ຈີນ ເດັດຂາດເດີນຕາມເສັ້ນທາງການປະດິດສ້າງຢ່າງເປັນເຈົ້າຕົນເອງ

ຈີນ ເດັດຂາດເດີນຕາມເສັ້ນທາງການປະດິດສ້າງຢ່າງເປັນເຈົ້າຕົນເອງ

ກອງປະຊຸມ ຄັ້ງທີ 3 ຂອງສະພາປຶກສາ ການເມືອງປະຊາຊົນແຫ່ງຊາດ ຈີນ ຊຸດທີ 14 ໄດ້ເປີດຂຶ້ນໃນວັນ ທີ 4 ມີນາ 2025 ຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມດັ່ງກ່າວຖືກເອີ້ນວ່າ: ກອງປະຊຸມສອງສະພາ ຊຶ່ງເປັນເຫດການສຳຄັນທາງຊີວິດການເມືອງຂອງຈີນ.

ກອງປະຊຸມຄັ້ງທີ 1 ຂອງ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 12. ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ໃນການແຂ່ງຂັນກຳລັງແຮງສັງລວມ ແຫ່ງຊາດ ທີ່ນັບມື້ດຸເດືອດຂຶ້ນ ໃນທົ່ວໂລກ, ພວກເຮົາບໍ່ມີທາງ ເລືອກອື່ນຫຼາຍ ຊຶ່ງເດັດຂາດ ຕ້ອງເດີນຕາມເສັ້ນທາງການ ປະດິດສ້າງຢ່າງເປັນເຈົ້າຕົນເອງ.

ການປະດິດສ້າງຢ່າງເປັນ ເຈົ້າຕົນເອງເປັນຂໍກຸນແຈສ ຳຄັນ ຄື; “ເປັນເຈົ້າຕົນເອງ” ທ່ານ ຊ້າ ນເຈີ່ງໄຫ ວິສະວະກອນຂອງ ກຸ່ມບໍລິສັດກົນຈັກວິສະວະກຳ ສວີໂຈ່ວ ແຂວງຈ່ຽງຊູ ໄດ້ໃຫ້ສ ຳພາດຕໍ່ສື່ມວນ ຊົນວ່າ: ຈາກປະສົບການເຮັດ ວຽກໃນຂະແໜງການນີ້ມາໄດ້ ເກືອບ 30 ປີ, ຂ້າພະເຈົ້າມີ ຄວາມຮູ້ສຶກອັນເລິກເຊິ່ງວ່າ ການປະດິດສ້າງດ້ານວິທະ ຍາສາດເຕັກໂນໂລຊີ ແມ່ນຕ້ອງ ປະຖິ້ມຄວາມໄຝ່ຝັນ, ຕ້ອງເພິ່ງ ຕົນເອງ.

ໃນໂອກາດເຂົ້າຮ່ວມກອງ ປະຊຸມສອງສະພາຂອງຈີນ ໃນ ຊຸມປີຜ່ານມາ ໂດຍປິ່ນອ້ອມ ຫົວຂໍ້: “ການປະດິດສ້າງຢ່າງ ເປັນເຈົ້າຕົນເອງ”, ທ່ານ ສີຈິ້ນ ຜິງ ໄດ້ມີທັດສະນະສ ຳຄັນເຊັ່ນ: ກ ຳຈັດປັດເປົ່າປາກົດການອັນ ໂດດດ່ຽວເໝືອນ “ເກາະດຽວ ກາງມະຫາສະໝຸດ” ແຫ່ງການ ປະດິດສ້າງດ້ານວິທະຍາສາດ ເຕັກໂນໂລຊີ, ເຮັດໃຫ້ຜົນງານ ດ້ານການປະດິດສ້າງ ຫັນເປັນ ກ ຳລັງການຜະລິດຕົວຈິງ ໃຫ້ ໄວກວ່າເກົ່າ, ຕ້ອງສ້າງສະພາບ ແວດລ້ອມທີ່ດີ ຕໍ່ການພັດທະນາ ນະວັດຕະກ ຳການສ້າງທຸລະກິດ ແລະ ກນປະດິດສ້າງ. ເພີ່ມທະວີການເຊື່ອມໂຍງເຂົ້າກັນຢ່າງ ເລິກເຊິ່ງ ລະຫວ່າງ ການປະດິດ ສ້າງດ້ານວິທະຍາສາດ ເຕັກ ໂນໂລຊີ ແລະ ການປະດິດສ້າງ ດ້ານອຸດສາຫະກຳ ແລະ ອື່ນໆ.

ຈາກການພິມແບບ 3D, ການສື່ສານລະບົບ 5G ຮອດຖານຂໍ້ມູນໃຫຍ່, ຄລາວຄອມພິວຕິງ (cloud computing) ຕະຫຼອດຮອດການຂັບຂີ່ໂດຍອັດຕະໂນມັດ, ປັນຍາ ປະດິດ ຫຼື AI. ການປ່ຽນແປງ ດ້ານຫົວຂໍ້ປຶກສາຫາລືກ່ຽວກັບການປະດິດສ້າງໃນກອງປະຊຸມສອງສະພາຂອງຈີນໃນຫຼາຍປີຜ່ານມາໄດ້ເປັນສັກຂີພິຍານໃຫ້ລະດັບການປະດິດສ້າງຂອງຈີນ ໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະບຸນກຸດຈີນປີ 2025, DeepSeek ເຄື່ອງມື AI ທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ໄດ້ກາຍເປັນ “ຜູ້ມີຊື່ສຽງທີ່ສຸດ” ໃນການປະດິດ ສ້າງດ້ານວິທະຍາສາດເຕັກໂນໂລຊີໃນທົ່ວໂລກ.

ການປະດິດສ້າງຢ່າງເປັນ ເຈົ້າຕົນເອງ ເປັນຂະບວນການ ທີ່ສະສົມພະລັງແຮງ ແລະ ເສີມຂະຫຍາຍບົດບາດເທື່ອລະກ້າວ. ໃນກອງປະຊຸມສອງສະພາຂອງຈີນ ປະຈ ຳປີ 2016, ທ່ານ ສີຈິ້ນຜິງ ໄດ້ກ່າວ ວ່າ: ຈີນ ກາຍເປັນປະເທດທີ່ ເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ຢ່າງແທ້ຈິງອາດ ຈະຕ້ອງໃຊ້ເວລາ 10 ປີ, 15 ປີ, 20 ປີ ຫຼື ອາດຈະແມ່ນ 30 ປີ, 50 ປີ ກໍເປັນໄປໄດ້. ແຕ່ວ່າ ພວກເຮົາຕ້ອງ  ກຳແໜ້ນກາລະໂອກາດ, ຊອກເຫັນເສັ້ນທາງການພັດທະນາດ້ວຍການປະດິດສ້າງໃຫ້ຖືກທິດແລ້ວ, ກໍ ຕ້ອງຮັກສາຄວາມໜັກແໜ້ນ, ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ແລະ ກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.