
ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງງານບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569 ຂຶ້ນໃນວັນທີ 9 ເມສາ 2026 ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ-ຄະນະນຳ, ຮອງຄະນະໂຄສະນາອົບຮົມ, ອະດີດການນຳ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍພະນັກງານພາຍໃນ ຄອສພ ແລະ ແຂກຖືກເຊີນ ເຂົ້າຮ່ວມ.






ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ເປັນກຽດຂຶ້ນກ່າວອວຍພອນປີໃໝ່ລາວ ໃຫ້ແກ່ບັນດາຄະນະພັກ-ຄະນະນຳ, ອະດີດການນຳ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍພະນັກງານພາຍໃນ ຄອສພ ແລະ ແຂກຖືກເຊີນທີ່ເຂົ້່າຮ່ວມ ໃຫ້ມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດ ຂອງຕົນ ແລະ ຄອບຄົວ ທຸກປະການໃນຕະຫລອດປີ ພສ 2569 ນີ້. ການຈັດງານໃນຄັ້ງນີ້, ເປັນການຮັກສາຮີດຄອງປະເພນີ ແລະ ຮັກສາມູນເຊື້ອ, ວັດທະນະທຳອັນດີງາມຂອງຊາດລາວ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ເປັນຕົ້ນແມ່ນປະຕິບັດຕາມຮີດ 12 ຄອງ 14 ອອກສູ່ສາຍຕາສາກົນ, ທັງເປັນການເສີມສ້າງ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນ ແລະ ເພື່ອເປັນການຮັບໂຊກຮັບໄຊຕະຫລອດປີໃໝ່.

