ຝຶກອົບຮົມ “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ” ໃຫ້ພະນັກງານນໍາພາ-ຄຸ້ມຄອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ 4 ແຂວງພາກໃຕ້


ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ລົງຈັດຕັ້ງຝຶກອົບຮົມ ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ແຂວງຈໍາປາສັກ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ” ຊຶ່ງມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກໃຕ້ເຂົ້າຮ່ວມ (ແຂວງຈໍາປາສັກ, ແຂວງອັດຕະປື, ແຂວງເຊກອງ ແລະ ແຂວງສາລະວັນ).

ການຝຶກອົບຮົມ ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ບຸນຍົງ ດາວສຸກ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຈໍາປາສັກ ແລະ ເປັນກຽດເຂົ້າຮ່ວມ, ພ້ອມທັງບັນຍາຍເອກະສານຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ; ພ້ອມທັງ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 70 ສະຫາຍ, ຍິງ 22 ສະຫາຍ.
ໃນພິທີດັ່ງກ່າວ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ບັນຍາຍເອກະ ສານ 3 ຫົວຂໍ້ ຄື: 1. ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ-ສະມາຊິກພັກ; 2. ພະນັກງານນໍາພາຄຸ້ມຄອງ ຕ້ອງກໍາແໜ້ນແບບເເຜນນໍາພາ ແລະ ວິທີເຮັດວຽກທີ່ຖືກກັບແນວທາງຂອງພັກ ແລະ ກົດໝາຍຂອງລັດ; 3. ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດເເຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຈຸດປະສົງຂອງການຈັດຝຶກອົບຮົມນີ້ ແມ່ນເພື່ອເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບແບບແຜນວິທີນໍາພາ ແລະ ວິທີເຮັດວຽກ ທີ່ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ເພື່ອເປັນການເພີ່ມທະວີບົດບາດການນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງບໍລິສຸດສັດຊື່; ມີຄວາມສາມັກຄີເປັນປຶກເເຜ່ນ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ; ເປັນເຈົ້າການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.