
ໃນຕອນເຊົ້າຂອງວັນທີ 18 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ ຄອສພ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ. ໃຫ້ກຽດປາຖະ ກະຖາໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນ ກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ, ກໍາມະບານຮາກຖານບັນດາກົມ, ທຽບເທົ່າກົມ ພ້ອມດ້ວຍສະມາຊິກກໍາມະບານ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຫວນຄືນມູນເຊື້ອແຫ່ງການກໍາເນີດຂອງສະຫະພັນກໍາມະບານລາວ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນລາວ, ໃນວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳມະບານຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນ ຈຸດປະສົງເພື່ອສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກຳມະກອນ-ຊາວຜູ້ອອກແຮງງານ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນຂອງສັງຄົມນິຍົມ; ເຊິ່ງຕະຫຼອດໄລຍະ 70 ປີ ຜ່ານມາ ສະຫະພັນກຳມະບານລາວ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກໄດ້ມອບໝາຍໃຫ້ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະກິດປະຕິວັດຈັດຕັ້ງນໍາພາສະມາຊິກກຳມະ ບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບໃນການອອກແຮງງານ, ປະຕິບັດສິດ ແລະ ພັນທະຂອງຕົນຢ່າງເລິກເຊິ່ງ, ເສີມສ້າງສະຕິເຄົາລົບລະບຽບວິໄນເຂັ້ມງວດ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ມີນໍ້າໃຈຮັບຜິດຊອບ, ຕັ້ງໜ້າເຂົ້າໃນການປະດິດສ້າງໃໝ່ເພື່ອພັດທະນາສີມືແຮງງານ, ຊຸກຍູ້ຂະບວນການແຂ່ງຂັນຂອງກຳມະບານ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຢ່າງເປັນຂະບວນຟົດຟື້ນ ດັ່ງຄໍາຂວັນທີ່ວ່າ “ກໍາມະບານລາວ ເຂັ້ມແຂງ, ທັນ ສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ”.


