ກອງປະຊຸມວຽກງານການເມືອງແນວຄິດຄັ້ງທີ V ເປີດຂຶ້ນທ່າມກາງສະພາບການຂອງໂລກມີການປ່ຽນແປງຄັ້ງໃຫຍ່
ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ປີ 2022ໄດ້ຊີ້ໃຫ້ເຫັນວ່າໃນສອງທົດສະວັດຂອງຕົ້ນສະຕະວັດ ທີ 21 ນີ້ ໂລກໄດ້ຜ່ານຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ຄວາມໝັ້ນຄົງ, ຄວາມກ້າວໜ້າດ້ານເຕັກນິກ-ເຕັກໂນໂລຊີ, ນະວັດຕະກຳ, ໄພທຳມະຊາດ, ການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ; ໄດ້ສ້າງການປ່ຽນແປງທີ່ເລິກເຊິ່ງ ແລະ ກ້າວກະໂດດໃນຊີວິດຂອງມວນມະນຸດ ເຊິ່ງໄດ້ສົ່ງຜົນກະທົບທັງດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ຕໍ່ແນວຄິດ, ຈິດຕະສາດ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສູນກາງພັກ, ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ກໍຄື ມູນເຊື້ອຄວາມສາມັກຄີ, ນໍ້າໃຈຮັກຊາດ, ຄວາມເປັນເຈົ້າການ ຂອງປະຊາຊົນລາວບັນດາເຜົ່າ, ການນໍາພາປະຕິບັດສອງໜ້າທີ່ຍຸດທະສາດ ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ; ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຂອງພັກເຮົາ ໄດ້ເປັນພື້ນຖານສໍາຄັນໃຫ້ແກ່ການວາງແນວທາງການເມືອງ, ແນວທາງການຈັດຕັ້ງມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຈຸດພິເສດ ກໍຄື ລະດັບການຂະຫຍາຍ ຕົວຂອງເສດຖະກິດ-ສັງຄົມປະເທດເຮົາ ແລະ ທ່າອ່ຽງລວມຂອງຍຸກສະໄໝ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ຈົງຮັກພັກດີຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມ ແລະ ລະບອບປະຊາທິປະໄຕປະຊາຊົນ, ມີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ, ໃຫ້ການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດຢ່າງເປັນຂະບວນກວ້າງຂວາງ. ທັງໝົດນັ້ນ, ໄດ້ສ້າງໜໍ່ແໜງປັດໄຈໃໝ່ທີ່ສໍາຄັນທາງດ້ານການເມືອງ, ແນວຄິດ-ທິດສະດີຂອງພັກ ເພື່ອຍູ້ແຮງການສ້າງການຫັນປ່ຽນໃໝ່ໃນການສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ ກ້າວເດີນຕາມເສັ້ນທາງ ແລະ ຈຸດໝາຍສູ່ສັງຄົມນິຍົມຢູ່ປະເທດເຮົາ.
ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນ ໃນການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ໃນຊຸມປີຜ່ານມາ ບົນພື້ນຖານສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ ວຽກງານການເມືອງ-ແນວຄິດຂອງພັກເຮົາ, ກອງປະຊຸມໄດ້ເປັນເອກະພາບ ຢຶດໝັ້ນ 6 ທັດສະນະພື້ນຖານຂອງພັກ ກ່ຽວກັບວຽກງານການ ເມືອງ-ແນວຄິດ; ພ້ອມນັ້ນ, ກໍກຳນົດທິດທາງ, ຄາດໝາຍລວມ ໃນ 5 ປີ ຕໍ່ໜ້າ ຄື:
(1) ທິດທາງຂອງວຽກງານການເມືອງ-ແນວຄິດ ໃນຊຸມປີຕໍ່ໜ້າ ຕ້ອງສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມເປັນເອກະພາບທາງດ້ານແນວຄິດ ຕໍ່ເສັ້ນທາງກ້າວເດີນຂອງປະເທດຊາດ ແລະ ຄວາມເປັນອັນໜຶ່ງອັນດຽວຂອງຊາດລາວ, ການແກ້ໄຂບັນຫາແນວຄິດຖືເປັນພື້ນຖານຂອງການແກ້ໄຂບັນຫາທັງໝົດ; ວຽກງານແນວຄິດ ຕິດພັນກັບຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກ, ສະມາຊິກພັກ ແລະ ພະນັກງານ; ຍົກສູງບົດບາດນໍາພາ, ຄວາມເປັນແບບຢ່າງ ແລະ ລັກສະນະນໍາໜ້າຂອງພັກເຮົາ ໃນການນໍາພາແກ້ໄຂບັນຫາ ຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ.
