ສຸມໃສ່ໂຄສະນາເຜີຍແຜ່ມູນເຊື້ອວັນສໍາຄັນຂອງພັກ-ລັດ ໃຫ້ເຂັ້ມແຂງ

ກອງປະຊຸຸມສະຫຼຸບວຽກງານໂຄສະນາອົບຮົມ ທົ່ວນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2025 ແລະ 3 ເດືອນຕົ້ນປີ 2026 ຈັດຂຶ້ນວັນທີ 23 ມີນາ 2026 ຢູ່ຫ້ອງວ່າການປົກຄອງ ນວ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວຄະນະໂຄສະນາອົບຮົມສູນກາງພັກ ທ່ານ ທະວີໄຊ ເໝົາຊົມພູ ຮອງປະທານຄະນະກຳມະການປົກຄອງ ນວ ພ້ອມດ້ວຍຫົວໜ້າຄະນະໂຄສະນາອົບຮົມ ນວ (ຄອ ນວ) ຫົວໜ້າພະແນກ ອົງການທຽບເທົ່າ ຄະນະໂຄສະນາອົບຮົມເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາສະຫວັນ ໂຄດໄຊ ຫົວໜ້າ ຄອ ນວ ໄດ້ລາຍງານຜົນສໍາເລັດໃນການນໍາພາ-ຊີ້ນໍາ ວຽກງານແຕ່ລະດ້ານ ໃນໄລຍະ 1 ປີຜ່ານມາ ແລະ ແຜນວຽກຈຸດສຸມ 9 ເດືອນທ້າຍປີ 2026 ເປັນຕົ້ນວຽກງານການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະ ຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຄຽງຄູ່ກັບການຜັນຂະຫຍາຍວຽກງານແຕ່ລະດ້ານ ເຂົ້າສູ່ແຜນດໍາເນີນງານໃນກອງປະຊຸມຄົບຄະນະບໍລິຫານງານພັກ ນວ ຄັ້ງທີ 13-14 ຂອງຄະນະບໍລິຫານງານພັກ ນວ ທ້າຍສະໄໝທີ VII ກອງປະຊຸມອົງການປົກຄອງ ນວ ຄັ້ງທີ 44-55 ກໍຄືຂອງອົງການປົກຄອງເມືອງແຕ່ລະໄລຍະ ໄດ້ສຸມໃສ່ໂຄສະນາເຜີຍແຜ່ເລົ່າມູນເຊື້ອວັນສໍາຄັນຂອງຊາດ ຂອງພັກ-ລັດ ໃຫ້ມີຄວາມເຂັ້ມແຂງຂຶ້ນ ໂດຍສະເພາະ ວຽກງານໂຄສະນາຫາສຽງຂອງຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ V ໄດ້ 160 ຄັ້ງ ມີຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງ 31.479 ຄົນ ຍິງ 13.749 ຄົນ ສຸມໃສ່ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9, 10, 11 ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະບໍລິ ຫານງານພັກ ນວ ຄັ້ງທີ 13-14 ສະໄໝທີ VII ໃນທ້າຍສະໄໝ ສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກພັກ ພະນັກງານ ແລະ ປະຊາຊົນເປັນປົກກະຕິ-ຕໍ່ເນື່ອງ ແລະວຽກງານຕິດພັນສໍາຄັນອື່ນໆຂອງພັກ-ລັດ ມີຜົນສໍາເລັດເປັນກ້າວໆ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການສະເໜີ ແລະ ປະກອບຄໍາເຫັນໃນຫົວຂໍ້ຕ່າງໆ ເປັນຕົ້ນຜົນສໍາເລັດການໂຄສະນາວຽກງານການບໍລິການຜ່ານປະຕູດຽວຂອງເມືອງໄຊເສດຖາ ຜົນສໍາເລັດຂອງຂະບວນການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທາງສັງຄົມຜ່ານສື່ມວນຊົນ ຕິດພັນກັບການສົ່ງເສີມການທ່ອງທ່ຽວຂອງ ນວ ການໂຄສະນາປຸກລະດົມສັງຄົມ ເຂົ້າຮ່ວມໃນການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ຂົນສົ່ງ ຢູ່ ນວ ຜົນສໍາເລັດຂອງການໂຄສະນາສ້າງຂະບວນການຊຸກຍູ້ໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ການນໍາພາຂະບວນການປ້ອງກັນຄວາມສະຫງົບລຽບຕາມຊາຍແດນຂອງເມືອງສີສັດຕະນາກ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນຕໍ່ໜ້າ ຈາກທ່ານ ຄຳພັນ ເຜີຍຍະວົງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຫັນໄປຕາມທິດຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ.