ສະຖານທູດສາທາລະນະລັດກູບາ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບການນໍາຂັ້ນສູງ ຂອງ ຄະນະໂຄສະນາອົບຮົມສູນກາງພັກ.


ໃນຕອນເຊົ້າ ຂອງວັນທີ 13 ກຸມພາ 2026, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ສະຖານທູດສາທາລະນະລັດກູບາ ປະຈໍາ ສປປ ລາວ ເຊິ່ງນໍາໂດຍ ສະຫາຍ ນາງ ແອນນາ ເອເທີ ວາລເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຂອງຫ້ອງການ, ກົມຂໍ້ມູນຂ່າວສານ, ກົມສື່ມວນຊົນ, ສໍານັກຂ່າວສານປະເທດລາວ, ໜັງສືພິມປະຊາຊົນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບແຫ່ງຊາດລາວເຂົ້າຮ່ວມໃນການພົບປະຄັ້ງນີ້.

ຈຸດປະສົງໃນການພົບປະສອງຝ່າຍຄັ້ງນີ້ກໍເພື່ອເປັນການຮັດແໜ້ນການພົວພັນໄມຕີຈິດມິດຕະພາບຂອງສອງຝ່າຍໃຫ້ຫມັ້ນຄົງທະນົງແກ່ນ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານສື່ມວນຊົນ.

ໃນໂອກາດດັ່ງກ່າວ ສະຫາຍ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ນາງ ແອນນາ ເອເທີ ວາລເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະໃນໂອກາດທີ່ມາຢ້ຽມຢາມ ແລະ ພົບປະໃນຄັ້ງນີ້ ພ້ອມທັງລາຍງານສະພາບການພົ້ນເດັ່ນພາຍໃນປະເທດ ແລະ ການເຄື່ອນໄຫວວຽກງານໂຄສະ ນາອົບຮົມ, ວຽກງານສື່ມວນຊົນໃນໄລຍະຜ່ານມາ; ຫຼັງຈາກນັ້ນ ສະຫາຍ ນາງ ແອນນາ ເອເທີ ວາລເດສ ໄດ້ລາຍງານກ່ຽວກັບສະພາບເຫດການທີ່ພົ້ນເດັ່ນພາຍໃນປະເທດກູບາ ແລະ ຜົນງານການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ທິດທາງແຜນການພັດທະນາວຽກ ງານສື່ມວນຊົນໃນຕໍ່ຫນ້າ ເຊິ່ງທັງຫມົດນັ້ນສະຫາຍໄດ້ຊີ້ແຈ້ງໃຫ້ເຫັນເຖິງດ້ານດີ ດ້ານອ່ອນຂໍ້ຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ຫນ້າ ໃຫ້ທາງຝ່າຍຄະນະໂຄສະນາອົບຮົມສູນກາງພັກຊາບ ພ້ອມທັງມີຄໍາເຫັນແລກປ່ຽນຮ່ວມກັບຝ່າຍສື່ມວນຊົນຂອງຄະນະໂຄສະນາອົບຮົມສູນກາງພັກເປັນຕົ້ນຂັ້ນຕອນວິທີການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານ, ວຽກງານສື່ມວນຊົນ, ວຽກງານສື່ອອນລາຍ ຢ່າງກົງໄປກົງມາ; ໃນໂອກາດທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ສະຫາຍຍັງໄດ້ປຶກສາຫາລືໃນການເຊັນສັນຍາຮ່ວມມືກ່ຽວກັບວຽກງານສື່ມວນຊົນຮ່ວມກັບ ແຕ່ລະພາກສ່ວນຂອງສື່ມວນຊົນ ຄອສພ ໃນຕໍ່ຫນ້າອີກດ້ວຍ.