ກອງປະຊຸມ ຄະນະປະຈໍາ ສະພາທິດສະດີສູນກາງພັກ ຮ່ວມກັບ ຄະນະຮັບຜິດຊອບຮ່າງມະຕິຂອງຊວງ ສຶກສາທິການ ແລະ ກິລາ


ປະຕິບັດຕາມເນື້ອໃນຈິດໃຈແຈ້ງການຂອງຂອງຫ້ອງວ່າການສູນກາງພັກ, ສະບັບເລກທີ 47/ຫສພ, ລົງວັນທີ 20 ເມສາ 2026 ແລະແຜນການຄົ້ນຄວ້າ ແລະຮັບຮອງຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII, ສະບັບເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ໃຫ້ຮັບປະກັນສໍາເລັດທັນຕາມກໍານົດເວລາທີ່ວາງໄວ້.
ໃນຕອນບ່າຍວັນທີ 29 ກໍລະກົດ 2026 ເວລາ 14:00 ໂມງ, ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບຄະນະຮັບຜິດຊອບຮ່າງມະຕິຂອງກະຊວງສຶກສາທິການ ແລະກິລາ ທີ່ຫ້ອງປະຊຸມໃຫຍ່ຊັ້ນ II (ຫຼັກ 6) ຂອງສໍານັກງານສະພາທິດ ສະດີສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານສະພາທິດສະດີສູນກາງພັກ. ເຂົ້າຮ່ວມກອງປະຊຸມປະກອບດ້ວຍຄະນະປະຈໍາ ແລະ ສະມາຊິກຂອງສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງສຶກສາທິການ ແລະກິລາ; ພ້ອມດ້ວຍພະນັກງານຂອງຫ້ອງ ການສະພາທິດສະດີສູນກາງພັກ. ຈຸດປະສົງຂອງການດໍາເນີນກອງປະຊຸມໃນຄັ້ງນີ້ເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງມະຕິ ວ່າດ້ວຍການພັດ  ທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່.

ການຈັດກອງປະຊຸມໃນຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ການກຳນົດແນວທາງຍຸດທະສາດດ້ານການພັດທະນາຊັບພະຍາກອນມະນຸດ, ເພາະວ່າຊັບ ພະຍາກອນມະນຸດເປັນປັດໄຈພື້ນຖານ ແລະ ເປັນກຳລັງຂັບເຄື່ອນທີ່ສຳຄັນທີ່ສຸດໃນການພັດທະນາປະເທດ. ທ່າມກາງການປ່ຽນແປງຢ່າງໄວວາຂອງວິທະຍາສາດ ແລະເຕັກໂນໂລຊີ, ການຫັນເປັນດິຈິຕອນ, ເສດຖະກິດຖານຄວາມຮູ້, ການແຂ່ງ ຂັນດ້ານກຳລັງຄົນ ແລະການເຊື່ອມໂຍງພາກພື້ນ ແລະສາກົນ, ການພັດທະນາຊັບພະຍາກອນມະ ນຸດໃຫ້ມີຄຸນນະພາບສູງ ຈຶ່ງເປັນພາລະກິດຍຸດທະສາດທີ່ຕ້ອງໄດ້ຮັບການເອົາໃຈໃສ່ເປັນພິເສດ.
ເຊິ່ງຕາງໜ້າຄະນະຮັບຜິດຊອບຮ່າງມະຕິໄດ້ນຳສະເໜີລາຍງານກ່ຽວກັບຂະບວນການຄົ້ນ ຄວ້າ, ຮຽບຮຽງ ແລະສ້າງຮ່າງມະຕິ, ພ້ອມທັງໄດ້ວິ ເຄາະສະພາບຕົວຈິງຂອງການພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ. ໃນການລາຍງານໄດ້ຊີ້ໃຫ້ເຫັນຜົນສຳເລັດທີ່ໄດ້ຮັບ ແລະ ຂໍ້ຈຳກັດບາງປະການເຊັ່ນ: ຄຸນນະພາບຂອງກຳລັງຄົນຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ທັກສະດ້ານດິຈິຕອນ, ພາສາຕ່າງປະເທດ, ການຄົ້ນຄິດສ້າງສັນ ແລະນະວັດຕະກຳຍັງບໍ່ທັນຕອບສະໜອງຕໍ່ຄວາມຕ້ອງການຂອງການພັດທະນາໃນໄລຍະໃໝ່.
ກອງປະຊຸມໄດ້ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບ, ສ້າງສັນ ແລະອີງໃສ່ພື້ນຖານວິຊາການ ພ້ອມທັງປະສົບການຈາກການຈັດຕັ້ງປະຕິບັດຕົວຈິງ. ຫຼາຍຄຳເຫັນໄດ້ສະເໜີໃຫ້ຮ່າງມະຕິກຳນົດເປົ້າໝາຍ ແລະຕົວຊີ້ວັດທີ່ຊັດເຈນ, ສາມາດວັດແທກໄດ້ ແລະເຊື່ອມໂຍງກັບແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ. ນອກຈາກນັ້ນ, ຍັງຄວນໃຫ້ຄວາມສຳຄັນຕໍ່ການປະຕິຮູບການສຶກສາ, ການຍົກລະດັບຄຸນນະພາບຄູອາຈານ, ການພັດທະນາການຮຽນຮູ້ຕະຫຼອດຊີວິດ, ການສ້າງກຳລັງຄົນດ້ານວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ, ພ້ອມທັງສ້າງກົນໄກຈູງໃຈໃນການດຶງດູດ ແລະນຳໃຊ້ບຸກຄະລາກອນທີ່ມີຄວາມສາມາດທັງພາຍໃນ ແລະ ຕ່າງປະເທດ.

