
ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2025, ກົມຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ IV (10-11-12/2025) ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ, ທ່ານ ກອງຄໍາ ດວງແກ້ວ ຮອງກົມສື່ມວນຊົນ, ມີຄະນະນໍາ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ຕາງໜ້າບັນດາພະແນກ ຂອງກົມຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ.

ໃນພິທີທ່ານ ນາງ ຄໍາສີ ວອນທານີ ຫົວໜ້າພະແນກລະບົບເອເລັກໂຕຣນິກ ແລະ ຄອມພິວເຕີ ໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້່ ເພື່ອຮັບຟັງການສ່ອງແສງລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ IV ປີ 2025, ສະຫຼຸບສັງ ລວມວຽກງານເວັບໄຊ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ແນ່ໃສ່ປັບປຸງ ແລະ ພັດທະນາວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງ ຄະ ນະໂຄສະນາອົບຮົມແຂວງທົ່ວປະເທດໃນການໂຄສະນາທີ່ມີຄວາມສະດວກ, ວ່ອງໄວທັນກັບສະພາບການ ທັງສາ ມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ປຶກສາຫາລືແລກປ່ຽນບົດຮຽນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ແລະ ວຽກງານສື່ມວນຊົນຂອງບັນດາຄະນະໂຄສະນາອົບຮົມແຂວງທົ່ວປະ ເທດໃນໄລຍະຜ່ານມາ; ພ້ອມທັງຮັບຟັງການລາຍງານສະພາບການພາຍຫຼັງປັບປຸງກົງຈັກການຈັດຕັ້ງ ຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ພາຍຫຼັງໄດ້ໂຮມເອົາວຽກຖະແຫຼ່ງຂ່າວ(ສື່ມວນຊົນ)ມາຂຶ້ນກັບ ຄະນະໂຄສະນາອົບຮົມແຂວງເພື່ອແນ່ໃສ່ຍົກສູງບົດບາດການນໍາພາ ແລະ ສ້າງຄວາມເຂັ້ມແຂງໃນການກໍ່ສ້າງບຸກຄະລາກອນໃຫ້ ແທດເໝາະກັບໜ້າທີ່ວຽກງານ ເວົ້າລວມ ເວົ້າສະເພາະແນ່ໃສ່ຄວາມເປັນເອກະພາບໃນຂັ້ນສູນກາງຫາທ້ອງຖິ່ນ.
ກອງປະຊຸມໄດ້ຮັບຟັງການລາຍງານຂອງຄະນະຮັບຜິດຊອບວຽກງານເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງ ຢ່າງກົງໄປກົງມາ ແລະ ມີເນື້ອໃນເລິກເຊິ່ງ.

ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາ ຄອຮ.ຂ ຍາດມາໄກ້ໃນຕະຫຼອດໄລຍະ 1 ປີ ຜ່ານມາ. ພ້ອມກັນນິ້ເພິ່ນກໍ່ໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ຊີ້ນໍາວຽກງານເວັບໄຊ, ຄະນະຮັບຜິດຊອບເວັບໄຊ ໃຫ້ພ້ອມກັນເອົາໃຈໃສ່ຕິດຕາມ, ກວດກາຢ່າງສະໝໍ່າສະເໝີ ຕໍ່ກັບການພັດທະນາເວັບໄຊຂອງຕົນຢ່າງຕໍ່ເນື່ອງ. ພ້ອມກັນນີ້ທ່ານຍັງໄດ້ເນັ້ນໜັກໃຫ້ແຕ່ລະທ້ອງຖິ່ນປັບປຸງໂຄງສ້າງບຸກຄະລາກອນ, ໂດຍສະເພາະບາງແຂວງທີ່ຍັງມີຜູ້ຮັບຜິດຊອບເວັບໄຊພຽງຄົນດຽວຕ້ອງໄດ້ຖ່າຍທອດແລກ ປ່ຽນເຊິ່ງກັນແລະກັນຢ່າງໜ້ອຍ 2 ຄົນຂຶ້ນໄປ ເພື່ອຄວາມພ້ອມໃນການປະຕິບັດໜ້າທີ່ແທນກັນໄດ້. ນອກຈາກນັ້ນ, ຈະຕ້ອງໄດ້ຍົກສູງຄຸນນະ ພາບທາງດ້ານເນື້ອໃນ ແລະ ຮູບແບບວິທີການໃນໜ້າກະດານຂ່າວເວັບໄຊ ເວົ້າລວມ ເວົ້າສະເພາະໃນການໂຄສະນາເຜີຍແຜ່ບັນດາເນື້ອໃນເອກະ ສານມະຕິ, ຄໍາສັ່ງ, ກົດໝາຍ, ແລະ ຂໍ້ມູນວັນສໍາຄັນຂອງຊາດ ຂອງພັກໃຫ້ຫຼາກຫຼາຍສິສັນ ເພື່ອສ້າງຄວາມດຶງດູດໃຫ້ກັບຜູ້ເຂົ້າຊົມ; ຄຽງຄູ່ກັນນັ້ນຕ້ອງຍົກສູງຄວາມຮູ້, ຄວາມສາມາດ ສົ່ງເສີມໃຫ້ບຸກຄະລາກອນພັດທະນາທັກສະດ້ານເຕັກນິກການຕັດຕໍ່ຮູບພາບ ແລະ ວິດີໂອ, ພ້ອມທັງການນໍາໃຊ້ເຕັກໂນໂລຊີໃໝ່ໆ ໃນວຽກງານໂຄສະນາອົບຮົມ; ຕໍ່ກັບວຽກງານສື່ມວນຊົນຂອງແຂວງຕ້ອງໄດ້ສ້າງກົນໄກການປະສານງານຢ່າງລະອຽດມີການແລກປ່ຽນຂໍ້ມູນ ແລະ ຮ່ວມກັນຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ເພື່ອໃຫ້ວຽກງານສື່ສານເດີນໄປໃນທິດທາງດຽວກັນ ແລະ ບັນລຸຕາມເປົ້າໝາຍທີ່ກຳນົດໄວ້.

