Month: October 2025

ຄະນະໂຄສະນາອົບຮົມແຂວງ ສາລະວັນ ພົບປະ ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025, ຄະນະນໍາ ຄະນະໂຄສະນາອົບຮົມແຂວງ ສາລະວັນ ນໍາໂດຍ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ສາລະວັນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງນໍາໂດຍ ສະຫາຍ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ.

ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ເຂົ້າຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ເຂົ້າຢ້ຽມຄຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໃນຕອນເຊົ້າ ຂອງວັນທີ 27 ຕຸລາ 2025, ເວລາ 11:00 ໂມງ, ທີ່ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ; ຄະນະຜູ້ແຜນສະພາທິດສະດີສູນກາງພັກ

   ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່.

   ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່.     ໃນຕອນບ່າຍຂອງວັນທີ 24 ຕຸລາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ,

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊູມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊູມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ @ ຂ່າວ-ພາບ: ກົມອົບຮົມ         ຕອນເຊົ້າ ຂອງວັນທີ 17 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ2 ຂອງຄະນະໂຄສະນາອົບຮົມສູນກາງພັກ; ກົມອົບຮົມ ໄດ້ຈັດຊຸດຝຶກອົບຮົມແນະນໍາການຂຶ້ນມາແກັດ ແລະ ການຈັດໜ້າເອກະສານ ໃຫ້ແກ່ພະນັກງານ, ສະ ມາຊິກພັກ ພາຍໃນກົມອົບຮົມ,ໂດຍການເປັນປະທານ ຂອງສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ. ສະຫາຍ ນ. ກີຄໍາ ແກ່ນມະນີ ຫົວໜ້າພະແນກຝຶກອົບຮົມ ທັງເປັນຄະນະຮັບຜິດຊອບ ໄດ້ຂຶ້ນກ່າວ ຈຸດປະສົງ ຂອງການຈັດຝຶກອົບຮົມໃນຄັ້ງນີ້ວ່າ: ອັນທີໜຶ່ງເປັນການແນະນໍາໃຫ້ພະນັກງານ ພາຍໃນກົມ ໄດ້ຮັບຮູ້, ເຂົ້າໃຈ ການຂຶ້ນມາແກັດ ແລະ ການຈັດໜ້າເອກະສານ ແລະ ອີກອັນທີສອງ ແມ່ນເປັນສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມຮົມ ທີ່ຈະໄຂຂຶ້ນໃນມໍ່ໆນີ້. ຊຸດຝຶກອົບຮົມໃນຄັ້ງນີ້ […]

1 2 3