ການພັດທະນາຊັບພະຍາກອນມະນຸດບໍ່ຄວນສຸມໃສ່ພຽງແຕ່ການເພີ່ມຈຳນວນຜູ້ມີວຸດທິການສຶກສາ ຫຼື ວິຊາຊີບເທົ່ານັ້ນ, ແຕ່ຕ້ອງສ້າງຄົນໃຫ້ມີຄຸນນະທຳ, ຈັນຍາບັນ, ວິໄນ, ຄວາມຮັບ ຜິດຊອບຕໍ່ສັງຄົມ, ຄວາມສາມາດໃນການຄິດວິເຄາະ, ການແກ້ໄຂບັນຫາ, ການເຮັດວຽກຮ່ວມກັນ ແລະ ການປັບຕົວໃຫ້ທັນກັບການປ່ຽນແປງຂອງໂລກຍຸກໃໝ່ ເພື່ອໃຫ້ສາມາດເປັນກຳລັງຫຼັກໃນການຍົກສູງຄວາມສາມາດໃນການແຂ່ງຂັນຂອງປະເທດ.

ກອງປະຊຸມໄດ້ປະກອບຄຳເຫັນຕໍ່ຮ່າງມະຕິດັ່ງກ່າວ ທີ່ມີເນື້ອໃນເປັນປະໂຫຍດ, ໃຫ້ຄະນະຮັບຜິດຊອບນໍາໄປຄົ້ນຄວ້າ ແລະ ປັບປຸງຮ່າງມະຕິໃຫ້ມີຄວາມຮັດກຸມ, ຮອບດ້ານ, ມີພື້ນຖານທາງວິຊາການ ແລະ ມີຄວາມເປັນໄປໄດ້ສູງໃນການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ ໄດ້ເນັ້ນໃຫ້ກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃຫ້ຊັດເຈນ ຄວບຄູ່ກັບກົນໄກຕິດຕາມ, ກວດກາ ແລະ ປະເມີນຜົນ ເພື່ອສາມາດນໍາໄປປະຕິບັດບັນລຸຜົນຢ່າງເປັນຮູບປະທຳ, ເພື່ອຮອງຮັບການພັດທະນາປະເທດຢ່າງຍືນຍົງ, ມີຄວາມສາມາດແຂ່ງຂັນ ແລະ ສອດຄ່ອງກັບທິດທາງການພັດທະນາໃນຍຸກໃໝ່.
ໃນຕອນທ້າຍປະທານກອງປະຊຸຸມໄດ້ເນັ້ນໜັກວ່າ ບັນດາຄຳເຫັນຂອງສະພາທິດສະດີສູນກາງພັກ ແມ່ນມີເນື້ອໃນທີ່ເລິກເຊິ່ງ, ອີງໃສ່ແນວທາງຂອງພັກ, ຫຼັກການ, ພຶດຕິກຳຕົວຈິງ. ບັນດາຄຳເຫັນດັ່ງກ່າວຈະເປັນຂໍ້ມູນສຳຄັນໃຫ້ຄະນະຮ່າງມະຕິນຳໄປສັງລວມ, ຄົ້ນຄວ້າ ແລະ ປັບປຸງຮ່າງມະຕິໃຫ້ມີຄວາມສົມບູນຍິ່ງຂຶ້ນ ເພື່ອເຮັດໃຫ້ຮ່າງມະຕິດັ່ງກ່າວ ໄດ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ່ ຢ່າງມີຄຸນນະພາບສູງ. ກອງປະຊູມໃນຄັ້ງນີ້ໃຊ້ເວລາ 01 ຕອນດ້ວຍບັນຍາກາດທີ່ຟົດຟື້ນ, ມີຄວາມຮັບຜິດຊອບສູງ ແລະປະສົບຜົນສໍາເລັດຢ່າງຈົບງາມ.

ແຫຼ່ງຂ່າວ: ພະແນກແຜນການ ແລະ ສັງລວມການຄົ້ນຄວ້າ (ຫ້ອງສະພາທິດສະດີສູນກາງພັກ)