ກອງປະຊຸມວຽກງານໂຄສະນາອົບຮົມ ທົ່ວປະເທດປະຈຳປີ 2024.

ກອງປະຊຸມວຽກງານໂຄສະນາອົບຮົມ ທົ່ວປະເທດປະຈຳປີ 2024.

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2024 ໄດ້ຈັດຂື້ນໃນວັນທີ 23 ມັງກອນ 2024 ທີ່ຫ້ອງປະຊຸມໃຫຍ່ ຄອສພ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຮອງຫົວໜ້າ ຄອສພ, ບັນດາຄະ​ນະ​ປະ​ຈຳ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນຫຼວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຄະ​ນະ​ພັກ​ກະ​ຊວງ-ອົງ​ການ​ຂອງ​ພັກ-ລັ​ດ, ແນວລາວສ້າງຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ອ້ອມ​ຂ້າງ​ສູນ​ກາງ ແລະ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພາຍໃນຄະນະໂຄສະນາອົບຮົມຂັ້ນສູນກາງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານໂຄສະນາອົບຮົມປະຈຳປີ 2024 ແລະ ທິດທາງເຄື່ອນໄຫວປີ 2025.

ພ້ອມນັ້ນ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຍັງໄດ້ຜ່ານບົດສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມໃນໄລຍະໃໝ່. ເພື່ອ​ກຳ​ນົດ​ທິດ​ທາງ​ໜ້າ​ທີ່​ຈຸດ​ສຸມ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ ໃນ​ປີ 2025 ໃຫ້​ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ແທດ​ຕົວ​ຈິງ ແລະ ສາ​ມາດ​ປະ​ຕິ​ບັດ​ໄດ້ ແລະ ​ໄດ້ຮັບຟັງ ການປະກອບຄຳເຫັນຂອງບັນດາກະຊວງ-ອົງການ ແລະ ຄະນະໂຄສະນາອົບຮົມແຂວງໃນຫົວຂໍ້ຕ່າງໆ ແລະ ການປະກອບຄວາມເຫັນຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ແລະ ບົດສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມໃນໄລຍະໃໝ່ຈາກຜູ້ແທນເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ. ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.