ຄະນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຢ້ຽມຢາມ ແລະ ອວຍພອນ ອະດີດການນໍາຂັ້ນສູງ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.


ໃນຕອນບ່າຍຂອງ ວັນທີ 7 ເມສາ 2026 ຄະນະນໍາຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພັນລະຍາ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.


ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້ ໃຫ້ມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນສ່ວນຕົວ ແລະ ຄອບຄົວ, ເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ສະຫາຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ- ຊີ້ນໍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນຕະຫຼອດໄລຍະຜ່ານມາ.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ຄຳພັນ ເຜີຍຍະວົງ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນ ໃນຄັ້ງນີ້, ພ້ອມທັງ ອວຍພອນໄຊໃຫ້ ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ຕະຫຼອດຮອດພະນັກງານຄະນະໂຄສະນາອົບຮົມ ຈົ່ງມີສຸຂະພາບແຮງແຮງ, ມີພະລານາໄມສົມບູນ, ເຮັດສໍາເລັດໜ້າທີ່ການເມືອງຕາມຄາດໝາຍທີ່ວາງໄວ້, ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສຸມທຸກກໍາລັງແຮງ ແລະ ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບ ໝາຍ ແລະ ພ້ອມກັນສືບຕໍ່ໍນໍາພາ-ຊີ້ນໍາວຽກງານໂຄສະນາອົບຮົມໄປສູ່ການຫັນປ່ຽນໃໝ່ຢ່າງເລິກ ເຊິ່ງ ແຂງແຮງ ຮອບດ້ານ.