ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມ


ໃນຕອນເຊົ້າ, ວັນທີ 11 ທັນວາ 2025, ໜ່ວຍພັກກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ IX ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຊັ້ນ II ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມອົບຮົມ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາ ຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍທັງໝົດເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ການຈັດຕັ້ງປະຕິບັດວຽກງານອົບຮົມ ເຊິ່ງເຫັນໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້ຕະຫຼອດໄລຍະການຈັດຕັ້ງປະຕິບັດໃນ 1 ສະໄໝຜ່ານມາ ພ້ອມດຽວກັນນັ້ນ ຍັງໄດ້ເຫັນດີຮັບຮອງເອົາບົດລາຍງານດັ່ງກ່າວ ແລະ ເເຜນພັດທະນາວຽກງານອົບຮົມ ແຕ່ປີ 2026-2030 ທີ່ຈະຈັດຕັ້ງປະຕິບັດ 5 ປີຕໍ່ໜ້າ ເພື່ອຮັບປະກັນໃຫ້ເເກ່ການສ້າງການຫັນປ່ຽນວຽກງານອົບຮົມໄປສູ່ຄຸນນະພາບໃໝ່.

ພ້ອມນັ້ນ ໃນກອງປະຊຸມ, ບັນດາສະຫາຍສະມາຊິກພັກ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງຄະນະໜ່ວຍພັກກົມອົບຮົມຊຸດໃໝ່, ເຊິ່ງຜ່ານການປ່ອນບັດ ສາມາດເລືອກໄດ້ບັນດາສະຫາຍ ດັ່ງນີ້: ສະຫາຍ ຄໍາກອງ ທໍາມະເທວາ ເປັນເລຂາໜ່ວຍພັກ, ສະຫາຍ ລີຈາວ ໄຊເຍ່ຍຊ່າງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນາງ ກີຄໍາ ເເກ່ນມະນີ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ ແລະ ຍັງເລືອກເອົາສະຫາຍ ນາງ ວັນນະທອນ ວົງລະຄອນ ເປັນຜູ້ຊ່ວຍວຽກກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 10 ສະຫາຍ ແລະ ສໍາຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າ.

ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງສະຫາຍໄດ້ສະເເດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ນໍາພາສະມາຊິກພັກປະ ຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ຜົນສໍາເລັດຫຼາຍດ້ານຜ່ານມາ ພ້ອມນີ້, ສະຫາຍຍັງຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ນໍາພາ-ຊີ້ນໍາປັບປຸງ, ເເກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ຮຽກຮ້ອງມາຍັງສະມາຊິກພັກພາຍໃນໜ່ວຍທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກ ຄີເປັນເອກະພາບ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ປັບປຸງຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ ທີ່ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບຮອງເອົາ ໃຫ້ບັນລຸຜົນສຳເລັດດ້ວຍປະສິດທິຜົນສູງ ເພື່ອສ້າງໜ່ວຍພັກກົມອົບຮົມ ສືບຕໍ່ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.


ພາບ-ຂ່າວ: ທອງໄຊ ຈັນທະຄໍາ