ຫຼັກການກ່ຽວກັບການແກ້ໄຂຂໍ້ພິພາດໂດຍທາງສັນຕິວິທີ

ຫຼັກການກ່ຽວກັບການແກ້ໄຂຂໍ້ພິພາດໂດຍທາງສັນຕິວິທີ

ໂດຍ:ຄຳວອນ ພານຸວົງ

ການພັດທະນາກົນໄກ ຂອງການແກ້ໄຂຂໍ້ພິພາດລະຫວ່າງປະເທດ ໂດຍທາງສັນຕິວິທີດ້ວຍສົນທິສັນຍາຫຼາຍສະບັບເຊິ່ງ ໄດ້ລິເລີ່ມປະຕິບັດມາຕັ້ງແຕ່ຍຸກຂອງຈັກກະພັດໂຣມັນ ເປັນຕົ້ນມາຄື:

  1. 1. Peace of Westphalia: ຄໍາວ່າ ສັນຕິພາບໃນຍຸກ Westphalia ໝາຍເຖິງສົນທິສັນຍາຕ່າງໆ ທີ່ໄດ້ຮັບການລົງນານ ໃນລະຫວ່າງເດືອນພຶດສະພາ ແລະ ເດືອນຕຸລາ 1648 ທີ່ເມືອງ Osnabrück ແລະ ເມືອງ Münster, ປະເທດເຢຍລະມັນ. ສົນທິສັນຍາເຫຼົ່ານີ້ ມີບົດບາດໃນການຍຸດຕິສົງຄາມ ທີ່ໄດ້ດໍາເນີນມາເປັນ ເວລາ 30 ປີ (1618-1648) ໃນຍຸກຂອງຈັກກະພັດໂຣນັ້ນ (Holy Roman Empire), ກໍເຊັ່ນສົງຄາມ 80 ປີ (1568 – 1648) ລະຫວ່າງແອສປາຍກັບສາທາລະນະລັດດັສ໌.

ສົນທິສັນຍາ ທີ່ກ່າວມາຂ້າງເທິງນີ້ ເກີດຂຶ້ນຈາກຜົນ ຂອງ ກອງປະຊຸນໃຫຍ່ ທາງການທູດ (diplomatic congress) ຄັ້ງທໍາອິດຂອງໂລກ ຊຶ່ງເຮັດໃຫ້ ມີການລິເລີ່ນສ້າງລະບຽບການ ທາງການເມືອງອັນໃໝ່ໃນເອີຣົບກາງ ຕາມແນວຄວາມຄິດຂອງການປົກຄອງລັດ ທີ່ມີເອກະລາດ ແລະ ອຳນາດອະທິປະໄຕ. ສົນທິສັນຍາ ເຫຼົ່ານີ້ ໄດ້ເປັນໜຶ່ງ ໃນບັນດາຫຼັກກົດໝາຍລັດຖະທຳມະນູນ ຂອງ ຈັກກະພັດໂຣມັນ.

