
ໃນຕອນເຊົ້າຂອງວັນທີ 25 ທັນວາ 2025 ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຫ້ອງວ່າການສູນກາງພັກ ໄດ້ຮ່ວມກັນຈັດຕັ້ງພິທີປາຖະກະຖາເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການສູນກາງພັກ ໃຫ້ກຽດປາຖະກະຖາໂດຍ ສະຫາຍ ເຊັຍ ຊຸນທາວ ກຳມະການສູນກາງພັກກອມມູນິດຈີນ, ຮອງຫົວໜ້າໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ; ເຂົ້າຮ່ວມມີ: ສະຫາຍ ສຈ.ປອ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ສະຫາຍ ຮສ. ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຝ່າຍ ສປ ຈີນ ມີ: ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ ພ້ອມນີ້, ຍັງມີບັນດາສະຫາຍ ກຳມະການສູນກາງພັກສົມບູນ ແລະ ສໍາຮອງ, ມີເລຂາ, ຮອງເລຂາ ຄະນະພັກ, ມີຄະນະປະຈຳພັກ, ຄະນະພັກ, ພະນັກງານຂັ້ນກົມ ແລະ ທຽບເທົ່າ ຈາກກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ; ພະນັກງານຫຼັກແຫຼ່ງ ຈາກຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມທັງໝົດ 400 ກວ່າສະຫາຍ.

ຈຸດປະສົງຂອງພິທີປາຖະກະຖາເນື້ອໃນຈິດໃຈກອງປະຊຸມຄົບຄະນະຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນຄັ້ງນີ້ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈຳປີ ກໍຄືການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທີ່ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ເປັນເອກະພາບກັນ ແລະ ທັງເປັນການຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຂົ້າສູ່ຕົວຈິງ, ເຊິ່ງດໍາເນີນໃນບັນຍາກາດ ທີ່ພັກປະຊາຊົນປະຕິວັດລາວ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ໃນໄລຍະທ້າຍສະໄໝ ແລະ ຢູ່ໃນໄລຍະການຫ້າງຫາກະກຽມວຽກງານຕ່າງໆ ເພື່ອກ້າວສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ 12 ໃນຕົ້ນປີ 2026 ແລະ ພັກກອມມູນິດຈີນ ກໍພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 20, ໂດຍສະເພາະມະຕິກອງປະຊຸມຄົບຄະນະ ເທື່ອທີ 4 ສະໄໝທີ 20 ເຂົ້າສູ່ຊີວິດຕົວຈິງ ແລະ ໃນບັນຍາກາດການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ສືບຕໍ່ກ້າວເຂົ້າສູ່ລວງເລິກ.

