
ໃນຕອນບ່າຍ ຂອງວັນທີ 3 ເມສາ 2026, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ເຊິ່ງນໍາໂດຍ ສະຫາຍ ອາເລັກຊານເດີ ຊອຍໂຕບ (H.E.Mr. Alexander Shoitov) ຮອງລັດຖະມົນຕີກະຊວງພັດທະນາດີຈິຕອນ, ສື່ສານ ແລະ ສື່ມວນຊົນ ຂອງສະຫະພັນຣັດເຊຍປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ສະຫາຍ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ຕາງໜ້າຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ ເຂົ້າຮ່ວມ.ໃນໂອກາດດັ່ງກ່າວ, ສະຫາຍ ສາຄອນ ພົມມະລາດ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ສະຫາຍ ອາເລັກຊານເດີ ຊອຍໂຕບ ພ້ອມດ້ວຍຄະນະ ຊຶ່ງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ແລະ ການສືບຕໍ່ຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດລາວ-ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນນັບມື້ກ້າວເຂົ້າສູ່ລວງເລິກ ທີ່ດີຂຶ້ນເລື້ອຍໆ; ສະຫາຍກ່າວຕື່ມວ່າໃນຊຸມປີຕໍ່ໜ້ານີ້ ລັດຖະບານໄດ້ເອົາໃຈໃສ່ໃນການພັດທະນາລັດດິຈິຕອນ, ວຽກງານໃນຂົງເຂດຄວາມປອດໄພທາງໄຊເບີ, ເທັກໂນໂລຊີທີ່ທັນສະໄໝ ແລະ ການນໍາໃຊ້ AI ເຂົ້າໃນໜ້າທີ່ວຽກງານຊຶ່ງມີຄວາມສຳຄັນທີ່ສຸດ. ພ້ອມກັນນັ້ນ, ໃນການສ້າງບຸກຄະລາກອນກໍ່ມີຄວາມສຳຄັນເຊັ່ນກັນ ໂດຍສະເພາະບຸກຄະລະກອນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ສຳລັບພະນັກງານລັດ ທັງສູນກາງ ແລະ ທ້ອງຖິ່ນ.
ຈາກນັ້ນ, ສະຫາຍ ອາເລັກຊານເດີ ຊອຍໂຕບ ຕາງໜ້າຄະນະ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ສາຄອນ ພົມມະລາດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມນັ້ນ ຍັງໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນຕອນທ້າຍ ຂອງການເຂົ້າຢ້ຽມຂໍ່ານັບ, ສະຫາຍ ສາຄອນ ພົມມະລາດ ຍັງໄດ້ອວຍພອນໃຫ້ການເດີນທາງມາເຮັດວຽກຂອງ ສະຫາຍ ອາເລັກຊານເດີ ຊອຍໂຕບ Alexander Shoitov ພ້ອມດ້ວຍຄະນະໄດ້ຮັບຜົນສໍາເລັດຢ່າງຈົບງາມ.