(2) ຄາດໝາຍໃຫຍ່ຂອງວຽກງານການເມືອງ-ແນວຄິດທີ່ຕ້ອງໄດ້ບັນລຸ ແມ່ນຕ້ອງຖືຈຸດໝາຍລວມແຫ່ງການນໍາພາປະເທດຊາດ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຕິດພັນກັບການຍົກສູງນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ເຊິ່ງສະແດງອອກ ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງຊາດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ເປັນພື້ນຖານສໍາຄັນ.
– ເພື່ອບັນລຸທິດທາງ, ຄາດໝາຍລວມນັ້ນ ກອງປະຊຸມໄດ້ຮັບຮອງເອົາ 7 ວຽກງານຈຸດສຸມ ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງ ໂດຍມອບໃຫ້ຄະນະພັກແຕ່ລະຂັ້ນ ຊີ້ນໍາຈັດຕັ້ງດໍາເນີນການຄົ້ນຄວ້າ, ເຊື່ອມຊຶມຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເປັນລະບົບ, ເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນສູງ ໂດຍສະເພາະແມ່ນບັນດາສະຫາຍສະມາຊິກພັກ, ພະນັກງານ ຕ້ອງເປັນເຈົ້າການກຳແໜ້ນ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງປະດິດສ້າງ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງ. ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງບັນຫາທີ່ຕັ້ງຂຶ້ນ ຕໍ່ວຽກງານການເມືອງ-ແນວຄິດ, ສະຫາຍເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນຄວາມຮັບຜິດຊອບທີ່ບໍ່ອາດຈະປະຕິເສດໄດ້ຂອງຄະນະພັກແຕ່ລະຂັ້ນ ເຊິ່ງເລັ່ງທວງໃຫ້ພັກເຮົາ ຕ້ອງຮີບຮ້ອນດໍາເນີນການປັບປຸງ, ແກ້ໄຂຢ່າງຈິງຈັງ ເປັນຕົ້ນແມ່ນເນື້ອໃນການເຄື່ອນໄຫວດ້ານການເມືອງ-ແນວຄິດ ຫຼາຍອັນຫ່າງເຫີນຈາກຕົວຈິງ, ບໍ່ທັນອຸດົມສົມບູນ; ການຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳ ຍັງບໍ່ທັນຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງການ, ມີຫຼາຍບັນຫາທີ່ເປັນພື້ນຖານທິດສະດີບໍ່ທັນໄດ້ຄົ້ນຄວ້າຢ່າງເລິກເຊິ່ງ; ການຕໍ່ສູ້ຕ້ານບັນດາປະກົດການຫຍໍ້ທໍ້, ການຕອບໂຕ້ຕໍ່ຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີ ຕໍ່ການນໍາພາຄຸ້ມຄອງຂອງພັກ-ລັດ ຍັງບໍ່ທັນແຂງແຮງ ແລະ ທັນການ; ການປຸກລະດົມຊວນເຊື່ອມະຫາຊົນເຂົ້າ ຮ່ວມບັນດາກິດຈະກຳການເມືອງ-ສັງຄົມ ຍັງບໍ່ທັນກວ້າງຂວາງ, ແຂງແຮງ ແລະ ເຂົ້າສູ່ລວງເລິກ ເຮັດໃຫ້ການຍົກສູງສະຕິຕື່ນຕົວຮັກຊາດ, ການພັດທະນາ ແລະ ຄວາມເປັນເຈົ້າປະຕິບັດສິດ, ພັນທະຕາມກົດໝາຍຂອງພົນລະເມືອງລາວຈໍາ ນວນໜຶ່ງບໍ່ທັນສູງ; ທັດສະນະ ແລະ ການກະທຳ ກໍຄື ຫຼັກໝັ້ນຊົນຊັ້ນກຳມະກອນ, ທາດແທ້ມູນເຊື້ອປະຕິວັດໃນຖັນແຖວພະນັກງານ, ສະມາຊິກພັກສ່ວນໜ້ອຍຈຳນວນໜຶ່ງໄດ້ບັນທອນຄວາມເຊື່ອໝັ້ນສັດທາຂອງປະຊາຊົນ; ປະກົດການທີ່ພະນັກງານ, ສະມາຊິກພັກຈໍານວນບໍ່ໜ້ອຍ ຍັງຕົກໃນສະພາບນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມຍັງຕໍ່າ ແລະ ບໍ່ກ້າຕໍ່ສູ້ຕ້ານກັບທ່າອ່ຽງ ແລະ ປະກົດການຜິດເຂວ, ປະກົດການເລືອກວຽກ ກໍຄື ການສວຍໃຊ້ຕຳແໜ່ງ, ໜ້າທີ່ໂດຍບໍ່ຖືກຕ້ອງ, ຊອບທຳ. ພ້ອມນັ້ນ, ການສະກັດກັ້ນ ແລະ ການແກ້ໄຂ ນັບທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຍັງບໍ່ທັນວ່ອງໄວ, ທັນການ ແລະ ບໍ່ເດັດຂາດ ເຂັ້ມງວດ… ສະພາບດັ່ງກ່າວນັ້ນ ແມ່ນຄວາມຮັບຜິດ ຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ກໍຄື ຄະນະໂຄສະນາອົບຮົມ ແລະ ພາກສ່ວນກ່ຽວຂ້ອງໃນການເປັນເສນາທິການໃຫ້ສູນກາງພັກ, ລັດຖະບານ ສືບຕໍ່ຄົ້ນຄວ້າ, ສະເໜີທິດນໍາ, ວິທີການ ແລະ ມາດຕະການຕົວຈິງ ເພື່ອແກ້ໄຂບັນ ຫາ ແລະ ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ໃຫ້ມີການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງແທ້.
