ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2022 ຄົບຮອບ 112 ປີ (08/3/1910 – 8/3/2022).


ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2022 ຄົບຮອບ 112 ປີ (08/3/1910 – 8/3/2022).
      ໃນຕອນເຊົ້າຂອງວັນທີ 2 ມີນາ 2022 ຜ່ານມາ. ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2022 ຄົບຮອບ 112 ປີ ຂຶ້ນທີ່ ສະໂມສອນໃຫຍ່ ຄອສພ (ຫຼັກ6). ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະ ກະຖາ ຫວນຄືນມູນເຊື້ອ ວັນທີ 8 ມີນາ 2022 ຄົບຮອບ 112 ປີ ໂດຍທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ຄະນະພັກ, ຕາງໜ້າບັນດາກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງ ທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ ທ່ານ ນາງ ຈັນສຸກ ພິມມະວັນ ຮອງສະຫະພັນແມ່ຍິງ ຄອສພ ໄດ້ຂຶ້ນກ່າວຈຸດປະສົງຂອງ ການຈັດພິທີປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ(08 ມີນາ 1910-8 ມີນາ 2022) ເພື່ອຫວນຄືນປະຫວັດຄວາມເປັນມາ, ມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຜົນງານການເຄື່ອນໄຫວຂອງ ອົງການຈັດຕັ້ງສະຫະພັນແມ່ຍິງໃນສະໄໝກ່ອນຈົນເຖິງປະຈຸບັນ, ຮັບຟັງການເຜີຍແຜ່ເອກະສານຄໍາເຫັນຊີ້ນໍາຂອງທ່ານ ເລຂາທິການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ຕໍ່ກອງປະຊຸມໃຫຍ່ແມ່ຍິງລາວ ທົ່ວປະເທດ ແລະ ບົດສະຫຼຸບຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ (2016-2019).


      ຫຼັງຈາກນັ້ນ ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະບໍລິຫານງານສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຄອສພ ໄດ້ໃຫ້ກຽດຂຶ້ນເຜີຍແຜ່ເອກະສານ ບົດໂອ້ລົມຂອງ ພະນະທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ເຊິ່ງທ່ານໄດ້ເໜັ້ນໜັກ 6 ບັນຫາສໍາຄັນດັ່ງນີ້:
    1. ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຈົ່ງໄດ້ຄົ້ນຄວ້າຕຶ່ມ ໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ທີ່ກໍານົດໄວ້ໃນກົດໝາຍ, ກົດລະບຽບ ຂອງສະຫະພັນແມ່ຍິງລາວ; ຕັ້ງໜ້າສ້າງເງື່ອນໄຂ ແລະ ໂອກາດໃຫ້ສະຫະພັນແມ່ຍິງລາວ ໄດ້ຮັບການພັດທະນາ ໃນຖານະເປັນອົງການຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ພວກສະຫາຍ ຈະໄດ້ເພີ່ມທະວີການປຸກລະດົມແມ່ຍິງລາວບັນດາເຜົ່າ ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງບາດກ້າວບຸກທະລຸ ຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ແມ່ຍິງລາວ ຄັ້ງທີ VIII, ແຜນພັດທະນາແມ່ຍິງແຫ່ງຊາດ ຄັ້ງທີ VIII, ສາມແຜນດໍາເນີນງານແຫ່ງຊາດ ເຊື່ອມເຂົ້າແຜນພັດທະນາຂອງຂະແໜງການ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແຕ່ໄລຍະປີ 2021-2025 ໃຫ້ເປັນອັນລະອຽດ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີໝາກມີຜົນ.
   2. ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວສະມາຊິກສະຫະພັນແມ່ຍິງລາວ ໃຫ້ໜັກ ແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກສາກຽດສັກສີ ຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນ ເຊື້ອ ຂອງແມ່ຍິງລາວ.
ບຸກທະລຸພັດທະນາແມ່ຍິງລາວ, ສ້າງຄ່ານິຍົມທີ່ຖືກຕ້ອງ, ກ້າວໜ້າ ມີວິທະຍາສາດ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຖືເອົາຜົນສໍາເລັດ ເປັນໄມ້ຫຼາວັດ ແທກຄຸນສົມບັດ, ຄວາມສາມາດ ແລະ ຄວາມກ້າວໜ້າ ຂອງຕົນ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງການນໍາເພດຍິງລຸ້ນກ່ອນໆ, ແມ່ຍິງລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດແນວທາງ ຂອງພັກ, ລັດຖະທຳມະນູນ, ກົດໝາຍ, ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງວິຖີຊີວິດໃໝ່ ເພື່ອພັດທະນາຕົນເອງ ແລະ ຄອບຄົວ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກຫຼ້າຫຼັງ.
