ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເປັນການປູກຈິດສໍານຶກໃຫ້ທຸກໆຊັ້ນຄົນໃນສັງຄົມເຫັນໄດ້ຄວາມສໍາຄັນ ຂອງປ່າໄມ້ ພ້ອມກັນປົກປັກຮັກສາຕົ້ນໄມ້ໃຫ້ເປັນປ່າ, ໃນຕອນເຊົ້າວັນທີ 31 ພຶດສະພາ 2024 ຢູ່ທີ່ສູນຝຶກອົບຮົມຄົບວົງຈອນ ຂອງຄະນະໂຄສະນາອົບຮົມສູນກາງພັກ (ເຂດບ້ານຫ້ວຍຍາງ ດົງໝາກຄາຍ) ໄດ້ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂສະນາອົບຮົມສູນກາງພັກ ມີບັນດາຄະນະປະຈຳພັກ, ກໍາມະການພັກ, ຫົວໜ້າກົມ ພ້ອມດ້ວຍພະນັກງານບັນດາກົມ ອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ກິດຈະກໍາປູກຕົ້ນໄມ້ ຂອງ ຄອສພ ເປັນການປະກອບສ່ວນ ເຂົ້າໃນການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ກໍານົດວ່າ: ຮອດປີ 2025 ຕ້ອງສູ້ຊົນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ຫຼາຍກວ່າ 70% ຂອງເນື້ອທີ່ປ່າທົ່ວປະເທດ, ທັງເປັນການປູກຈິດສໍານຶກໃຫ້ສັງຄົມຖືການພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາທໍາມະຊາດ, ຮັກສາລະບົບນິເວດວິທະຍາ, ສະກັດກັ້ນມົນລະພິດ ແລະ ເພື່ອເຮັດໃຫ້ພະນັກງານລັດຖະກອນຮູ້ປົກປັກຮັກສາ, ອານຸລັກ, ຮັກສາທຳມະຊາດ ແລະ ເປັນການປູກຈິດສຳນຶກໃຫ້ພວກເຮົາທຸກຄົນເອົາໃຈໃສ່ຮັກສາສິ່ງແວດລ້ອມ. ອີກດ້ານໜື່ງເປັນການສ້າງຂະບວນການຕ້ອນຮັບການກະກຽມກອງປະຊຸມໃຫຍ່3ຂັ້ນຂອງບັນດາກົມພາຍໃນ ຄອສພ ແລະ ກະກຽມທຸກເງື່ອນໄຂກ້າວເຂົ້າສູ່ກອງປະຊຸມໃຫ້ອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກໃນຕໍ່ໜ້າ

.