ອີງໃສ່ສະພາບແວດລ້ອມ ທັງພາຍໃນ ແລະ ຜົນກະທົບຈາກພາຍນອກ ໃນປັດຈຸບັນ ກໍຄື ໃນຊຸມປີຕໍ່ໜ້ານີ້, ປະເທດຂອງພວກເຮົາ ຍັງຈະມີກາລະໂອກາດ, ມີຂໍ້ສະດວກທີ່ເປັນພື້ນຖານຫຼາຍດ້ານ, ພ້ອມນັ້ນກໍປະເຊີນໜ້າກັບບັນດາ ສິ່ງທ້າທາຍໃໝ່ທີ່ສັບສົນ, ຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ຄວາມຝືດເຄື່ອງໃນການດໍາລົງຊີວິດ, ຄວາມແຕກໂຕນດ້ານການພັດທະນາຢູ່ແຕ່ລະບ່ອນ, ບັນຫາຫຍໍ້ທໍ້ໃນສັງຄົມ, ການເສື່ອມຖອຍຂອງຄວາມເປັນແບບຢ່າງ, ຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ພະນັກງານ ກໍຄື ການຫັນປ່ຽນດ້ວຍຕົນເອງ ແລະ ການຫັນປ່ຽນໂດຍສັນຕິ, ຍັງເປັນບັນຫາກະທົບເຖິງແນວຄິດ-ຈິດໃຈ ແລະ ຊີ້ນໍາການ ກະທໍາຂອງທຸກຊັ້ນຄົນໃນສັງຄົມ ກໍຄື ຕໍ່ຖັນແຖວສະມາຊິກພັກ, ພະນັກງານ ຂອງພວກເຮົາ. ໃນນັ້ນ, ຫຼາຍດ້ານພວມ ແລະ ຍັງຈະສືບຕໍ່ເປັນໜໍ່ແໜງຄວາມສ່ຽງ, ໄພອັນຕະລາຍຕໍ່ຄວາມສະຫງົບທາງການເມືອງ ແລະ ສັງຄົມ, ເປັນສິ່ງທ້າທາຍຕໍ່ລະບອບການເມືອງ, ຕໍ່ບົດບາດການນໍາພາ ກໍຄື ພາລະກິດປະຕິວັດຂອງພັກເຮົາ.
ສະຫາຍເລຂາທິການໃຫຍ່ ຮຽກຮ້ອງໃຫ້ພວກເຮົາ ຕ້ອງໄດ້ເພີ່ມທະວີ ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ໂດຍສຸມໃສ່ລົງເລິກຄົ້ນຄວ້າ, ບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ສັງລວມບັນດາບົດຮຽນປະສົບການ ແລະ ໝູນໃຊ້ຢ່າງປະດິດສ້າງ, ສະດຸ້ງໄວ ຕໍ່ການກໍກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ເສີມ ຂະຫຍາຍກຳລັງແຮງສັງລວມໃນທົ່ວສັງຄົມ, ສ້າງການຫັນປ່ຽນໃໝ່ດ້ານເນື້ອໃນ, ຮູບການ ແລະ ວິທີການ ເພື່ອຍົກສູງຄຸນນະພາບ, ປະສິດທິພາບຂອງວຽກ ງານການເມືອງ-ແນວຄິດ ໃນສະພາບເງື່ອນໄຂໃໝ່.