   3. ໃຫ້ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດຕົວຈິງ, ຕິດແທດກັບຮາກຖານ, ການເຮັດວຽກໃຫ້ມີແຜນການ, ແຜນງານ, ມີໂຄງການລະອຽດມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດຮຽນໃນແຕ່ລະໄລຍະ ຢ່າງພາວະວິໄສ; ເອົາໃຈໃສ່ຂະຫຍາຍສະມາຊິກສະຫະພັນແມ່ຍິງ ໃຫ້ກວ້າງຂວາງ ໃຫ້ກວມເອົາແມ່ຍິງຢູ່ທັງໃນຕົວເມືອງ ແລະ ເຂດຊົນນະບົດ, ໃນສະຖາບັນການສຶກສາ, ໂຮງຈັກ, ໂຮງງານ, ວິສະຫະກິດ, ຫົວໜ່ວຍທຸລະກິດ, ຊາວຄ້າຂາຍ… ເພື່ອເຮັດໃຫ້ແມ່ຍິງຢູ່ໃນທຸກສາຂາອາຊີບ ໄດ້ເຂົ້າເປັນສະມາຊິກ ແລະ ໄດ້ຮັບການນໍາພາ-ຊີ້ນໍາຈາກອົງການຈັດຕັ້ງສະຫະພັນແມ່ຍິງລາວ ຫຼາຍເທົ່າໃດ ຍິ່ງດີ.
   4. ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວເອື້ອຍນ້ອງແມ່ຍິງ ເປັນຕົ້ນການເຊື່ອຖືງົມງວາຍ, ຖືກກົດໜ່ວງຈາກຮີດຄອງປະເພນີທີ່ຫຼ້າ ຫຼັງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ການພົວພັນກັບຂະບວນການຄ້າຂາຍສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະນຸດ, ການຄ້າປະເວນີ, ການໃຊ້ຄວາມຮຸນແຮງໃນຄອບຄົວ-ສັງຄົມ, ການຢ່າຮ້າງ; ແກ້ໄຂແນວຄິດຄອງເດີມ, ຕີໂຕ້ຕໍ່ການຂາດຄວາມກ້າຫານ ຂາດຫົວຄິດປະດິດສ້າງ, ຕ້ານແນວຄິດຄັບແຄບ, ອະຄະຕິ, ບໍ່ສົ່ງເສີມເຊິ່ງກັນ ແລະ ກັນ, ບໍ່ກ້າປະເຊີນໜ້າກັບສິ່ງທ້າທ້າຍ ບໍ່ເປັນເຈົ້າການຊອກຫາທາງອອກທີ່ຖືກຕ້ອງໃນເມື່ອ ປະເຊີນກັບສິ່ງທ້າທາຍຕ່າງໆ.
   ພ້ອມນັ້ນ, ກໍຕ້ານທັດສະນະອະຄະຕິ, ຄວາມຊິນເຄີຍ ແລະ ຮີດຄອງອັນເກົ່າແກ່ຫຼ້າຫຼັງ ຕ້ອງສຶບຕໍ່ແກ້ໄຂບັນດາປົມດ້ອຍຂອງແມ່ຍິງ ຜູ້ຊາຍຕ້ອງໃຫ້ໂອກາດ ແລະ ສ້າງເງື່ອນໄຂເທົ່າທີ່ຈະເຮັດໄດ້ ເພື່ອສ້າງເງື່ອນໄຂໃຫ້ແກ່ແມ່ຍິງເຂົ້າຮ່ວມທຸກຂະບວນການຂອງການພັດທະນາປະເທດຊາດ ຫຼື ການພັດທະນາຕົວເອງຂອງແມ່ຍິງ ອັດຊ່ອງຫວ່າງອັນພາໃຫ້ເກີດມີການຈຳແນກແມ່ຍິງ ແລະ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນຮູບແບບຕ່າງໆ. ທັງໝົດເຫຼົ່ານັ້ນແມ່ນແນໃສ່ ສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ ໃຫ້ປະກົດເປັນຈິງ.
