ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ

ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ

                                                                    ຂ່າວ​ໂດຍ: ຈິນດາວັນ ອິນສົມເພຍ

ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ເຕັກ​ນິກ ໃຫ້ແກ່​ພະ​ນັກ​ງານຜູ້​ທີ່​ເຮັດໂຄສະນາ-ປາຖະກະຖາ ແລະ ​​ເກັບ​ກຳຫາງ​ສຽ​ງ​ສັງ​ຄົມ ພາຍ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ ​ໃຫ້​ສາ​ມາດນຳເອົາແນວທາງນະໂຍບາຍຂອງພັກ-ລັດ ໄປຈັດ​ຕັ້ງເຜີຍແຜ່ ແລະ ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ ຂອງ​ຕົນ ແລະ ​ທົ່ວ​ສັງ​ຄົມ ໃຫ້ກວ້າງ​ຂວາງ, ທົ່ວ​ເຖິງ ແລະ ເລິກເຊິ່ງ, ​ກົມ​ໂຄ​ສະ​ນາ ແລະ ຫ້ອງ​ການ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ຮ່ວມ​ກັບ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ ແຂວງ​ສະ​ຫວັດ​ນະ​ເຂດ ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມ​ວຽກ​ງານ​ໂຄ​ສະ​ນາ​-ປາ​ຖະ​ກະ​ຖາ ແລະ ວຽກ​ງານ​ເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ຂຶ້ນໃນຕອນເຊົ້າ ຂອງວັນທີ 23 ​ກັນ​ຍາ 2025 ທີ່​ໂຮງ​​ຮຽນການ​ເມືອງ ແລະ ການປົກ​ຄອງ​ ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາ​ນົງ​ສັກ ອິນ​ທະ​ວົງ ກຳ​ມະ​ການ​​ຄະ​ນະພັກ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຫົວ​ໜ້າ​ກົມ​ໂຄ​ສະ​ນາ, ທ່ານ ບຸນ​ເພັງ ຈັນ​ທະ​ດາ​ລາ ຫົວ​ໜ້າ​ຫ້ອງ​ການ ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​​ສູນ​ກາງ​ພັກ ແລະ ທ່ານ ສຸດ​ໃຈ ໄຊ​ຍະ​ວົງ ຮອງ​ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ, ຮອງ​ຫົວ​ໜ້າ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງສະ​ຫວັນ​ນະ​ເຂດ, ບັນ​ດາ​ທ່ານ ຮອງ​​ເລ​ຂາ​ໜ່ວຍ​ພັກ, ຮອງພະ​ແນ​ກ​ການ​-ຂະ​ແໜງ​ການອ້ອມ​ຂ້າງ​ແຂວງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ເມືອງ 14 ເມືອງ, 1 ນະ​ຄອນ; ຫົວ​ໜ້າ, ຮອງ​ຫົວ​ໜ້າຫ້ອງ​ການ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ, ພະ​ນັກ​ງານ ໂຄ​ສະ​ນາອ​ົບ​ຮົມ​ແຂວງ  ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ເຂົ້າ​ຮ່ວມ ຈຳນວນ ​105 ທ່ານ,ຍິງ 30 ທ່ານ.

