ຄະນະຜູ້ແທນ ຂອງສູນກາງພັກກອມມູນິດຈີນ ເຂົ້າຢ້ຽມຄໍານັບ ແລະ ພົບປະເຮັດວຽກກັບ ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ.


ໃນຕອນເຊົ້າ ຂອງວັນທີ 24 ທັນວາ 2025, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ຄະນະຜູ້ແທນຂອງສູນກາງພັກກອມມູນິດຈີນ ເຊິ່ງນໍາໂດຍ ສະຫາຍ ເຊ້ຍ ຊູນທາວ ກໍາມະການສູນກາງພັກ, ຮອງຫົວໜ້າໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າພົບປະເຮັດວຽກກັບ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າ ຄອສພ ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າ ຄຕພ, ສະຫາຍ ບຸນມີ ຫຼວງປັນຍາ ຮອງຫົວໜ້າ ຄອສພ, ສະຫາຍ ສະເຫຼີມໄຊ ທະທົງສັກ ຫົວ ໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ຄຕພ, ຫົວໜ້າຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ທອນ ພົມທິກອນ ຮອງຫົວໜ້າກົມໂຄສະນາ ຄອສພ, ນອກນັ້ນ ຍັງມີສະຫາຍຂັ້ນພະແນກ ທີ່ກ່ຽວຂ້ອງ ຂອງ ຄອສພ ແລະ ຄຕພ ເຂົ້າຮ່ວມການພົບປະຄັ້ງນີ້.

ໂອກາດດັ່ງກ່າວ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າ ຄອສພ ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ເຊ້ຍ ຊູນທາວ ກໍາມະການສູນກາງພັກ ຮອງຫົວໜ້າໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້; ພ້ອມທັງສະແດງຄວາມຄວາມຊົມເຊີຍ ຕໍ່ ຜົນສໍາເລັດຂອງກອງປະຊຸມຄົບຄະນະ ເທື່ອທີ 4 ສະໄໝທີ XX ຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນໃນທ້າຍເດືອນຕຸລາ 2025 ຜ່ານມາ, ເຊິ່ງໄດ້ຮັບຮອງເອົາຂໍ້ສະເໜີຂອງ ຄະນະກໍາມະການສູນກາງພັກກອມມູນິດຈີນ ກ່ຽວກັບ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” (2026-2030), ບົດຮຽນຂອງພັກ-ລັດຈີນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຫຼາຍສະບັບຜ່ານມາ ລ້ວນແຕ່ເປັນບົດຮຽນອັນລໍ້າຄ່າຕໍ່ການວາງແຜນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງລາວ; ຫຼັງຈາກນັ້ນ ສະຫາຍ ເຊ້ຍ ຊູນທາວ ກໍາມະການສູນກາງພັກ, ຮອງຫົວໜ້າໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ ໄດ້ສະແດງຄໍາຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ພ້ອມທັງລາຍງານສະພາບການທີ່ພົ້ນເດັ່ນ ພາຍໃນພັກ, ລັດ ສປ ຈີນ ໃນໄລຍະຜ່ານມາ ແລະ ທິດທາງແຜນການຍຸດທະສາດໃນຕໍ່ໜ້າ; ການຢ້ຽມຢາມ ແລະ ພົບປະເຮັດວຽກຂອງສອງຝ່າຍຄັ້ງນີ້ ສະແດງໃຫ້ເຫັນເຖິງການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນໃນການຈັດຕັ້ງຜັນຂະຫຍາຍເນຶ້ອໃນຈິດໃຈທີ່ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ເປັນເອ ກະພາບກັນເພື່ອຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂື້ນ.

ໃນໂອກາດ ທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າ ຄອສພ ຍັງໄດ້ລາຍງານສະພາບພົ້ນເດັ່ນພາຍໃນພັກ ປປ ລາວ ແລະ ການປັບປຸງກົງຈັກການຈັດຕັ້ງຢູ່ພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ພາຍຫຼັງໂຮມເອົາວຽກ ງານຖະແຫຼງຂ່າວ ( ສື່ມວນຊົນ) ມາຂຶ້ນກັບ ຄອສພ ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ກ້າວສູ່ລວງເລິກ ໃນທຸກຂົງເຂດວຽກງານ-ຂະແໜງການ ຢ່າງບໍ່ຢຸດຢັ້ງ, ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບທໍາອິດ ໄດ້ຈັດຕັ້ງປະຕິບັດ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ພ້ອມນັ້ນ ສອງຝ່າຍກໍ່ໄດ້ຖອດຖອນບົດຮຽນ ແລະ ວິທີການແກ້ໄຂ ທີ່ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດແຜນແມ່ບົດສະບັບໃໝ່ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ ຕໍ່ສະຫາຍ ເຊ້ຍ ຊູນທາວ ກໍາມະການສູນກາງພັກ, ຮອງຫົວໜ້າໂຮງຮຽນພັກ ຂອງ ສູນກາງພັກກອມມູນິດຈີນ ອີກດ້ວຍ.