ຄະນະໂຄສະນາອົບຮົມສູນກາງພັກຈັດພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະຊາວໜຸ່ມ ຄອສພ

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະຊາວໜຸ່ມ ຄອສພ

    ໃນວັນທີ 02 ພຶດສະພາ 2024 ທີ່ຫ້ອງປະຊຸມໃຫຍ່ ຂອງ ຄອສພ ໄດ້ຈັດພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ຄະນະຊາວໜຸ່ມ ຄອສພໂດຍການເປັນປະທານຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ມອນໄຊ ລາວມົວຊົ່ງ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີ: ຮອງເລຂາພັກ, ຄະນະປະຈຳພັກ, ຄະນະພັກ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ, ທ່ານນາງ ສຸກສະຫວັນ ອິນຄະວິໄລ ເລຂາຊາວໜຸ່ມ ຄອສພ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ຄອສພ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024  ຊຶ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ. ຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ສ້າງເງື່ອນໄຂທີ່ສະດວກໃຫ້ສະມາຊິກຊາວໜຸ່ມໄດ້ຮໍ່າຮຽນທິດສະດີ, ແນວທາງຂອງພັກ, ແນວຄິດໄກສອນ ພົມວິຫານ, ວິທະຍາສາດ ເຕັກນິກ, ເຕັກໂນໂລຊີທີ່ກ້າວໜ້າ, ວິຊາສະເພາະ, ວິຊາຊີບ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນຢູ່ເລື້ອຍໆ ເຊັ່ນ: ຝຶກອົບຮົມວຽກງານໄອທີ ຈໍານວນ 14 ສະຫາຍ, ຝຶກອົບຮົມວຽກງານກວດກາ ຈຳນວນ 3 ສະຫາຍ ຍິງ 1 ສະຫາຍ; ຝຶກອົບຮົມໄລຍະສັ້ນ ແລະ ໄປແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ ຈໍານວນ 5 ສະຫາຍ ຍິງ 2 ສະຫາຍ; ຝຶກອົບຮົມຢູ່ປະເທດອົສຕຣາລີ 1 ສະຫາຍ, ຮຽນທິດສະດີຂັ້ນຕົ້ນ 3 ເດືອນ 17 ສະຫາຍ ຍິງ 8 ສະຫາຍ; ໄປຍົກລະດັບປະລິນຍາໂທຢູ່ ສສ ຫວຽດນາມ ຈໍານວນ 2 ສະຫາຍ, ຈັດຕັ້ງການຂຽນ ແລະ ຂຶ້ນຫ້ອງທົດລອງບັນຍາຍເອກະສານຢູ່ພາຍໃນ ຄອສພ ໄດ້ຈໍານວນ 18 ຄັ້ງ ຈໍານວນ 18 ສະຫາຍ ຍິງ 8 ສະຫາຍ ແລະ ຮຽນພາສາຕ່າງປະເທດດ້ວຍຕົນເອງ ແລະ ອຶ່ນໆ. ນອກຈາກນັ້ນບັນດາ ສະມາຊິກຊາວໜຸ່ມ ຍັງໄດ້ຕັ້ງໜ້າຮໍ່າຮຽນມູນເຊື້ອ, ປະຫວັດສາດຂອງຊາດ, ຂອງພັກ, ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຮໍ່າຮຽນເອົາແບບແຜນການດໍາລົງຊີວິດທີ່ກ້າວໜ້າຂອງບັນດາທ່ານຜູ້ນໍາ ແລະ ຊາວໜຸ່ມຮຸ່ນກ່ອນ, ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າດ້ວຍການຝຶກຝົນຫຼໍ່ຫຼອມຕົນເອງດ້ວຍໂດຍຜ່ານຄວາມເປັນແບບຢ່າງ ເຮັດໃຫ້ສະມາຊິກຊາວໜຸ່ມຫຼາຍສະຫາຍກາຍ ເປັນພະນັກງານສືບທອດປ່ຽນແທນ.

    ສະມາຊິກຊາວໜຸ່ມ ຄອສພ ຍັງເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ທັງນໍາໃຊ້ເວລາວ່າງ ເພື່ອສ້າງເສດຖະກິດຄອບຄົວຂອງຕົນຕາມຄວາມອາດສາມາດ ແລະ ສອດຄ່ອງກັບລະບຽບກົດໝາຍເຊັ່ນ: ໄປສອນເພີ່ມຢູ່ໂຮງຮຽນ ພາກເອກະຊົນ, ປູກຝັງ-ລ້ຽງສັດ, ຄ້າຂາຍ ຕາມເງື່ອນໄຂຂອງຕົນ. ສະນັ້ນ ອີງຕາມມາດຕະຖານການຄັດເລືອກ ຄຊປປລ ຕາມບົດແນະນໍາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ສະບັບເລກທີ 333/ລຂ, ລົງວັນທີ 2 ກໍລະກົດ 2021 ແມ່ນມີ 9 ມາດຖານ ແຕ່ເນື່ອງຈາກຄະນະຊາວໜຸ່ມ ຄອສພ ບໍ່ມີວຽກງານເຍົາວະຊົນ ຈຶ່ງຕີລາຄາແຕ່ 8 ມາດຖານ ໂດຍຖືເອົາຂໍ້ແຂ່ງຂັນ 4 ບຸກ ເປັນໄມ້ຫຼາວັດແທກໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ທັງສູ້ຊົນບຸກບືນສ້າງເສດຖະກິດຄອບຄົວຕາມເງື່ອນໄຂ ແລະ ທ່າແຮງ ຂອງຕົນເອງ. ສະນັ້ນ ຜ່ານການຕີລາຄາແຕ່ລະດ້ານສາມາດປະຕິບັດໄດ້ຄື: ສະມາຊິກຊາວໜຸ່ມ 4 ບຸກ 113 ສະຫາຍ ຍິງ 46 ສະຫາຍ, ໜ່ວຍຊາວໜຸ່ມ 4 ບຸກ 7 ໜ່ວຍ, ຄະນະຊາວໜຸ່ມ ຄອສພ ບຸກດ້ານແນວຄິດ ຕີລາຄາໄດ້ 98%,  ບຸກດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາ 97%, ບຸກດ້ານວຽກງານການຈັດຕັ້ງຕີລາຄາໄດ້ 98%,  ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາຕີລາຄາໄດ້ 97%. ຄຊປປລ ຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 7 ໜ່ວຍຮາກຖານ ຊາວໜຸ່ມທີ່ຂຶ້ນກັບ ຊຶ່ງໄດ້ຮັບການຢັ້ງຢືນ 4 ບຸກ 100%.

    ໃນພິທີດັ່ງກ່າວ ໄດ້ມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ການປະດັບຫຼຽນຊາວໜຸ່ມຕະລຸມບອນໃຫ້ຄະນະໜ່ວຍຊາວໜຸ່ມ ຄອສພ, ມອບຫຼຽນກາລະນຶກ 65 ປີ ໃຫ້ຄະນະຊາວໜຸ່ມ ຄອສພ, ມອບເງິນຊຸກຍູ້ຊາວໜຸ່ມຕົວແບບ. ຈາກນັ້ນ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ຊາວໜຸ່ມ ຄອສພ ແລະ ໃຫ້ທິດຊີ້ນຳໃນການສືບຕໍ່ກາຍເປັນຊາວໜຸ່ມ 4 ບຸກໃນອະນາຄົດ.