
ໃນຕອນເຊົ້າຂອງວັນທີ 26 ມີນາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງ ຢູ່ຄະນະໂຄສະນາອົບຮົມສູນກາງພັກ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນ ກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຮອງຄະນະໂຄສະ ນາອົບຮົມສູນກາງພັກ, ຫົວຫນ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຈັດຈັ້ງສູນກາງພັກ, ຫົວໜ້າພະແນກ, ຮອງຫົວຫນ້າພະ ແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.

ໃນພິທີ ສະຫາຍ ອານົງສັກ ອິນທະວົງ ຫົວຫນ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງເພື່ອປັງປຸງ ແລະ ສັບຊ້ອນພະນັກງານການນໍາຂັ້ນສູງຂອງພັກ ເຂົ້າໃນໜ້າວຽກງານແຕ່ລະຂົງເຂດວຽກງານຂອງພັກ ຂອງລັດ ແລະ ອົງການນິຕິບັນຍັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການເມືອງແນວຄິດ ເວົ້າລວມ ເວົ້າສະເພາະ ວຽກງານໂຄສະນາອົບຮົມ ແລະ ວຽກງານສື່ມວນຊົນໃຫ້ມີຄວາມເຂັ້ມແຂງກວ່າເກົ່າ, ມີການຫັນປ່ຽນຢ່າງຮອບດ້ານ ແລະ ທັນກັບສະພາບການແຕ່ລະໄລຍະ.


ໃນພິທີດັ່ງກ່າວ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດຂຶ້ນກ່າວສະຫຼູບຜົນງານການເຄື່ອນໄຫວຂອງຕົນໃນໄລຍະ 5 ປີ ຜ່ານມາ.
ຈາກນັ້ນຕາງຫນ້າຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ເຊິ່ງຕົກລົງແຕ່ງຕັ້ງ ສະຫາຍ ວັນສີ ກົວມົວ ກໍາ ມະການສູນກາງພັກ ເປັນຮອງເລຂາຄະນະບໍລິິຫານງານພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜ່ານຄໍາສັ່ງວ່າດ້ວຍການຍົກຍ້າຍ ພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ກົມການເມືອງອອກຄໍາສັ່ງ ຍົກຍ້າຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ ສູນກາງແນວລາວສ້າງຊາດ , ຍົກຍ້າຍ ສະ ຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງຊາດ ແລະ ຍົກຍ້າຍ ສະຫາຍ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ ສະພາແຫ່ງຊາດ.
ໃນໂອກາດທີ່ມີຄວາມໝາຍສາໍຄັນນີ້ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການ ເມືອງສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໃຫ້ກຽດມີຄໍາເຫັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນຕະຫຼອດໄລຍະ 5 ປີ ຜ່ານມາຂອງບັນດາສະຫາຍທີ່ໄປຮັບໜ້າທີ່ໃໝ່ ເຊິ່ງໃນໄລຍະຜ່ານມາບັນດາສະຫາຍໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ໃນການກໍ່ສ້າງບໍາລຸງຖັນແຖວພະນັກ ງານໃນຂົງເຂດວຽກງານໂຄສະນາອົບຮົມດ້ວຍຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາຢ່າງເຂັ້ມແຂງຮອບດ້ານ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍໆດ້ານ, ພ້ອມນັ້ນທ່ານຍັງກ່າວຕື່ມວ່າຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນດາສະຫາຍຕະຫຼອດໄປ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໝ້ນແຟ້ນ, ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ສໍາເລັດເປັນກ້າວໆ ຄຽງຄູ່ກັບການພັດທະນາວຽກງານໂຄ ສະນາອົບຮົມ ແລະ ວຽກງານສື່ມວນຊົນ ໃຫ້ມີຄວາມທັນສະໄໝຢ່າງເລິກເຊິ່ງຮອບດ້ານ ແລະ ແທດເໝາະກັບສະພາບການໃນແຕ່ລະໄລຍະ.

ຫຼັງຈາກນັ້ນ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະບໍລິິຫານງານພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນກ່າວມີຄໍາເຫັນ ແລະ ຮັບຄໍາໂອວາດ ຈາກຂັ້ນເທິງເຊິ່ງທ່ານໄດ້ສະແດງຄວາມຂອບໃຈມາຍັງການນໍາພັກ-ລັດ ແລະ ຕີລາຄາສູງຕໍ່ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ມອບໜ້າທີ່ອັນມີກຽດ ພ້ອມນັ້ນທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊີ້ນຳ-ນຳພາວຽກໂຄສະນາອົບ ຮົມໃຫ້ມີບາດກ້າວອັນ
ໃໝ່ໃຫຍ່ຫຼວງກວ່າເກົ່າ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມເອົາໃຈໃສ່ສູງ, ຄົ້ນຄວ້າແລກປ່ຽນປະ ສົບການ, ແບບແຜນວິທີການນໍາພາ-ວິທີເຮັດວຽກໃຫ້ປະສົບຜົນສໍາເລັດ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ.


