ສະຫາຍ ບົວໄລ ພານຸວົງ ຖືກເລືອກເປັນເລຂາໜ່ວຍພັກ  ໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມໂຄສະນາ

ໃນຕອນເຊົ້າຂອງວັນທີ 16 ທັນວາ 2025 ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໜ່ວຍພັກກົມໂຄສະນາ ຄອສພ  ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມໂຄສະນາຂຶ້ນ

ພາຍໃຕ້ຄໍາຂວັນ: “ຍົກສູງຄວາມເປັນແບບຢ່າງນໍາໜ້າ, ປັບປຸງການໂຄສະນາໃໝ່, ເນື້ອໃນຊັດເຈນ ວ່ອງໄວ, ຫັນສູ່ທັນສະໄໝ” ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາກົມໂຄສະນາ, ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກກົມໂຄສະນາ, ມີບັນດາສະຫາຍ ຜູ້ຕາງໜ້າຄະນະພັກຮາກຖານ-ຄະນະໜ່ວຍພັກ ອ້ອມຂ້າງ ຄອສພ ແລະ 3 ອົງການຈັດຕັ້ງມະຫາຊົນ ຂອງກົມໂຄສະນາ ພ້ອມດ້ວຍສະມາຊິກພັກ ຂອງໜ່ວຍພັກກົມໂຄສະນາ ເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 12 ສະຫາຍ, ສຳຮອງ 2 ສະຫາຍ ຍິງ 2 ສະຫາຍ.
         ໃນວາລະກອງປະຊຸມດັ່ງກ່າວ, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ຜ່ານການດໍາເນີນກອງປະຊຸມ ໄດ້ເປັນເອກະພາບກັນ ຄື: ໄດ້ເຫັນດີເປັນເອກະພາບ ຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກກົມໂຄສະນາ, ໄດ້ກຳນົດທິດທາງແຜນການຈັດຕັ້ງປະຕິບັດ ໃນຕໍ່ໜ້າ ແລະ ບົດສຳຫຼວດການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກກົມໂຄສະນາ ສະໄໝທີ VIII; ໃນນັ້ນ, ໄດ້ຕີລາຄາ ທັງດ້ານດີ ແລະດ້ານອ່ອນ-ຂໍ້ຄົງຄ້າງ, ບັນດາສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ;  ກອງປະຊຸມ ໄດ້ຮັບຮອງເອົາແຜນພັດທະນາວຽກງານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ຂອງໜ່ວຍພັກກົມໂຄສະນາ ເຊິ່ງລວມມີ 04 ແຜນງານ, 17 ໂຄງການ.
ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ຂອງໜ່ວຍພັກກົມໂຄສະນາ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກກົມໂຄສະນາຊຸດໃໝ່ ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ ຈຳນວນ 5 ສະຫາຍ, ຍິງ 01 ສະຫາຍ, ເລືອກເອົາ 03 ສະຫາຍ.ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກກົມໂຄສະນາ ຄັ້ງທີ IX ໄດ້ເປັນເອກະສັນເລືອກເອົາ ສະຫາຍ ບົວໄລ ພານຸວົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ບຸນມາລີ ສິລິດາວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ບົວວົງ ພົມພັກດີ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ ແລະ ສະຫາຍ ທອນ ພົມທິກອນ ເປັນຜູ້ຊ່ວຍວຽກງານກວດກາ ຂອງໜ່ວຍພັກກົມໂຄສະນາ. ນອກຈາກນັ້ນ, ບັນດາສະຫາຍສະມາຊິກພັກສົມບູນ ຂອງໜ່ວຍພັກກົມໂຄສະນາ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງຈໍານວນໜຶ່ງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະໄຂຂຶ້ນໃນມໍ່ໆນີ້ຕື່ມອີກ.
ໃນຕອນທ້າຍ ຂອງກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກກົມໂຄສະນາຊຸດເກົ່າ ທີ່ໄດ້ເອົາໃຈໃສ່ ແລະ ໃກ້ຊິດຕິດແທດສະມາຊິກພັກ,  ກໍຄືພະນັກງານ-ລັດຖະກອນ ຢູ່ກົມໂຄສະນາ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຈົນສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງຈໍານວນໜຶ່ງ ໂດຍໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກກົມໂຄສະນາ ຊຸດໃໝ່ນີ້ ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂໃຫ້ໝົດສິ້ນໄປ. ນອກຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາວຽກງານດ້ານຕ່າງໆຢ່າງເລິກເຊິ່ງ ທັງມີຄວາມເຊື່ອໝັ້ນ ຕໍ່ຄະນະໜ່ວຍພັກກົມໂຄສະນາຊຸດໃໝ່ ຈະສາມາດສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຕົນ ໃຫ້ມີຜົນສໍາເລັດອັນໃຫຍ່ຫຼວງຂຶ້ນກວ່າເກົ່າ.
(ພາບ: ສອນທິ-ຂ່າວ: ມີໄຊ)