  1. Jay Treaty 1794 ແມ່ນສົນທິສັນຍາລະຫວ່າງສະຫະລັດອາເມລິກາ ກັບ ອັງກິດກ່ຽວກັບການຫຼີກລ້ຽງ ການເຮັດເສິກສົງຄາມແລະ ການແກ້ໄຂຂໍ້ຂັດແຍ້ງທີ່ຍັງຄ້າງຄາມາແຕ່ສະໄໝສົນທິສັນຍາປາຣີ 1783 (Treaty of Paris of 1783) ຊຶ່ງນໍາໄປ ສູ່ການຍຸດຕິການປະຕິວັດຢູ່ອາເມລິກາ ແລະ ໄດ້ສ້າງເງື່ອນໄຂໃຫ້ມີການພົວພັນທາງດ້ານ ການຄ້າລະຫວ່າງສະຫະລັດອາເມລິກາກັບອັງກິດ.”
  2. Alabama Claims ແມ່ນຄະດີກ່ຽວກັບການຮຽກຮ້ອງ ຂອງ ສະຫະລັດອາເມລິກາໃຫ້ອັງກິດ ຈ່າຍຄ່າຊົດເຊີຍຜົນເສຍຫາຍ ສົງຄາມກາງເມືອງຢູ່ອາເມລິກາ ແລະ ກໍລະນີຄະດີເຮືອ Alabama ຊຶ່ງສານອະນຸຍາໂຕຕຸລາການໄດ້ຊື້ຂາດໃຫ້ລັດຖະບານອັງກິດ ຈ່າຍຄ່າຊົດເຊີຍຜົນເສຍຫາຍໃນປີ 1872 ໃຫ້ແກ່ສະຫະລັດອາເມລິກາເປັນ ຈໍານວນເງິນ 15.500.000 ໂດລາສະຫະລັດ,
  3. ສານອະນຸຍາໂຕຕຸລາການປະຈໍາ ແມ່ນອົງການຈັດຕັ້ງສາກົນ, ມີທີ່ ຕັ້ງຢູ່ນະຄອນເຮັກ, ປະເທດໂຮນລັງ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1899 ໂດຍກອງປະ ຊຸມສັນຕິພາບຢູ່ນະຄອນເຮັກ ຄັ້ງທໍາອິດ ແລະ ເປັນສະຖາບັນທີ່ເກົ່າແກ່ທີ່ສຸດ ສໍາລັບການແກ້ ໄຂຂໍ້ພິພາດລະຫວ່າງປະເທດ, ການສ້າງຕັ້ງສານອະນຸຍາໂຕຕຸລາການປະຈຳ ໄດ້ກຳນົດ ໄວ້ພາຍໃຕ້ມາດຕາ 20-29 ປີ 1899 ເພື່ອການລະງັບຂໍ້ພິພາດ ລະຫວ່າງປະເທດ.
  4. 5. ສັນຍາແຫ່ງສັນນິບາດແຫ່ງຊາດ (Covenant of the League of Nations) ແມ່ນກົດບັດຂອງສັນນິບາດແຫ່ງຊາດ, ໄດ້ຮັບການລົງນານໃນວັນທີ 28 ມິຖຸນາ 1919 ແລະ ມີຜົນສັກສິດໃນການນຳໃຊ້ໃນວັນທີ 10 ມັງກອນ 1920. ມາດຕາ 4, 6, 12, 13, ແລະ 15 ໄດ້ຮັບ ການປັບປຸງປ່ຽນແປງ ໃນປີ ກົດບັດຂອງສັນນິບາດແຫ່ງຊາດ ມີລະບຽບຫຼັກການ ແລະ ໂຄງສ້າງຄ້າຍຄືກັນກັບກົດບັດ ສປຊ. ສຳນັກງານໃຫຍ່ ຂອງ ສັນນິບາດແຫ່ງຊາດຕັ້ງຢູ່ເຊີແນວ, ປະເທດສະວິດເຊີແລນ. ເພາະວ່າ ປະເທດສະວິດເຊີແລນໄດ້ດໍາເນີນນະໂຍບາຍການຕ່າງປະເທດເປັນກາງ ແລະ ບໍ່ໄດ້ເຂົ້າຮ່ວມໃນການເຮັດສົງຄາມໂລກຄັ້ງທີ I.

ສັນນິບາດແຫ່ງຊາດ ໄດ້ກຳເນີດເກີດຂຶ້ນ ຫຼັງສົງຄາມໂລກຄັ້ງທີ I ສິ້ນສຸດລົງ ແລະ ມີພາລະໜ້າທີ່ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວໂລກວ່າ ສົງຄາມຈະບໍ່ເກີດຂຶ້ນອີກ. ຫຼັງຈາກຄວາມວຸ້ນວາຍເກີດຂຶ້ນ ຍ້ອນສົນທິສັນຍາແວກໄຊ (Versailles Treaty) ຊາວໂລກຫຼຽວເຫັນແຕ່ສັນນິບາດແຫ່ງຊາດ ເທົ່ານັ້ນ ທີ່ຈະນໍາເອົາສະຖຽນລະພາບມາສູ່ໂລກ.

  1. 6. ສານຍຸຕິທຳສາກົນປະຈໍາ (Permanent Court of International Justice) PCIJ ແມ່ນສານສາກົນ ທີ່ມີຄວາມກ່ຽວຂ້ອງກັບສັນນິບາດແຫ່ງຊາດ ເຊິ່ງໄດ້ຮັບການ ສ້າງຂຶ້ນໃນປີ 1922 ໃນຂະນະທີ່ ສະພາບການສາກົນມີຄວາມເຄັ່ງຕຶງ ໃນຊຸມປີ ສານດັ່ງກ່າວ ໄດ້ຖືກນໍາໃຊ້ນັບມື້ນັບລົດໜ້ອຍຖອຍລົງ ໃນທີ່ສຸດກໍຖືກຍຸບໄປໂດຍຍັດຕິ ກອງປະຊຸມຄັ້ງວັນທີ 18 ເມສາ 1946.

PCIJ ໄດ້ປະຕິບັດໜ້າທີ່ຂອງຕົນ ໃນລະຫວ່າງປີ 1922 ແລະ 1940, ກ່ຽວ ກັບ 29 ກໍລະນີການສູ້ຄະດີຄວາມ (contentious cases) ລະຫວ່າງລັດ ແລະ 27 ກໍລະນີ ທີ່ຂໍຄວາມເຫັນແນະນໍາ (advisory opinions), ຊຶ່ງໄດ້ປະກອບສ່ວນເຂົ້າໃນການ ພັດທະນາກົດໝາຍລະຫວ່າງຊາດ ອີກລະດັບໜຶ່ງ.