ໃນ​ພິ​ທີ​ເປີດ, ທ່ານ ສຸດ​ໃຈ ໄຊ​ຍະ​ວົງ ຮອງ​ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ ຮອງ​ຫົວ​ໜ້າ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ໄດ້ໃຫ້ກຽດເປັນ​ປະ​ທານກ່າວເປີດຊຸດຝຶກອົບຮົມ ໂດຍມີບາງຕອນທ່ານກ່າວວ່າ: ວຽກງານໂຄສະນາ-ປາຖະກະຖາ ແລະ ວຽກ​ງານ​​ເກັບ​ກຳຫາງ​ສຽງ​ສັງ​ຄົມ ເປັນວຽກງານໜຶ່ງທີ່ສໍາຄັນ ຂອງວຽກງານການເມືອງ-ແນວຄິດ ໂດ​ຍ​ສະ​ເພາະ ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ ຂອງ​ພັກ. ສະ​ນັ້ນ, ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງອ້ອມ​ຂ້າງ​​ແຂວງ​ສະ​ຫວັນ​ນະ​ເຂດ ໄດ້ຮັບຮູ້, ເຂົ້າໃຈ ບັນດາເຕັກນິກວິທີການເວົ້າ, ການໂຄສະນາ-ປາຖະກະຖາ, ການຂຽນເອກະສານຕ່າງໆຮັບໃຊ້ການໂຄ​ສະ​ນາ-ປາຖະກະຖາ ໃຫ້ດຶງດູດຜູ້ຟັງໄດ້ດີຂຶ້ນ ທັງ​ເປັນ​ການ​ສ້າງ​ຄວາມ​ຮັບ​ຮູ້​, ເຂົ້າ​ໃຈກ່ຽວ​ກັບ​ບັນ​ດາຫຼັກ​ການພື້ນ​ຖານ ໃນ​ການ​ເກັບ​ກຳ​ສັງ​ສຽງ​ສັງ​ຄົມ, ວິ​ທີ​ການ​ເກັບ​ກຳ, ການ​ນຳ​ພາຫາງ​ສຽງ​ສ​ັງຄົມໄປຕາມແນວທາງຂອງພັກ ເຊິ່ງ​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ຈະ​ໄດ້​ຄົ້ນ​ຄວ້າ, ​ແລກ​ປ່ຽນ​ບົດ​ຮຽນທາງ​ດ້ານ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ ທີ່​ກ່ຽວ​ຂ້ອງ​ກັບ 8 ບັນ​ຫາ ຄື: ບັນຫາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ;  ຝຶກຝົນຄວາມສາມາດໃນການຂຽນເອກະສານ,  ຄຸນລັກສະນະ ແລະ  ສີລະປະໃນການປາກເວົ້າ ຂອງນັກ​ປາ​ຖະ​ກະ​ຖາ, ນິ​ຕິ​ກຳ ແລະ ບາງ​ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ-ປາ​ຖະ​ກະ​ຖາ; ຄວາມ​ຮູ້​ພື້ນ​ຖານ​ກ່ຽວ​ກັບ​ວຽກ​ງານ​​ຫຽງ​ສຽງ​ສັງ​ຄົມ, ວິ​ທີ​ການ​ຕິດ​ຕາມ, ເກັບ​ກຳ ແລະ ນຳ​ໃຊ້​ຫຽງ​ສຽງ​ສັງ​ຄົມ, ຕ່າງ​ໜ່າງ​ເພື່ອນ​ຮ່ວມ​ງານ ແລະ ວຽກ​ງານ​ຄົ້ນ​ຄວ້າ-ສັງ​ລວມ; ນອກຈາກນັ້ນ ຍັງຈະໄດ້ເຮັດ​​ຂຽນ​ບົດ ແລະ ຂຶ້ນ​ປາ​ຖະ​ກະ​ຖາ ທົດ​ລອງຕົວ​ຈິງ.

ຊຸດ​ຝຶກ​ອົບ​ຮົມ​ຄັ້ງ​ນີ້ ຈະ​ໄດ້​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທ​ີ 26 ກັນ​ຍາ 2025 ຈິ່ງ​ຈະ​ປິດ​ລົງ. ສະນັ້ນ, ຈິ່ງ​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ຈົ່ງສຸມ​ສະ​ຕິ​ໃສ່​ການ​ຄົ້ນ​ຄວ້າ, ແລກ​ປ່ຽນ​ບົດ​ຮຽນ​ນຳ​ນັກ​ວິ​ທະ​ຍາ​ກອນ​ທາງ​ດ້ານ​ທິດ​ສະ​ດີ ແລະ ພຶກ​ຕິ​ກຳ, ເສຍ​ສະຫຼະ​ເວ​ລາ​ເຂົ້າ​ຮ່ວມການ​ຝຶກ​ອົບ​ຮົມ​ໃຫ້​ສຸດ​ກົກ​ສຸດ​ປາຍ ຮັບ​ປະ​ກັນ​ໃຫ້​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້​ບັນ​ລຸ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ​ທີ່​ວາງ​ໄວ້.