ຝຶກອົບຮົມ ການພັດທະນາທັກສະດີຈີຕອນ (Low code No code) ເພື່ອກ້າວເຂົ້າສູ່ Digital Government
ໃນລະຫວ່າງວັນທີ 19-20 ມີນາ 2025 ທີ່ໂຮງແຮມຄລາວພາຊ້າ ພະນັກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເຂົ້າຮ່ວມຝຶກອົບຮົມ ການພັດທະນາທັກສະດີຈີຕອນ Low code No code ເພື່ອກ້າວເຂົ້າສູ່ Digital Government ໃນຮູບແບບ Train the Trainers(TOT) ພາຍໃຕ້ໂຄງການ ການຮ່ວມມືມະຫາວິທະຍາໄລຂອນແກນປະເທດໄທ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ ສັນຕິສຸກ ສີມມາລາວົງ ຮອງລັດຖະມົນຕີ ກະຊວງ ຕສ, ທ່ານ ດຣ ຄີລິສັກ ເຫຼົ່າຈັນຂາມ ຄະນະບໍດີວິທະຍາໄລການປົກຄອງທ້ອງຖິ່ນ ຈັງຫວັດຂອນແກ່ນ ປະເທດໄທ, ທ່ານ ດຣ ເດັ່ນພົງ ສຸດພັກດີ ຮອງອະທິການບໍດີຝ່າຍການສຶກສາ ແລະ ດີຈີຕອນ ມະຫາວິທະຍາໄລຂອນແກ່ນ ປະເທດໄທ ເຂົ້າຮ່ວມມີ: ບັນດານັກສຳມະນາກອນທີ່ມາຈາກກະຊວງອົງການ, ທີ່ມີສັນຍາຮ່ວມມືກັບກະຊວງ ແລະ ວິຊາການຈາກກະຊວງ ຕສ.
ໃນພິທີເປີດການຝຶກອົບຮົມໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ຂອງການຮ່ວມມື ແລະ ຄວາມເປັນມາຂອງວຽກງານດັ່ງກ່າວ.
ຈຸດປະສົງເພື່ອເຮັດໃຫ້ພະນັກງານ-ລັດຖະກອນໄດ້ມີຄວາມຮູ້ທາງດ້ານໄອທີເພີ້ມຂຶ້ນສາມາດຕໍ່ຍອດພັດທະນານຳໃຊ້ເຄື່ອງທີ່ທັນສະໄໝ ແລະ ຫັນເປັນດີຈີຕອນ ວຽກງານທີ່ຕົນຮັບຜິດຊອບເພື່ອເປັນການຕອບສະໜອງຕາມແນວທາງນະໂຍບາຍຂອງພັກລັດ, ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ຂອງ ສປປ ລາວ. ບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ປະກອບມີ:
- ການອອກແບບ Digital Workflow ດ້ວຍທັກສະ Low Code No Code
- ການປະດິດສ້າງໃນການນຳໃຊ້ AppSheet ໃຫ້ມີປະສິດທິພາບສູງເຂົ້າໃນວຽກງານບໍລິຫານ ແລະ ການບໍລິການອົງກອນຂອງຕົນໃນຍຸກດີຈີຕອນ