  1. 7. Kellogg-Briand Pact ໄດ້ຮັບການລົງນານ ໃນວັນທີ 27 ສິງຫາ 1928 ວ່າດ້ວຍການຫຼີກລ້ຽງ ການເຮັດສົງຄາມຮຸກຮານ, ຫ້າມນຳໃຊ້ສົງຄາມເປັນ ເຄື່ອງມືຂອງນະໂຍບາຍແຫ່ງຊາດ ແຕ່ມີການຍົກເວັ້ນໃນກໍລະນີ ເພື່ອເປັນການປ້ອງກັນຕົນເອງ, ການທີ່ເອີ້ນວ່າ Kellogg-Briand Pact ແມ່ນເປັນການເອີ້ນຕາມຊື່ ຂອງ Frank B. Kellogg ແລະ ລັດຖະມົນຕີຕ່າງປະເທດຝັ່ງ Aristide Briand.
  2. 8. ອົງການສະຫະປະຊາຊາດ (United Nations) ເຊິ່ງເປັນອົງການຈັດຕັ້ງສາກົນທີ່ອຳນວຍຄວາມສະດວກ ໃນການພົວພັນຮ່ວມມືລະຫວ່າງ ປະເທດ ທາງດ້ານກົດໝາຍລະຫວ່າງປະເທດ, ການປົກປັກຮັກສາຄວາມໝັ້ນຄົງສາກົນ, ການພັດທະນາເສດຖະກິດ, ຄວາມກ້າວໜ້າທາງສັງຄົນ, ສິດທິມະນຸດ ແລະ ການປົກຮັກສາສັນຕິພາບໂລກ. ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1945 ຫຼັງ ສົງຄາມໂລກຄັ້ງທີ II ແທນສັນນິບາດແຫ່ງຊາດ ທີ່ປະຕິບັດໜ້າທີ່ໃນການໄກ່ເກຍເພື່ອຍຸດຕິສົງຄາມລະຫວ່າງປະເທດ ແລະ ເປັນເວທີສໍາລັບການເຈລະຈາ. ປັດຈຸບັນມີ 192 ປະເທດສະມາຊິກລັດທີ່ມີອຳນາດອະທິປະໄຕ ໃນນັ້ນລວນທັງລັດວາຕີກັງ. ສປຊ ຖືກສ້າງຕັ້ງຂຶ້ນໂດຍມີເປົ້າໝາຍຕົ້ນຕໍເພື່ອປົກປັກຮັກສາສັນຕິພາບໂລກ ຊຶ່ງບັນຍັດໃນພາກອະລໍາພະບົດແຫ່ງກົດບັດສປຊ ຂຽນໄວ້ວ່າ:

– ຈະຊ່ວຍຄົນລຸ່ນຫຼັງ ໃຫ້ພົ້ນຈາກໄພພິບັດແຫ່ງສົງຄາມ ຊຶ່ງໄດ້ນຳເອົາຄວາມສູນເສຍຢ່າງໃຫຍ່ຫຼວງມາສູ່ມະນຸດ ໃນຊົ່ວຊີວິດຂອງພວກເຮົາເຖີງສອງຄັ້ງ(ສົງຄາມໂລກຄັ້ງທີ I ແລະ ສົງຄາມໂລກຄັ້ງທີ II).

– ຈະຢືນຢັນເຖິງຄວາມເຊື່ອໝັ້ນ ໃນສິດທິອັນເປັນພື້ນຖານຂອງນະນຸດຊາດ, ກຽດສັກສີ ແລະ ຄຸນຄ່າຂອງມວນນະນຸດແຕ່ລະຄົນ, ສິດສະເໝີພາບລະຫວ່າງຍິງ-ຊາຍ ກໍຄືບັນດາປະຊາຊາດໃຫຍ່ ແລະ ນ້ອຍຢູ່ໃນໂລກ.

– ຈະສ້າງເງື່ອນໄຂອັນຈຳເປັນ ໃຫ້ແກ່ການປົກປັກຮັກສາຄວາມຍຸຕິທຳ ແລະ ການເຄົາລົບຕໍ່ພັນທະກໍລະນີທັງປວງທີ່ເກີດມາຈາກສົນທິສັນຍາ ແລະ ມາຈາກສາເຫດອື່ນໆຂອງກົດໝາຍລະຫວ່າງປະເທດ.

– ຈະສົ່ງເສີມຄວາຍກ້າວໜ້າທາງສັງຄົມ ແລະ ເງື່ອນໄຂແຫ່ງການດຳລົງຊີວິດອັນດີກວ່າເກົ່າ ທ່າມກາງຄວາມມີອິດສະລະພາບຢ່າງກວ້າງຂວາງຍິ່ງໆຂຶ້ນ.

