ພະນັກງານບຳນານ ຖວທ ມອບເຄື່ອງຊວ່ຍເຫຼືອໃຫ້ຄະນະໂຄສະນາອົບຮົມສູນກາງພັກ

ພະນັກງານບຳນານ ຖວທ ມອບເຄື່ອງຊວ່ຍເຫຼືອໃຫ້ຄະນະໂຄສະນາອົບຮົມສູນກາງພັກ

ພະນັກງານບຳນານຂົງເຂດຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ນຳໂດຍທ່ານຈະເລີນວາລິນທະລາສັກ ອະດີດຮອງລັດຖະມົນຕີກະຊວງຖວທ ໄດ້ນຳເອົາເຄື່ອງນຸ່ງຈຳນວນ 10 ກວ່າແກັດ ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເຊິ່ງຕາງໜ້າຮັບໂດຍທ່ານລາວປາວຊົ່ງ ນະວົງໄຊ ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ເລ​ຂາ​ຄະ​ນະ​ພັກ, ຮອງຫົວໜ້າຄອສພ, ເຊິ່ງພິທີມອບ-ຮັບໄດ້ຈັດຂື້ນເມື່ອ ວັນທີ 11 ພະຈິກ 2025 ທີ່ຫ້ອງການ ຄອສພ. ເຄື່ອງທີ່ນຳມາມອບຄັ້ງນີ້ແມ່ນໄດ້ມາຈາກການປະກອບສວ່ນຂອງພະນັກງານບຳນານໃນຂົງເຂດຖວທ, ຈຸດປະສົງເພື່ອຜ່ານ ຄອສພ ໄປມອບຕໍ່ໃຫ້ແກ່ບຸກຄົນ ແລະ ຄອບຄົວ ທີ່ຂາດເຂີນ ຫຼື ທຸກຍາກ ໃນບັນດາເມືອງ ແລະ ແຂວງທີ່ຢູ່ເຂດຫ່າງໄກສອກຫຼີກ; ທ່ານ ດວງຈິດ ສະຫວັດບຸນມີ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ລາຍງານໃຫ້ຮູ້ວ່າ: ຜ່ານມາພະນັກງານບຳນານຖວທ ກໍໄດ້ລະດົມກັນເອົາເຄື່ອງນຸ່ງໄປມອບໃຫ້ແກ່ອຳນາດການປົກຄອງເມືອງລ້ອງແຈ້ງ ແລະ ບາງພະແນກການຂອງແຂວງໄຊສົມບຸນ ແລະ ຈະສືບຕໍ່ກິດຈະກຳນີ້ຕໍ່ໄປ. ນອກນັ້ນພະນັກງານບຳນານຖວທ ຍັງໄດ້ມີການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວລາເຈັບເປັນແບບສະໝັກໃຈ, ລວມທັງຈັດກິດຈະກຳພົບປະລວມໝູ່ແຕ່ລະປີໃນໂອກາດປີໃໝ່ລາວ ແລະ ຢ້ຽມຢາມຖາມຂ່າວ ເຊິ່ງກັນ ແລະ ກັນເປັນປົກກະຕິ.