   5. ເອົາໃຈໃສ່ພັດທະນາແມ່ຍິງ ໂດຍສະເພາະ ແມ່ຍິງທີ່ດ້ອຍໂອກາດ, ເຂດຫ່າງໄກສອກຫຼີກ, ຜູ້ທີ່ທຸກຍາກ ດ້ວຍການສ້າງຄວາມເຂັ້ມແຂງ, ສ້າງແຫຼ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ເຂົາເຈົ້າ ເປັນຕົ້້ນ ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ພະຍະຍາມໃຫ້ເຂົາເຈົ້າເຂົ້າເຖິງການສຶກສາ, ສ້າງວິຊາອາຊີບໃໝ່ ແລະ ເຂົ້າເຖິງນະວັດຕະກຳໃໝ່, ເຂົ້າເຖິງທຶນ, ເຂົ້າເຖິງຕະຫຼາດ ໃນການຜະລິດກະສິກໍາ, ຫັດຖະກໍາຕໍ່າຫູກທໍໄໝ, ການປຸງແຕ່ງ, ການຄ້າຂາຍ ແລະ ອື່ນໆ; ສ້າງໂອກາດໃຫ້ແມ່ຍິງ ຢູ່ຊົນນະບົດໃຫ້ຮູ້ຄ້າຂາຍ, ຜະລິດເປັນສິນຄ້າທີ່ຫຼາກຫຼາຍຮູບແບບ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດ; ຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກໃຫ້ນັກທຸລະກິດ, ຜູ້ປະກອບການລົງເຖິງທ້ອງຖິ່ນຮາກຖານ ສັ່ງຈອງສິນຄ້າ, ແນະນຳໃຫ້ຄວາມຮູ້, ຝຶກສອນເຂົາເຈົ້າໃຫ້ຜະລິດຖືກກັບຄວາມຕ້ອງການຂອງຕະຫຼາດ ແລະ ມີການຜູກພັນຮັບຊື້ ຈາກເຂົາເຈົ້າ ຢ່າງເປັນທໍາ, ທັງນີ້ເພື່ອຍົກລະດັບໃຫ້ເອື້ອຍນ້ອງແມ່ຍິງ ປັບປຸງວິທິທໍາມາຫາກິນແບບໃໝ່, ວິຖີຊີວິດໃໝ່. ປັບປຸງຄຸນນະພາບຊີວິດໃໝ່, ສ້າງຄ່ານິຍົມໃໝ່ ທີ່ກ້່າວໜ້າທັນສະໄໝ ແລະ ຮັບມືໄດ້ກັບສິ່ງທ້າທາຍ.
ຄົ້ນຄວ້າ ແລະ ຊອກຫາແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ, ທົ່ວສັງຄົມ ເພື່ອສ້າງສູນຝຶກອົບຮົມວິຊາອາຊີບ, ສ້າງຄູຝຶກ ຂັ້້ນຕ່າງໆ, ສ້າງໃຫ້ແມ່ຍິງມີອາຊີບທີ່ໝັ້ນຄົງ, ມີວຽກເຮັດງານທຳທີ່ມີລາຍຮັບປົກກະຕິ ແນ່ໃສ່ເຮັດໃຫ້ລະດັບຊີວິດການເປັນຢູ່ຂອງແມ່ຍິງ ນັບມື້ດີຂຶ້ນ, ສ້າງເງື່ອນໄຂ ໃຫ້ມີການແຂ່ງຂັນກັນສ້າງ ແລະ ພັດທະນາໃຫ້ກາຍເປັນແມ່ຍິງພັດທະນາດີເດັ່ນ, ເປັນຄອບຄົວຕົວແບບໃນດ້ານຕ່າງໆ ໃຫ້ມີຈໍານວນເພີ່ມຂຶ້ນ ແລະ ມີຄວາມຍືນຍົງ.
