ຫົວໜ້າກົມໂຄສະນາ ສືບຕໍ່ເຄື່ອນໄຫວວຽກງານຢູ່ແຂວງຊຽງຂວາງ

ຫົວໜ້າກົມໂຄສະນາ ສືບຕໍ່ເຄື່ອນໄຫວວຽກງານຢູ່ແຂວງຊຽງຂວາງ

          ພາຍຫຼັງສໍາເລັດພາລະກິດການເຄື່ອນໄຫວເກັບກໍາຂໍ້ມູນຢູ່ແຂວງຫົວພັນແລ້ວ, ໃນລະຫວ່່າງວັນທີ 15 ຫາ 16 ສິງຫາ 2024 ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມ ພ້ອມທີມງານຈາກກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກເກັບກໍາຂໍ້ມູນ ເພື່ອໂຄສະນາຜ່ານສື່ຕ່າງໆ ເຊັ່ນ: ເພຈ-ເວບໄຊ, ວິທະຍຸ ແລະ ວາລະສານ ເຊິ່ງໄດ້ຮັບການຕ້ອນຮັບຈາກ   ທ່ານ ນາງ ພວງພະຈັນ ມູນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງພ້ອມດ້ວຍຄະນະ ເຊິ່ງທ່ານໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ຕິດກັບວຽກງານກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃນຄວາມຮັບຜິດຊອບຂອງຄະນະໂຄສະນາອົບຮົມແຂວງ ເວົ້າລວມ, ເວົ້າສະເພາະ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ທີ IX ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໃນວັນທີ 8 ສິງຫາ 2024 ທີ່ຜ່ານມາ. ຕະຫຼອດໄລຍະຜ່ານມາ ຄະນະໂຄສະນາອົບຮົມແຂວງຊຽງຂວາງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາຕົ້ນຕໍ ໃນການນໍາພາ-ຊີ້ນໍາ ເພື່ອສອດຫ້ອຍເຂົ້າໃນບັນດາການເຄື່ອນໄຫວວຽກງານ ເປັນຕົ້ນ ການນໍາເອົາເອກະສານທີ່ສໍາຄັນຕ່າງໆຂອງພັກ-ລັດວາງອອກໃນແຕ່ລະໄລຍະ, ກົດລະບຽບຂອງພັກ, ບັນດາມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆຂອງພັກມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ.

ທ່ານຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງ ໃຫ້ຮູ້ອີກວ່າ: ຄະນະໂຄສະນາອົບຮົມແຂວງ ໄດ້ເຄື່ອນໄຫວ ຊຸກຍູ້, ຕິດຕາມ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ບັນດາມະຕິຕ່າງໆ ຂອງພັກນັບທັງຂັ້ນສູນກາງ ແລະ ຂັ້ນແຂວງຢູ່ບັນດາພະແນກການອ້ອມຂ້າງແຂວງ ແລະ ບັນດາເມືອງໄດ້ທັງໝົດ 554 ຈຸດ, ມີຈໍານວນພົນເຂົ້າເຊື່ອມຊຶມທັງໝົດ 58,103 ຄົນ ຍິງ 29,042 ຄົນ ພ້ອມທັງ ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມກອງປະຊຸມ 3 ຂັ້ນຂອງພັກ ລວມທັງໝົດ 130 ຈຸດ, ໄດ້ຮັບການເຊື່ອມຊຶມ 17,282 ຄົນ ຍິງ 7,809 ຄົນ, ເປີດຝຶກອົບຮົມສະມາຊິກພັກໃໝ່ ຂອງຮາກຖານອ້ອມຂ້າງແຂວງໄດ້ 2 ຊຸດ, ເຂົ້າຮ່ວມ 160 ສະຫາຍ ຍິງ 77 ສະຫາຍ, ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ 8 ຊຸດ, ມີຜູ້ເຂົ້າຝຶກ 495 ສະຫາຍ, ຍິງ 248 ສະຫາຍ, ຈັດຝຶກອົບຮົມການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໄດ້ 6 ຊຸດ, ມີສໍາມະນາກອນ 363 ສະຫາຍ ຍິງ 59 ສະຫາຍ, ໄດ້ແຈກຢາຍປື້ມເອກະສານຕ່າງໆ ໄດ້ທັງໝົດ 1,067 ຫົວ, ເອກະສານ 2 ວາລະແຫ່ງຊາດ 2 ຫົວ ແລະ ເອກະສານຄໍາຖາມ-ຄຳຕອບ ຈໍານວນ 78 ຊຸດ ພ້ອມທັງຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນທົ່ວແຂວງໄດ້ 78 ຈຸດ, ມີຜູ້ເຂົ້າຮ່ວມ 3,429 ສະຫາຍ ຍິງ 1,201 ສະຫາຍ.

ໃນຕອນທ້າຍ, ທ່ານ ນາງ ພວງພະຈັນ ມູນທະວົງ ຍັງໃຫ້ຮູ້ເຖິງຄາດໝາຍສູ້ຊົນຕໍ່ໜ້າ ຈະສືບຕໍ່ປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ, ທາງດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນວິທີນໍາພາ, ຍົກສູງຄຸນນະພາບຂອງສະມາຊິກພັກ, ພະນັກງານ, ລັດຖະກອນ ໃນທົ່ວແຂວງ ໂດຍຍຶດໝັ້ນຕາມກົດລະບຽບຂອງພັກ ໃນ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກ; ສືບຕໍ່ເປັນເສນາທິການ ທາງດ້ານວຽກງານດ້ານການເມືອງ-ແນວຄິດ ໃຫ້ແກ່ອົງຄະນະພັກແຂວງ, ສຶກສາອົບຮົມສະມາຊິກພັກ, ພະນັກງານ ໃຫ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ເຄົາລົບກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມອົດທົນພາກພຽນຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

ນອກຈາກເຄື່ອນໄຫວເຮັດວຽກກັບຄະນະພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງແລ້ວຄະນະຈາກສູນກາງຍັງໄດ້ລົງສໍາພາດສະຫາຍຮອງເລຂາພັກແຂວງ ແລະ ສໍາພາດຮອງເຈົ້າເມືອງໆແປກ, ເຈົ້າເມືຶອງໆຄໍາ ແລະ ຮອງເຈົ້າເມືອງໆຄູນ ຕື່ມອີກ.