ການສຳພາດການນຳຂັ້ນສູງແຂວງ ແລະ ເມືອງ

ການສຳພາດການນຳຂັ້ນສູງແຂວງ ແລະ ເມືອງ

               ໃນລະຫວ່າງວັນທີ 11 ຫາ 14 ສິງຫາ 2024 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມໂຄສະນາ ພ້ອມດ້ວຍທີມງານ ຮ່ວມກັບຄະນະໂຄສະນາອົບຮົມແຂວງຫົວພັນ ກໍໄດ້ເຂົ້າສໍາພາດຄະນະນໍາຂອງແຂວງ ເຊິ່ງທ່ານ ປອ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ໃຫ້ສຳພາດກ່ຽວກັບຜົນສໍາເລັດທີ່ພົ້ນເດັ່ນໃນການກະກຽມຈັດຕັ້ງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ແຂວງຫົວພັນ. ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ: ພາຍຫລັງໄດ້ມີຄໍາສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 411/ຄລສພ, ລົງວັນທີ 8 ສິງຫາ2023; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023; ມາຮອດປັດຈຸບັນແຂວງຫົວພັນໄດ້ກະກຽມຄວາມພ້ອມສຳເລັດໂດຍພື້ນຖານ ຄາດວ່າພາຍໃນເດືອນ 10 ປີ2024 ນີ້ຈະໃຫ້ສໍາເລັດກອງປະຊຸມອົງຄະນະພັກຮາກຖານອ້ອມຂ້າງແຂວງ, ຈາກນັ້ນໄລຍະເດືອນ 1 ຫາເດືອນ 3 ປີ 2025 ຈະໃຫ້ສໍາເລັດກອງປະຊຸມອົງຄະນະພັກເມືອງ ທັງ 10 ເມືອງທົ່ວແຂວງ, ໃນເດືອນ 4 ປີ 2025 ຈະຈັດກອງປະຊຸມອົງຄະນະພັກກອງບັນຊາການ ປກຊ-ປກສ ແຂວງ ແລະ  ຈະຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຂຶ້ນໃນເດືອນ 9 ປີ 2025.

ນອກຈາກນັ້ນ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ປະຈໍາການ ຊີ້ນໍາວຽກງານແນວຄິດ, ວຽກງານພັກ-ພະນັກງານຂັ້ນແຂວງ ໃຫ້ຮູ້ຕື່ມວ່າ: ໄປຄຽງຄູ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທ້າຍສະໄໝ ຂອງແຂວງຫົວພັນ ເວົ້າລວມ, ເວົ້າສະເພາະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃນໄລຍະທີ່ຜ່ານມາ ຕິດພັນກັບການກະກຽມຈັດຕັ້ງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ແຂວງຫົວພັນເຫັນວ່າມີອັນພົ້ນເດັ່ນຫຼາຍຢ່າງ ໂດຍສະເພາະ ກໍແມ່ນການເພີ່ມທະວີການນຳພາສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍູ້ແຮງຂະບວນການຮອບດ້ານ ຕິດພັນກັບການປະຕິບັດ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ການປັບປຸງກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ເພື່ອເປັນກໍາລັງແຮງ ໃນການສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃນທ້າຍສະໄໝ ໃຫ້ສາມາດບັນລຸຄາດໝາຍສູ້ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກໃຫ້ມີຜົນສໍາເລັດ ໂດຍສະເພາະຈຸດສຸມ ແມ່ນເລັ່ງໃສ່ແກ້ໄຂ ບັນຫາຕົວຈິງທີ່ຕັ້ງຂຶ້ນ ເຊິ່ງເປັນບັນຫາເຄັ່ງຮ້ອນ ເປັນຕົ້ນ: ການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ໃນສັງຄົມໃຫ້ມີການ ຫັນປ່ຽນຢ່າງຈະແຈ້ງ; ປຸກລະດົມປະຊາຊົນບັນດາເຜົ່າພາຍໃນແຂວງຫົວພັນເປັນເຈົ້າຕົນເອງ ແລະ ເຂົ້າຮ່ວມຂະບວນການຕ່າງໆ ຢ່າງແຂງແຮງ ແລະ ກວ້າງຂວາງ; ຖືສໍາຄັນ ແລະ ເອົາໃຈໃສ່ກະກຽມດ້ານເນື້ອໃນຂອງ ກອງປະຊຸມໃຫຍ່ ແຕ່ລະອົງຄະນະພັກ, ຕ້ອງຄັດເລືອກໃຫ້ໄດ້ ພະນັກງານນໍາພາ-ຄຸ້ມຄອງ ແລະ ສືບທອດປ່ຽນແທນ ທີ່ຮັບປະກັນຄຸນນະພາບ, ມີມາດຕະຖານ, ເງື່ອນໄຂຄົບຖ້ວນໂດຍສະເພາະແມ່ນທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ບໍລິສຸດຜຸດຜ່ອງ ຕໍ່ອຸດົມການຂອງພັກ, ຂານອາສາຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ ເພື່ອປະກອບເຂົ້າໃນໂຄງປະກອບ ຄະນະພັກຊຸດໃໝ່ ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນລະບົບ ທັງ 3 ຮຸ່ນພະນັກງານ, ມີສັດສ່ວນເພດ, ເຜົ່າທີ່ເໝາະສົມສອດຄ່ອງຕາມເງື່ອນໄຂ, ຈຸດພິເສດຂອງທ້ອງຖິ່ນ, ຂົງເຂດກໍຄືຂະແໜງການນັ້ນໆ.

ຈາກນັ້ນ ກໍໄດ້ລົງເຄື່ອນໄຫວສໍາພາດ ທ່ານ ໄຊຍະແສງ ຊົງຢົງຢາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສົບເບົາ ແລະ ທ່ານ ວັນເພັດ ສີບຸນແສງ ເລຂາພັກເມືອງ ເຈົ້າເມືອງແອດ ພ້ອມລົງສໍາພາດຕົວແບບກຸ່ມຫັດຖະກໍາແຕ້ມທຽນ 3 ເອື້ອຍນ້ອງ ຢູ່ບ້ານວຽງຮັງ ເມືອງສົບເບົາ ແລະ ຄອບຄົວຕົວແບບຫັດຖະກໍາເສື່ອນອນ, ໝອນ, ຜ້ານັ່ງ ຢູ່ບ້ານຫ້ວຍກູ້ ເມືອງແອດ.

(ພາບ-ຂ່າວ: ມີໄຊ)