ກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026.


ໃນຕອນເຊົ້າວັນທີ 08 ພຶດສະພາ 2026 ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ແລະ ຫົວໜ້າ ຄອສພ ເປັນປະທານກອງປະຊຸມ ພ້ອມດ້ວຍຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາຜູ້ແທນ ແລະ ພະນັກງານບໍານານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ນາງ ຈັນສຸກ ພິມມະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມ ໂດຍເນັ້ນໃສ່ການສະຫຼຸບຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025, ວາງທິດທາງແຜນການປີ 2026, ປະກາດການຈັດຕັ້ງພະນັກງານອອກພັກຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຮອງຫົວໜ້າກົມ ພ້ອມທັງດໍາເນີນການທາບທາມບຸກຄະລາກອນເຂົ້າສະໝັກເປັນຄະນະບໍລິຫານງານພັກ ສະໄໝທີ VI ຂອງອົງຄະນະພັກ ຄອສພ ຮອບທີ 1.
ຈາກນັ້ນ ສະຫາຍ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດສະຫຼຸບຜົນການກໍ່ສ້າງໜ່ວຍພັກປະຈໍາປີ 2025 ແລະ ຜ່ານມະຕິຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ບັນດາໜ່ວຍພັກທີ່ຍາດໄດ້ຜົນສໍາເລັດ. ຂະນະດຽວກັນ ກອງປະຊຸມຍັງໄດ້ປະກາດຂໍ້ຕົກລົງການອະນຸມັດພະນັກງານອອກພັກຮັບອຸດໜູນບໍານານ ແລະ ການແຕ່ງຕັ້ງຂັ້ນຮອງຫົວໜ້າກົມ.


ໃນໂອກາດນີ້ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວຊົມເຊີຍຜົນງານຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ທີ່ໄດ້ບຸກບືນສູ້ຊົນ ສ້າງຄວາມເປັນເອກະພາບພາຍໃນ ແລະ ປະຕິບັດໜ້າທີ່ການເມືອງຢ່າງຕັ້ງໜ້າ ພ້ອມທັງຍ້ອງຍໍພະນັກງານບໍານານທີ່ໄດ້ອຸທິດສະຕິປັນຍາ ແລະ ຄວາມສາມາດໃຫ້ແກ່ວຽກງານຂອງພັກຕະຫຼອດໄລຍະຜ່ານມາ.
ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຈາກ ສະຫາຍ ຄໍາພັນ ເຜີຍຍະວົງ ກ່ຽວກັບການທາບທາມບຸກຄະລາກອນເຂົ້າສະໝັກເປັນຄະນະບໍລິຫານງານພັກ ສະໄໝທີ VI ໂດຍເນັ້ນໃຫ້ບັນດາຜູ້ແທນ ແລະ ຜູ້ມີສິດປ່ອນບັດ ຍົກສູງຄວາມຮັບຜິດຊອບ, ຄັດເລືອກບຸກຄະລາກອນທີ່ມີຄຸນສົມບັດດີ, ມີຄວາມຮູ້ຄວາມສາມາດ, ມີຄວາມຫ້າວຫັນ ແລະ ມີແນວຄິດປະດິດສ້າງ ເພື່ອເຂົ້າຮ່ວມນໍາພາວຽກງານພັກໃນໄລຍະຕໍ່ໜ້າ.