ພິທີປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳ ຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,
ມີບັນດາສະຫາຍການນຳຂັ້ນສູງ ພັກ-ລັດ ແລະ ຜູ້ຕາງໜ້າບັນດາກະຊວງ, ອົງການທຽບເທົ່າ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບ ຄອສພ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ສະຫາຍ ນາງ ແອນນາ ເອສເທີ ວຽນຕ ວາລເດສ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ ກູບາ ປະຈຳລາວ ໄດ້ຂຶ້ນປາຖະກະຖາ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ວັນທີ 16 ເມສາ 1961 ແມ່ນວັນປະຫວັດສາດທີ່ມີລັກສະນະອັນແທ້ຈິງຂອງສັງຄົມນິຍົມແຫ່ງການປະຕິວັດກູບາ ທີ່ໄດ້ຖືກ ປະກາດສ້າງຕັ້ງຂຶ້ນ ໃນຂະນະທີ່ປະເຊີນກັບການຮຸກຮານຈາກພາຍນອກ. ໄລຍະຕໍ່ມາ, ການຕໍ່ສູ້ທີ່ຫາດ ຊາຍ Playa Girón ກໍໄດ້ຮັບໄຊຊະນະອັນຍິ່ງໃຫຍ່, ໄດ້ເປັນການບັນທຶກໄວ້ໃນໜ້າປະຫວັດສາດ, ອັນ ເປັນຈຸດກຳເນີດຂອງພັກກອມມູນິດກູບາ. ພັກກອມມູນິດ ກູບາ ໄດ້ມີບົດບາດສຳຄັນໃນການສົ່ງເສີມ ແລະ ສ້າງຄວາມສາມັກຄີອັນແໜ້ນແຟ້ນຂອງຊາດກູບາ, ຊົນຊັ້ນກຳມະກອນ ແລະ ນັກປະຕິວັດ ໂດຍໄດ້ຮັບ ການພິສູດຢ່າງຈະແຈ້ງ ຜ່ານຄວາມກ້າຫານ ແລະ ການສະຫຼະອັນສູງສົ່ງຂອງຊົນຊັ້ນກຳມະກອນ ແລະ ຊາວກະສິກອນ, ຜູ້ທີ່ໄດ້ອຸທິດແຮງກາຍ ແລະ ເລືອດເນື້ອເພື່ອປົກປ້ອງອະທິປະໄຕແຫ່ງຊາດ ແລະ ອຸດົມການສັງຄົມນິຍົມ, ພັກກອມມູນິດກູບາ ຍັງສືບຕໍ່ມີບົດບາດເປັນກຳລັງນຳພາຫຼັກຂອງສັງຄົມກູບາ ແລະ ໄດ້ຮັບການສະໜັບສະໜູນອັນແຂງ ແຮງຈາກລັດຖະບານ ແລະ ປະຊາຊົນ, ໄດ້ຊີ້ນໍາ – ນຳພາ ຂະບວນການກໍ່ສ້າງສັງຄົມນິຍົມ ຂອງການປະຕິວັດກູບາ ໃຫ້ກ້າວໜ້າຢ່າງໝັ້ນຄົງ.
ທ່ານທູດຍັງໄດ້ຖືໂອກາດນີ້ສະແດງຄວາມຮູ້ສຶກພາກພູມໃຈຢ່າງຍິ່ງທີ່ໄດ້ຄຽງຂ້າງ ກັບພັກປະຊາຊົນ ປະຕິວັດລາວ ແລະ ສະແດງຄວາມຂອບໃຈອັນສູງສົ່ງ ຕໍ່ ລັດຖະບານ ແຫ່ງ ສປປ ລາວ ສຳລັບ ການສະໜັບສະໜູນຢ່າງໜັກແໜ້ນ ໃນການເສີມຂະຫຍາຍສາຍພົວພັນ ທີ່ມີມູນເຊື້ອມາແຕ່ຍາວນານ ລະຫວ່າງ ສອງພັກ ອັນເປັນແກນກາງຂອງຄວາມສຳພັນທາງການເມືອງ ແລະ ການຮ່ວມມືທະວິພາຄີ ລະຫວ່າງ ສອງປະເທດຂອງພວກເຮົາ.
ໃນຂະນະດຽວກັນ, ທ່ານທູດຍັງໄດ້ຍົກໃຫ້ເຫັນສະພາບການພາຍໃນປະເທດ ຊຶ່ງປະເທດກຳລັງດຳ
ເນີນການຈັດຕັ້ງປະຕິບັດໂຄງການຂອງລັດຖະບານ ທີ່ໃຫ້ຄວາມສຳຄັນຕໍ່ການປັບໂຄງສ້າງ ແລະ ກຳນົດ ຂອບເຂດໃໝ່ຂອງຂະແໜງການທີ່ນໍາໃຊ້ງົບປະມານ ເພື່ອເສີມສ້າງຄວາມຍືດຍຸ່ນໃນການບໍລິຫານ ແລະ ຂະຫຍາຍອຳນາດການຕັດສິນໃຈໃຫ້ແກ່ໜ່ວຍງານຕ່າງໆຢ່າງເໝາະສົມ ໂດຍມີເປົ້າໝາຍໃນການວາງພື້ນ ຖານສຳລັບການປະຕິຮູບຢ່າງຮອບດ້ານ ແລະ ຍົກລະດັບປະສິດທິຜົນໃນການບໍລິຫານດ້ານເສດຖະກິດ ແລະ ສັງຄົມ ພາຍໃນບໍລິບົດສະພາບແວດລ້ອມທີ່ມີຄວາມກົດດັນ ແລະ ມີການເພີ່ມທະວີຄວາມ ເຂັ້ມງວດຂອງມາດຕະການປິດລ້ອມ.
(ຂ່າວ-ພາບ: ສຳນານ)
