ກອງປະຊຸມ ແນະນໍາວິທີວິທະຍາໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ, ສະໄໝ ທີ XII ພັກປະຊາຊົນ ປະຕິວັດລາວ


ໃນຕອນເຊົ້າວັນທີ 23 ມິຖຸນາ 2026, ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມແນະນໍາວິທີວິທະຍາ ໃນການຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ ຫ້ອງປະຊຸມຊັ້ນ II (ຫຼັກ 6) ສະພາທິດສະດີສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ປອ. ຄຳມອນ ຈັນທະຈິດ, ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈໍາການ, ເຂົ້າຮ່ວມມີ: ບັນດາທ່ານຕາງໜ້າຄະນະຮັບຜິດຊອບກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສ່ື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຂອງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະເຂົ້າໃຈເປັນເອກະພາບ ໃຫ້ແກ່ຄະນະຮັບຜິດຊອບ ແລະພະນັກງານເສນາ ທິການ ກ່ຽວກັບວິທີວິທະຍາ, ຂັ້ນຕອນ, ຫຼັກການ ແລະເຕັກນິກວິຊາການໃນການຄົ້ນຄວ້າ, ຂຽນເນື້ອໃນຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII ໃຫ້ມີເນື້ອໃນເລິກເຊິ່ງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ສາມາດສ່ອງແສງໄດ້ຄົບຖ້ວນທັງພາກທິດສະ ດີ ແລະ ພຶດຕິກຳ, ທັງຮັບປະກັນລັກສະນະວິທະຍາສາດ, ລັກສະນະການເມືອງ ແລະສາມາດນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບສູງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການອະທິບາຍ ແລະແນະນຳຢ່າງລະອຽດ ກ່ຽວກັບໂຄງຮ່າງ, ເນື້ອໃນຈິດໃຈຫຼັກ, ວິທີການເກັບກຳຂໍ້ມູນ, ການວິເຄາະ-ວິໄຈສະພາບການ, ເພື່ອມານຳໃຊ້ເຂົ້າໃນການຮ່າງມະຕິ. ພ້ອມກັນນັ້ນ, ບັນດາຜູ້ແທນກອງປະຊຸມຍັງໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ, ບົນຈິດໃຈບຸກທະລຸ, ແລກປ່ຽນບົດຮຽນຕົວຈິງຢ່າງກົງໄປກົງມາ ເພື່ອເຮັດໃຫ້ການກະກຽມຮ່າງມະຕິດັ່ງກ່າວມີຄວາມສົມບູນຄົບ ຖ້ວນ, ຈະແຈ້ງ ແລະເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ການຊີ້ນຳ-ນຳພາຂອງພັກໃນໄລຍະໃໝ່.


ໃນຕອນທ້າຍ, ທ່ານປະທານກອງປະຊຸມຍັງໄດ້ມີຄຳເຫັນໂອ້ລົມ ແລະເນັ້ນໜັກໃຫ້ຄະນະຮັບ ຜິດຊອບຮ່າງມະຕິຈາກແຕ່ລະກະຊວງ-ອົງການ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາ, ເສີມຂະຫຍາຍປະຊາທິປະໄຕ ພາຍໃນຢ່າງກວ້າງຂວາງ ແລະປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຢ່າງໃກ້ຊິດ ເພື່ອເຮັດໃຫ້ການຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ສໍາເລັດໄປຕາມກໍານົດເວລາ ແລະບັນລຸຄາດໝາຍທີ່ວາງໄວ້ຢ່າງຈົບງາມ. ເຊິ່ງກອງປະຊູມໃນຄັ້ງນີ້ໃຊ້ເວລາ 1 ຕອນ ແລະ ສໍາເລັດດ້ວຍບັນຍາກາດທີ່ຟົດຟື້ນ ແລະມີຄວາມຮັບຜິດຊອບສູງ.

ແຫຼ່ງຂ່າວ: ພະແນກແຜນການ ແລະ ສັງລວມການຄົ້ນຄວ້າ (ຫ້ອງສະພາທິດສະດີສູນກາງພັກ)