ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ນະຄອນໄກສອນ, ແຂວງສະຫວັນນະເຂດ.

ໃນວັນທີ 17-19 ມີນາ 2026 ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ຈໍານວນ 39 ສະຫາຍ, ຍິງ 19 ສະຫາຍ ໄດ້ໄປທັດສະນະສຶກສາ ຢູ່ນະຄອນໄກສອນ, ແຂວງສະຫວັນນະເຂດນໍາພາໂດຍ ຄູອາຈານ ຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຄະນະຮັບຜິດຊອບຊຸດຮຽນ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ການໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມນະຄອນໄກສອນ ໂດຍການໄປທັດສະນະສຶກສາໃນຄັ້ງນີ້ກໍ່ເປັນກິດຈະກຳໜື່ງທີ່ຢູໃນຫຼັກສູດການຮຽນທິດສະດີການເມືອງຂັ້ນຕົ້ນ ໃນການລົງໄປກຳເກັບຂໍ້ມູນ ແລກປ່ຽນບັນດາບົດຮຽນໃນການຈັດຕັ້ງປະຕິບັດວຽກງານເພື່ອມາຖອດຖອນບົດຮຽນ ແລະ ຂຽນບົດລາຍງານ.

ໃນພິທີ ໄດ້ຮັບຟັງການລາຍງານວຽກງານພັດທະນາເສດຖະກິດ-ສັງຄົມ, ວຽກງານການເມືອງແນວຄິດ ແລະ ການເຮັດວຽກງານໂຄສະນາອົບຮົມ ຂອງນະຄອນໄກສອນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ອານຸຊາ ໄກສອນ ຮອງປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ. ຫຼັງຈາກນັ້ນບັນດານັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ແລກປ່ຽນສົນທະນາ, ພ້ອມມີບາງຄວາມຄິດເຫັນເຈາະຈີ້ມ ເປັນຕົ້ນສະພາບການເຄື່ອນໄຫວວຽກງານເສດຖະກິດ-ສັງຄົມ, ວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ ແລະ ການຄຸ້ມຄອງເສດຖະກິດພາຍໃນນະຄອນໄກສອນ.

ພາຍຫຼັງສຳເລັດການພົບປະແລກປ່ຽນ ຄະນະນັກຮຽນໄດ້ເດີນທາງໄປທັດສະນະເກັບກຳຂໍ້ມູນ ແລະ ເຮັດວຽກຢູ່ ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ໂດຍໄດ້ຮັບກຽດຈາກ ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານ ສປປ ລາວ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ນຳພາຢ້ຽມຊົມໂຮງງານ ແລະ ບັນຍາຍໃຫ້ຂໍ້ມູນແກ່ພວກເຮົາ ເຊິ່ງເປັນໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນທີ່ພົ້ນເດັ່ນໃນການຜັນຂະຫຍາຍນະໂຍບາຍສົ່ງເສີມການຜະລິດພາຍໃນໃຫ້ເປັນສິນຄ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດທິດທາງຫັນເປັນອຸດສາຫະກຳ ແລະທັນສະໄໝ ເທື່ອລະກ້າວ ຍຶດຖື ວັດທະນະທໍາທາງດ້ານເຕັກນິກ, ສະເເຫວງຫາເຕັກນິກ ການປະດິດສ້າງນະວັດຕະກຳອັນໃໝ່ ມານໍາໃຊ້ໃນການບໍລິຫານ ການຜະລິດ ການຈໍາໜ່າຍ ແລະ ການບໍລິການ.

ໃນໂອກາດດັ່ງກ່າວ, ກໍ່ໄດ້ໄປທ່ຽວຊົມ ແລະ ກາບໄຫວ້ ຂໍພອນ ພະທາດອີງຮັງ , ພະທາດໂພ່ນ ທີ່ ເປັນສິລະປະ ແລະ ສະຖາປັດຕະຍະກຳທີ່ສວຍງາມທັງເປັນປູຊະນິຍິສະຖານທີ່ສຳຄັນແຫ່ງຫນຶ່ງຢູ່ ສປປ ລາວ . ຫຼັງຈາກນັ້ນ ກໍ່ໄດ້ເດີນທາງກັບສູ່ນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.