ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ
ໃນວັນທີ 12 ມັງກອນ​ 2026​ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ III ໃຫ້ແກ່ສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານຮ່ວມ​ ແລະ​ ໃຫ້ກຽດກ່າວເປີດໂດຍ ສະຫາຍ ນ.​ວິລະວອນ​ ພັນທະວົງ ຄະນະປະຈຳພັກ,​ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,​ ສະຫາຍ​ ນ.​ ບຸນມີ​ ຈຸນລະຈັກ​ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍຫົວໜ້າກົມ, ຮອງຫົວໜ້າກົມ, ທຽບເທົ່າກົມ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ.
ໃນພິທີ ສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານ 3 ເອກະສານຄື: ຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ແກ່ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ; ແຜນການໂຄງການຫຼັກສູດ ແລະ ລະບຽບການຂອງຊຸດຮຽນ ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮ່ວມຝຶກອົບຮົມທິດສະດີການຂັ້ນຕົ້ນ ຊຸດທີ III ລະບົບ 3 ເດືອນຢູ່ຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງມີທັງໝົດ 39ທ່ານ,ຍິງ 20ທ່ານ.
📍ຈຸດປະສົງເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບ ກ່ຽວກັບພື້ນຖານທາງດ້ານທິດສະດີການເມືອງໃຫ້ແກ່ ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດ ສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງເປັນພື້ນຖານ ໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນ ຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ, ຮູ້ນໍາໃຊ້ວິທີວິທະຍາເຂົ້າໃນການນໍາພາ-ຄຸ້ມຄອງ, ວິທີການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ພາຍ ໃນຄະນະໂຄສະນາອົບຮົມສູນກາງພັກ;ເພື່ອເຮັດໃຫ້ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດ ຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄດ້ຮັບການຄົ້ນຄວ້າ, ເຊື່ອມຊຶມເຂົ້າສູ່ວຽກງານຕົວຈິງ, ທັງເປັນ ພື້ນຖານໃຫ້ແກ່ສະມາຊິກພັກ-ພະນັກງານ ໃນການຍົກລະດັບຄວາມຮູ້ກ່ຽວກັບທັດສະນະຂອງພັກ, ນະໂຍບາຍຂອງລັດ ຢ່າງເລິກເຊິ່ງ, ມີຫຼັກໝັ້ນຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດດີ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ;ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຮັບຮູ້ ແລະ ເຂົ້າໃຈຢ່າງ ເລິກເຊິ່ງຕໍ່ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຄະນະໂຄສະນາອົບຮົມສູນກາງພັກ, ຂອງແຕ່ລະກົມ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ວຽກງານໂຄສະນາ, ວຽກງານສື່ສານມວນຊົນ ແລະ ວຽກງານສັງລວມ-ຫາງ ສຽງສັງຄົມ ເພື່ອສາມາດຮັບໃຊ້ໜ້າທີ່ການເມືອງໃຫ້ມີປະສິດທິພາບສູງ.
ໃນໂອກາດທີ່ມີຄວາມຫມາຍ ສໍາຄັນດັ່ງກ່າວ ສະຫາຍ​ ນ.​ວິລະວອນ​ ພັນທະວົງ​ ຄະນະປະຈຳພັກ,​ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະຫາຍ ຄະນະປະຈໍາພັກ, ຄະນະຮັບຜິດຊອບກະກຽມຊຸດຝຶກອົບຮົມທີ່ໄດ້ປະສານສົມທົບກັບ ກົມຄຸ້ມຄອງການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄູອາຈານ ທີ່ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂຶ້ນຢ່າງເປັນທາງການ. ພ້ອມນັ້ນການຮໍ່າຮຽນທິດສະດີການເມືອງຂັ້ນຕົ້ນຊຸດນີ້ ເປົ້າໝາຍເຂົ້າຮຽນເປັນພະນັກງານນຳພາຫຼັກແຫຼ່ງທີ່ນອນຢູ່ໃນແຜນກຳນົດພະນັກງານ-ຄຸ້ມຄອງ ຂອງຄະນະໂຄສະນາອົບຮົມສູນກາງພັກ ດັ່ງນັ້ນນັກຝຶກອົບຮົມຈະໄດ້ຄົ້ນຄວ້າກຳແໜ້ນ ທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍບາຍຂອງພັກ ແລະ ບັນດານິຕິກຳຕ່າງໆ ຂອງສູນກາງພັກເປັນສຳຄັນ ແລະ ຕົ້ນຕໍ. ດ້ວຍໜ້າທີ່ອັນສໍາຄັນດັ່ງກ່າວນັ້ນ, ນັກຄົ້ນຄວ້າຕ້ອງເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ວິເຄາະໄຈ້ແຍກບັນຫາຕ່າງໆ ຂອງຊຸດຝຶກອົບຮົມໃຫ້ເລິກເຊິ່ງ ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ ພ້ອມທັງກ່າວເປີດຊຸດຮຽນທິດສະດີຂັ້ນຕົ້ນຊຸດທີ III ຢ່າງເປັນທາງການ.