໂດຍພ້ອມກັນສ້າງແຜນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດສູງສຸດ.