
ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໄລຍະ 05 ປີ (2021-2025) ແລະທິດທາງແຜນການ (2026-2030), ໃນວັນທີ 13 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ຊັ້ນ II ຂອງສະພາທິດສະດີສູນກາງພັກ (ຫຼັກ 6) ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນ ຊື່ນຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ການເລືອກຕັ້ງ ສສຊ, ຄັ້ງທີ X ແລະ ສສຂ, ຄັ້ງທີ V ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ.


ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ (ສທພ), ສະຫາຍ ປອ ຄຳມອນ ຈັນທະຈິດ,ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະ ຈຳການສະພາທິດສະດີສູນກາງພັກ, ສະຫາຍ ຮສ. ປອ. ດາວສະຫວັນ ເຄືອມີໄຊ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາສະຫາຍຄະນະປະຈໍາສະພາທິດສະດີສູນກາງພັກ, ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ, ພ້ອມດ້ວຍພະ ນັກງານຫ້ອງການສະພາທິດສະດີສູນກາງພັກ.

ໃນພິທີ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມຊົມເຊີຍບັນດາສະຫາຍຄະນະປະຈຳ ແລະ ບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ສະໄໝທີ III ທີ່ໄດ້ທຸ່ມເທ່ແຮງກາຍ, ສະຕິປັນຍາຂອງຕົນໃນການຄົ້ນຄວ້າທິດສະດີການເມືອງ, ແນວຄິດທິດສະດີຂອງພັກ ແລະຄົ້ນຄວ້າວິທະຍາສາດສັງຄົມ ມີຜົນສໍາເລັດເປັນຢ່າງດີໃນໄລຍະ 5 ປີ ຜ່ານມາ.

ໃນຕະຫຼອດໄລຍະ 5 ປີ ຜ່ານມານີ້, ໂດຍໄດ້ຮັບການນໍາພາ-ຊີ້ນໍາ ຈາກກົມການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ ຢ່າງໃກ້ຊິດເຮັດໃຫ້ວຽກງານທາງດ້ານທິດສະດີມີການພັດທະນາຂຶ້ນເປັນກ້າວໆ ແລະ ບົດບາດຂອງສະພາທິດສະດີໄດ້ຮັບການຍົກສູງຂຶ້ນໃນການເປັນເສນາ ທິການດ້ານທິດສະດີໃຫ້ແກ່ພັກ ສະແດງອອກສະພາທິດສະດີສູນກາງພັກໄດ້ປະຕິບັດສໍາເລັດພາລະກິດອັນໃຫຍ່ຫຼວງທີ່ພັກໄດ້ມອບໝາຍເປັນຕົ້ນການຂຽນໂຄງການການເມືອງ, ສະບັບທີ 3 ຂອງພັກ, ການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ, ການຄົ້ນຄວ້າທິດສະດີ-ພືດຕິກຳ ແລະ ການຈັດກອງປະຊຸມສຳມະນາສອງພັກ ແລະວຽກງານອື່ນໆ… ເຫັນວ່າ: ມີຜົນສຳເລັດສູງ ແລະໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຂັ້ນເທິງໃນຖານະປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ພັກ; ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໂດຍຍຶດໜັ້ນຫຼັກການນຳພາຂອງພັກ, ສອດຄ່ອງກັບລັດຖະທໍາມະນູນ ແລະລະບຽບກົດໝາຍ, ຊຶ່ງເປັນການສະແດງເຖິງສະຕິຕື່ນຕົວທາງດ້ານການເມືອງ ແລະຄວາມຮັບຜິດຊອບສູງຂອງສະພາທິດສະດີສູນກາງພັກ ຕໍ່ກົມການເມືອງສູນກາງພັກ, ຄະ ນະເລຂາທິການສູນກາງພັກ.

ກອງປະຊຸມໄດ້ສຸມໃສ່ບາງບັນຫາ ຄື: ໜຶ່ງ: ໄດ້ຮັບຟັງລາຍງານການສະຫຼຸບຕີລາຄາຜົນການຈັດ ຕັ້ງເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນ ກາງພັກ ໄລຍະປີ 2021-2025 ແລະວາງທິດທາງແຜນການ ໄລຍະປີ 2026-2030; ສອງ: ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ບົດສະຫຼຸບຕີລາ ຄາຜົນການຈັດຕັ້ງເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 05 ປີ ໃນຕໍ່ໜ້າ (2026-2030); ສາມ: ຄົ້ນຄວ້າປະກອບຄວາມເຫັນໃສ່ບັນດານິຕິກໍາຂອງສະພາທິດສະດີສູນກາງພັກ ໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່; ສີ່: ແລກປ່ຽນບົດຮຽນເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່ການເມືອງ ຂອງສະພາທິດສະດີສູນກາງພັກໃນໄລຍະຜ່ານມາ.
ກອງປະຊຸມໄດ້ດຳເນີນເປັນເວລາ 1 ຄາບເຊົ້າດ້ວຍຜົນສໍາເລັດຢ່າງຈົບງາມ, ຜົນຂອງກອງປະຊຸມໄດ້ເປັນພື້ນຖານອັນສໍາຄັນໃນການກໍານົດແຜນງານ ແລະ ທິດທາງການເຄື່ອນໄຫວວຽກງານຂອງສະພາທິດສະດີສູນກາງພັກ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພ້ອມທັງສົ່ງເສີມການປະ ສານງານກັບອົງການພັກ ແລະ ລັດ ຂອງສູນກາງ ແລະ ທ້ອງຖິ່ນລວມທັງການຮ່ວມມືກັບພັກການເມືອງຂອງເພື່ອນມິດຍຸດທະສາດໃນການຄົ້ນຄວ້າທິດສະດີ-ພຶດຕິກໍາ ແລະ ການພັດທະນາວຽກງານໃຫ້ບັນລຸຜົນສໍາເລັດໃໝ່ຍິ່ງຂຶ້ນ.

