Day: May 17, 2024

ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023 ໃນຕອນເຊົ້າວັນທີ 16 ພຶດສະພາ 2024 ຜ່ານມານີ້, ວາລະສານ ອະລຸນໃໝ່ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023 ເປັນກຽດເຂົ້າຮ່ວມໂດຍ

ອົບຮົມວຽກງານ 3 ສ້າງ ແລະ ວຽກງານຊາຍແດນຢູ່ເມືອງໂພນທອງ ແຂວງຫຼວງພະບາງ

ອົບຮົມວຽກງານ 3 ສ້າງ ແລະ ວຽກງານຊາຍແດນຢູ່ເມືອງໂພນທອງ ແຂວງຫຼວງພະບາງ ໃນວັນທີ 14-16 ພຶດສະພາ 2024 ກົມອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ຄະນະໂຄສະນາອົບຮົມເມືອງໂພນທອງ ຈັດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ. ຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ ເມືອງໂພນທອງ ແຂວງຫຼວງພະບາງ ໂດຍໃຫ້ກຽດເປັນປະທານຮ່ວມເປີດຂອງ ທ່ານ ທອງດີ ດວງພະຈັນ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ທ່ານ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄອສພ ແລະ ທ່ານ ສົມຈິດ ສິງລໍຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ຊຶ່ງມີຜູ້ເຂົ້າຮ່ວມອົບຮົມທັງໝົດ 34 ທ່ານ, ຍິງ 8 ທ່ານ. ໃນນັ້ນ, ມາຈາກກອງບັນຊາການ ປກສ ເມືອງ 2 ທ່ານ, ກອງບັນຊາການ ປກຊ 2 ທ່ານ, ຄູ-ອາຈານສອນຢູ່ […]