ໃນພິທີ ສະຫາຍ ເຊັຍ ຊຸນທາວ ກໍາມະການສູນກາງພັກກອມມູນິດຈີນ, ຮອງຫົວໜ້າໂຮງຮຽນພັກ ຂອງສູນກາງພັກກອມມູນິດຈີນ ໄດ້ຍົກໃຫ້ເຫັນການພັດທະນາເສດຖະກິດ-ສັງຄົມຂອງຈີນທີ່ມີຄວາມຄືບໜ້າໃນລັກສະນະປະດິດສ້າງ ໃໝ່, ມີການປ່ຽນແປງທີ່ມີລັກສະນະບຸກທະລຸ ແລະ ມີຜົນສຳເລັດທີ່ມີລັກສະນະປະຫວັດສາດ ພ້ອມທັງເຜີຍແຜ່ຜົນສໍາເລັດ ແລະ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ; ເຊິ່ງໃນກອງປະຊຸມໄດ້ຮັບຮອງເອົາ “ຂໍ້ສະເໜີ ຂອງສູນກາງພັກກອມມູນິດຈີນ ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”, ເຊິ່ງເປັນການອອກແບບໂຄງບົນ ແລະ ວາດແຕ້ມແຜນຍຸດທະສາດຂອງການພັດທະນາໃນອະນາຄົດກໍຄື 5 ປີ ຕໍ່ໜ້າຂອງປະເທດຈີນ, ໃນນັ້ນປະຊາຄົມສາກົນໄດ້ເອົາໃຈໃສ່ຕິດຕາມລະດັບສູງທັງໄດ້ຄອງຄອຍໃຫ້ການພັດທະນາດ້ວຍຄຸນນະພາບສູງຂອງຈີນ ນໍາເອົາກາລະໂອກາດໃໝ່ມາສູ່ການພັດທະນາຂອງໂລກ ແລະ ຕ້ອງການເຂົ້າໃຈບົດຮຽນປະສົບການແຫ່ງຄວາມສຳເລັດໃນການບໍລິຫານຂອງປະ ເທດຈີນ. ທ່ານກ່າວຕື່ມວ່າ ພາຍຫຼັງສະຖາປະນາ ສປ ຈີນ ໃນປີ 1949 ເປັນຕົ້ນມາ, ພັກກອມມູນິດຈີນ ໄດ້ນໍາພາປະຊາຊົນຟື້ນຟູເສດຖະກິດແຫ່ງຊາດທີ່ຖືກທຳລາຍຈາກສົງຄາມເປັນໄລຍະຍາວ ກັບຄືນສູ່ສະພາບປົກກະຕິໄດ້ຢ່າງໄວວາບົນພື້ນຖານດັ່ງກ່າວນີ້ໄດ້ເລີ່ມຕົ້ນກໍານົດ ແລະ ປະ ຕິບັດແຜນພັດທະນາ 5 ປີ ຄັ້ງທຳອິດໃນປີ 1953 ໃນໄລຍະນີ້, ພັກໄດ້ນໍາພາປະຊາຊົນສ້າງລະບອບເສດຖະກິດສັງຄົມນິຍົມ ແລະ ລະບອບການເມືອງສັງຄົມນິຍົມຂຶ້ນ ດຳເນີນການສ້າງລັດທິສັງຄົມນິຍົມທີ່ມີຂະໜາດໃຫຍ່ຢ່າງຮອບດ້ານ ແລະ ມີຜົນສໍາເລັດໃນແຕ່ລະດ້ານເປັນກ້າວໆມາ ຫຼັງ ຈາກນັ້ນມາປະເທດຈີນໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິຮູບ ແລະ ການເປີດກວ້າງຕໍ່ພາຍນອກ, ໂດຍໄດ້ຍຶດໝັ້ນເອົາການກໍ່ສ້າງເສດຖະ ກິດເປັນໃຈກາງ, ສ້າງ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ຍາດໄດ້ຜົນສຳເລັດຂອງການພັດທະນາອັນເປັນທີ່ປະຈັກຕາໃຫ້ແກ່ຊາວໂລກ ແລະ ເຮັດໃຫ້ບັນລຸການຫັນປ່ຽນທີ່ມີລັກສະນະປະຫວັດສາດຈາກລະບອບເສດຖະກິດແຜນການລວມສູນລະດັບສູງໄປສູ່ລະ ບອບເສດຖະກິດຕະຫຼາດສັງຄົມນິຍົມທີ່ເຕັມໄປດ້ວຍຫຼາຍສີສັນ ມີຊີວິດຊີວາ ແລະ ມີການເປີດກວ້າງຢ່າງຮອບທິດ; ເຮັດໃຫ້ມີການບຸກທະລຸທີ່ມີລັກສະນະປະຫວັດສາດຄັ້ງທີ 2 ຈາກສະພາບການຜະລິດມີຄວາມຫຼ້າຫຼັງ ກ້າວໄປເຖິງເສດຖະກິດຈັດຢູ່ອັນດັບສອງຂອງໂລກ; ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີການກ້າວກະໂດດທີ່ມີລັກສະນະປະຫວັດສາດ ຈາກການກິນຢູ່ບໍ່ພຽງພໍ ໄປຮອດສັງຄົມອິ່ມໜຳສຳລານໂດຍລວມ ແລະ ກ້າວໄປສູ່ສັງຄົມອິ່ມໜຳສຳລານຢ່າງຮອບດ້ານ.