   6. ສໍາລັບການພົວພັນຮ່ວມມືກັບຕ່າງປະເທດ, ໃຫ້ບັນດາສະຫາຍ ເພີ່ມທະວີການພົວພັນຮ່ວມມື ກັບອົງການຈັດຕັ້ງແມ່ຍິງ ຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ດ້ວຍຄວາມເປັນເຈົ້າ ແລະ ມີການເລືອກເຟັ້ນ ການຮັບເອົາ, ມານໍາໃຊ້ໃຫ້ແທດເໝາະ ຕາມແນວທາງ, ນະໂຍບາຍການຕ່າງປະເທດ ຂອງພັກ-ລັດເຮົາ. ໃນຜ່ານມາພວກສະຫາຍເຮັດໄດ້ດີພໍສົມຄວນ, ແຕ່ໃນເງື່ອນໄຂເຊື່ອມໂຍງກັບສາກົນ ໃນຕໍ່ໜ້ານີ້, ພວກເຮົາ ຍິ່ງຈະຕ້ອງເຮັດໃຫ້ໄດ້ດີກ່ວາເກົ່າ ເພື່ອສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອຍາດແຍ່ງເອົາບັນດາບົດຮຽນອັນດີເດັ່ນ ມາໝູນໃຊ້ເຂົ້າໃນການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ພັດທະນາແມ່ຍິງລາວ ໃຫ້ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນໂອກາດທີ່ມີ ຄວາມໝາຍ ຄວາມສໍາຄັນນີ້ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດປາຖະກະຖາ ເຊິ່ງທ່ານໄດ້ຫວນຄືນ ປະຫວັດຄວາມເປັນມາແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງ, ມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີຂອງແມ່ຍິງ ແລະ ການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງ. ພ້ອມນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ຂອງວັນແມ່ຍິງສາກົນ ຂະບວນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບຍິງ-ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ຂອງພວກເຂົາໃຫ້ດີຂຶ້ນ. ນອກຈາກນັ້ນ ເພີ່ນຍັງໄດ້ຍົກໃຫ້ເຫັນເຖິງຜົນງານຂອງແມ່ຍິງໃນໄລຍະຜ່ານ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ຕໍ່ເອື້ອຍນ້ອງແມ່ຍິງ ເພື່ອຍົກບົດບາດຂອງເອື້ອຍນ້ອງແມ່ຍິງ; ພ້ອມນັ້ນ ທ່ານຍັງໄດ້ມີບາງຄໍາເຫັນຊີ້ນໍາໂດຍໄດ້ເນັ້ນໜັກບາງບັນຫາຄື:
– ສະພາບສາກົນໃນປະຈຸບັນ ເອື້ອຍນ້ອງແມ່ຍິງຕ້ອງຮັບຮູ້ແລະໃຈເຂົ້າ ເພື່ອເບີ່ງບັນຫາໃຫ້ຖືກຕ້ອງແລະຊັດເຈນ.
– ເພີ່ມທະວີການຜັນຂະຫຍາຍມະຕິກອງປະຊຸມສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ໃຫ້ຕິດພັນກັບຂໍ້ແຂ່ງຂັນ 3 ດີ, ຂໍ້ແຂ່ງຂັນຮັກຊາດພັດທະນາ, ມະຕິກອງປະຊຸມສະຫະພັນແມ່ຍິງ ຄອສພ ສະໄໝທີ VII, 7 ທິດຊີ້ນໍາຂອງຜູ້ປະຈໍາການຕໍ່ກອງປະຊຸມວຽກງານໂຄສະນາອົບຮົມປະຈໍາປີ.
– ສຶກສາອົບຮົມເອື້ອຍນ້ອງແມ່ຍິງໃຫ້ມີຄວາມຮັບຜິດຊອບ ຄວາມເປັນແບບຢ່າງ;.
– ຈະຕ້ອງຜັນຂະຫຍາຍເນື້ອໃນຈິດໃຈຂອງເລຂາທິການໃຫ່ຍ ໃຫ້ສະມາຊິກກໍາໄດ້.
– ຕ້ອງມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ປຶກສາຫາລືເປັນເອກະພາບ ຕ້ານບັນຫາສິ່ງຫຍໍ້ທໍ້ຕ່າງໆ.
– ຮຽກຮ້ອງເຖິງເລຂາໜ່ວຍພັກ, ອົງການຈັດຕັ້ງຊາວໝຸ່ມ, ກໍາມະບານ ໃຫ້ການຊ່ວຍໜູນອຸ້ມຊູຊ່ວຍເຫຼືອເອື້ອຍນ້ອງແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດ.

     ໃນຕອນທ້າຍພິີທີ ປະທານສະຫະພັນແມ່ຍິງ ຄອສພ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ (2016-2019) ຂອງສະຫະພັນແມ່ຍິງ ຄອສພ ເຊິ່ງສາມາດສະຫຼຸບ ຕີລາຄາໃຫ້ເຫັນເຖິງການໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາ, ຍົກໃຫ້ເຫັນເຖິງດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນສະເພາະໜ້າ ແລະ ບົດຮຽນທີ່ທອດຖອນໄດ້ ຫຼັງຈາກນັ້ນ ໄດ້ມີພິທີມອບໃບຍ້ອງຍໍຜົນງານໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII ຂອງ ຄອສພ ໃຫ້ແກ່ບຸກຄົນ ແລະ ລວມໝູ່.

ຂ່າວ: ສົມພິນິດ ພາບ: ຄອນສະຫວັນ