
ໃນຕອນເຊົ້າຂອງ ວັນທີ 25 ມີນາ 2026, ກົມຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານເຕັກໂນໂລຊີ-ຂໍ້ ມູນຂ່າວສານ(ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I (1-2-3)/2026, ທິດທາງແຜນການປະຈໍາໄຕມາດ II (4-5-6)/2026 ທີ່ຫ້ອງປະຊຸມທາງໄກ ຊັ້ນ 4 ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ເຂົ້າຮ່ວມມີ: ຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ຕາງໜ້າບັນດາພະແນກ ຂອງກົມຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ.

ໃນພິທີທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ກ່າວຈຸດປະສົງຂອງກອງປະຊຸມຄັ້ງນີ້່ ເພື່ອຮັບຟັງການສ່ອງແສງລາຍງານສະພາບການເຄື່ອນ ໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ) ປະຈຳໄຕມາດ I (1-2-3)/2026 ແລະ ທິດ ທາງແຜນການປະຈຳໄຕມາດ II (4-5-6)/2026 ແນໃສ່ປັບປຸງ, ພັດທະນາວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງ ຄະນະໂຄ ສະນາອົບຮົມແຂວງທົ່ວປະເທດໃນການເປັນເສນາທິການທາງດ້ານວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາເຜີຍແຜ່ໃຫ້ມີຄວາມສະດວກ, ວ່ອງໄວ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ, ນອກນັ້ນຍັງເປັນການປຶກສາຫາລືແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາຜ່ານ ສື່ເອເລັກໂຕຣນິກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ທາງດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ ແນໃສ່ປັບປຸງພັດທະນາ ວຽກງານເວັບໄຊ ໃຫ້ມີຄຸນນະພາບສູງຂຶ້ນ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງຄະນະຮັບຜິດຊອບວຽກງານເວັບໄຊສ ຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຢ່າງກົງໄປກົງມາ ແລະ ມີເນື້ອໃນເລິກເຊິ່ງ.
ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ສົມປະສົງ ພົງປະເສີດ ກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາ ຄອຮ.ຂ ຍາດມາໄດ້ໃນຕະຫຼອດໄລຍະ 3ເດືອນຜ່ານມາ. ພ້ອມກັນນີ້ທ່ານໄດ້ໃຫ້ຄໍາເຫັນ ແລະ ທິດຊີ້ນໍາຕໍ່ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບເວັບໄຊສ ໃຫ້ພ້ອມກັນເອົາໃຈໃສ່ຕິດຕາມ, ກວດກາຢ່າງສະໝໍ່າສະເໝີ ຕໍ່ກັບການພັດທະນາເວັບໄຊສຂອງຕົນຢ່າງຕໍ່ເນື່ອງ, ສືບຕໍ່ປັບປຸງໂຄງສ້າງບຸກຄະລາກອນ, ໂດຍສະເພາະບາງແຂວງທີ່ຍັງມີຜູ້ຮັບຜິດຊອບເວັບໄຊພຽງຄົນດຽວຕ້ອງໄດ້ຖ່າຍທອດແລກປ່ຽນເຊິ່ງກັນ ແລະ ກັນ; ນອກຈາກນັ້ນ ຈະຕ້ອງໄດ້ຍົກສູງຄຸນນະພາບທາງດ້ານເນື້ອໃນ ແລະ ຮູບແບບວິທີ ການໃນໜ້າກະດານຂ່າວເວັບໄຊສ ເວົ້າລວມ ເວົ້າສະເພາະໃນການໂຄສະນາເຜີຍແຜ່ບັນດາເນື້ອໃນເອກະສານມະຕິ, ຄໍາສັ່ງ, ກົດໝາຍ, ແລະ ຂໍ້ ມູນວັນສໍາຄັນຂອງຊາດ ຂອງພັກໃຫ້ຫຼາກຫຼາຍສີສັນ ເພື່ອສ້າງຄວາມດຶງດູດໃຫ້ກັບຜູ້ເຂົ້າຊົມ; ຄຽງຄູ່ກັນນັ້ນ ຕ້ອງຍົກສູງຄວາມຮູ້, ຄວາມສາ ມາດ ສົ່ງເສີມໃຫ້ບຸກຄະລາກອນພັດທະນາທັກສະດ້ານເຕັກນິກການຕັດຕໍ່ຮູບພາບ ແລະ ວິດີໂອ, ພ້ອມທັງການນໍາໃຊ້ເຕັກໂນໂລຊີໃໝ່ໆ ໃນວຽກງານໂຄສະນາອົບຮົມ ເຊີ່ງຈາກບັນດາເນື້ອໃນດັ່ງກ່າວນັ້ນ ເປັນບົດຮຽນ ແລະ ຂໍ້ສະເໜີ ທີ່ເປັນພື້ນຖານສໍາຄັນໃນການນໍາໄປປັບປຸງແກ້ໄຂ ແລະ ພັດທະນາ ວຽກງານເວັບໄຊສໃນໄລຍະຕໍ່ໜ້າໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ.