– ຈະປະຕິບັດການຜ່ອນສັ້ນຜ່ອນຍາວ ແລະ ດໍາລົງຊີວິດຢູ່ຮ່ວມກັນໃນຖານະບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ.

– ຈະເຕົ້າໂຮມກໍາລັງຂອງພວກເຮົາ ເພື່ອປົກປັກຮັກສາສັນຕິພາບໂລກ ແລະ ຄວາມໝັ້ນຄົງສາກົນ.

– ຈະຍອມຮັບຫຼັກການ ແລະ ສ້າງຕັ້ງວິທີການຄໍ້າປະກັນວ່າ ຈະບໍ່ມີການໃຊ້ກຳລັງອາວຸດ.

  1. 9. ສານຍຸຕິທຳສາກົນ (The International Court of Justice) ເປັນອົງການຕຸລາການ ຂອງ ສປຊ ຊຶ່ງມີສໍານັກງານຕັ້ງຢູ່ພະຣາຊະວັງສັນຕິພາບ (Peace Palace) ທີ່ນະຄອນເຮັກ, ປະເທດໂຮນລັງ. ສານດັ່ງກ່າວ, ເຮັດສອງໜ້າທີ່ຫຼັກ ຄື: ການລະງັບຂໍ້ພິພາດດ້ວຍກົດໝາຍ ແລະ ມີຄໍາເຫັນແນະນໍາບັນຫາຂໍ້ພິພາດ ທີ່ຖືກສົ່ງໃຫ້ ໂດຍລັດ, ອົງກອນ, ໜ່ວຍງານສາກົນ ແລະ ສະມັດຊາໃຫຍ່ ສປຊ. ສານຍຸຕິທຳສາກົນ ປະກອບດ້ວຍຜູ້ພິພາກສາ 15 ຄົນ ເຊິ່ງຖືກຄັດເລືອກ ໂດຍສະມັດຊາໃຫຍ່ ສປຊ ແລະ ຄະນະມົນຕີຄວາມໝັ້ນຄົງແຫ່ງ ສປຊ, ມີໄລຍະການປະຕິບັດໜ້າທີ່ 9 ປີ, ສານຍຸຕິທຳສາກົນ ໄດ້ເລີ່ມປະຕິບັດໜ້າທີ່ຂອງຕົນໃນປີ 1946 ຊຶ່ງເປັນອົງກອນສືບທອດສານຍຸຕິທຳ ສາກົນປະຈໍາ (Permanent Court of International Justice).

ນອກຈາກອົງການຕຸລາການຫຼັກ ທີ່ກ່າວມາຂ້າງເທິງແລ້ວ ຍັງມີອົງກອນ ຕຸລາການຍ່ອຍ (ອົງກອນສະເພາະ) ອີກສອງອົງກອນຄື:

  1. ສານອາສະຍາກໍາສາກົນ (The International Criminal Court ຫຼື ICC) ແມ່ນອົງການສານປະຈໍາອັນໜຶ່ງ ຊຶ່ງດໍາເນີນຄະດີຕໍ່ບຸກຄົນທີ່ຖືກກ່າວຫາວ່າ ເປັນບຸກຄົນຂ້າລ້າງເຊື້ອຊາດ (genocide), ອາສະຍາກໍາຕໍ່ມະນຸດຊາດ (crimes against humanity), ອາສະຍາກໍາສົງຄາມ (war crimes) ແລະ ອາສະຍາກໍາຄວາມຮຸນແຮງ (crime of aggression), ໂດຍມີສໍານັກງານໃຫຍ່ ຕັ້ງຢູ່ນະຄອນເຮັກ, ປະເທດໂຮນລັງ ແລະ ມີຫ້ອງການປະສານງານ ຢູ່ທີ່ນີວຢອກ(ສະຫະລັດອາມາລິກາ),
  2. ສານອາສະຍາກໍາສາກົນ ຕໍ່ອະດີດການນຳຂັ້ນສູງຢູ່ໂກສະລາວີ (International Criminal Tribunal for the former Yugoslavia ຫຼື ICTY) ເປັນສານສະເພາະກິດຂອງ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອການດໍາເນີນຄະດີຕໍ່ບຸກຄົນ ທີ່ກໍ່ອາສະຍາກຳໃນສົງຄາມຢູ່ໂກສະລາວີ ທີ່ຕັ້ງຢູ່ທີ່ນະຄອນເຮັກ, ປະເທດໂຮນລັງ ເຊັ່ນກັນ.

ຂໍ້ມູນຈາກປຶ້ມ: ການລະງັບຂໍ້ພິພາດ ໂດຍວິທີທາງສັນຕິ