
ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ
ຍົກລະດັບລະທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ
ພາບ-ຂ່າວ: ສ.ນາກກາລາສິນ
ໃນຕອນເຊົ້າຂອງວັນທີ 10 ພະຈິກ 2025 ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ຊຶ່ງໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III (ຕຶກສີເມືອງ, ກະຊວງ ວທ) ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ຄໍາເຜີຍ ພິລາພາ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ພ້ອມດ້ວຍວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບທາງດ້ານທິດສະດີ-ແນວທາງໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈ ໂດຍສະເພາະ ແມ່ນຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ການບູລະນະລະບອບປະຊາທິປະໄປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈກ່ຽວກັບແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະ ແມ່ນແນວທາງປ່ຽນ ແປງໃໝ່ຮອບດ້ານທີ່ມີຫຼັການຂອງພັກ, ແນວທາງເສດຖະກິດຂອງພັກ, ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝຢູ່ປະເທດເຮົາ, ການສ້າງລັດແຫ່ງກົດໝາຍ, ແນວທາງປ້ອງການຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ, ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ.
ການຝຶກອົບຮົມຄັ້ງນີ້ ຖືວ່າແມ່ນຄັ້ງທໍາອິດ ທີ່ຈະດໍາໄປດ້ວຍຮູບການຮັບຟັງການບັນຍາຍເອກະສານຈາກຄູ-ອາຈານ ແລະ ຈາກນັ້ນ ຈະມີການແລກປ່ຽນບົດຮຽນ ດ້ວຍການສົນທະນາ ແລະ ລົງເຄື່ອນໄຫວເບິ່ງສະພາບຕົວຈິງ ໃນບາງເຂດທີ່ເໝາະສົມ.
ການຝຶກອົບຮົມໃນຄັ້ງນີ້ ໃຊ້ເວລາ 9 ວັນ ແຕ່ວັນທີ 10-20 ພະຈິກ 2025 ຊຶ່ງມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 22 ສະຫາຍ.


