ສຳເລັດການປັນຍາຍເອກະສານຫົວຂໍ້ “ວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ” ໃຫ້ພະນັກງານນຳພາ, ຄຸ້ມຄ້ອງ ທະນາຄານການຕ່າງປະເທດມະຫາຊົນ ຢູ່ 4 ແຂວງພາກກາງ

 

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ລົງຈັດຕັ້ງຝຶກອົບຮົມ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ແຂວງສະຫວັນນະເຂດ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງ ພັກ-ລັດ” ຊຶ່ງມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກກາງເຂົ້າຮ່ວມ (ແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ).
ການຝຶກອົບຮົມ ໄດ້ຈັດຂຶ້ນໃນວັນທີ 01 ສິງຫາ 2026 ຢູ່ທີ່ຫ້ອງ ປະຊຸມ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ BCEL ສາຂາ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງສະຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL (ສໍານັກງານໃຫຍ່); ເປັນກຽດເຂົ້າຮ່ວມ, ພ້ອມທັງບັນຍາຍເອກະສານ ຂອງທ່ານ ຄໍາກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ; ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 82 ສະຫາຍ, ຍິງ 22 ສະຫາຍ.

ໃນພິທີດັ່ງກ່າວ ທ່ານ ຄໍາກອງ ທຳມະເທວາ ກຳມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ບັນຍາຍ ເອກະສານ 3 ຫົວຂໍ້ ຄື: 1. ຄຸນທາດການເມືອງ ແລະ ຄຸນສົມບັດ ສິນທຳປະຕິວັດ ຂອງພະນັກງານ-ສະມາຊິກພັກ; 2. ພະນັກງານນໍາ ພາຄຸ້ມຄອງ ຕ້ອງກຳ ແໜ້ນແບບເເຜນນໍາພາ ແລະ ວິທີເຮັດວຽກທີ່ ຖືກກັບແນວທາງຂອງພັກ ແລະ ກົດໝາຍຂອງລັດ; 3. ສັງຄົມ ສາມັກຄີປອງດອງ ແມ່ນບໍ່ເກີດເເຫ່ງກຳລັງແຮງຂອງການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ. ຈຸດປະສົງຂອງການຈັດຝຶກ ອົບຮົມນີ້ ແມ່ນເພື່ອເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບແບບແຜນວິທີນຳພາ ແລະ ວິທີເຮັດວຽກ ທີ່ ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ເພື່ອເປັນການ ເພີ່ມທະວີບົດບາດການນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຢ່າງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການ ສັງ ຄົມນິຍົມ, ປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງບໍລິສຸດສັດຊື່; ມີຄວາມສາມັກຄີເປັນປຶກເເຜ່ນ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາ ຂອງພັກ; ເປັນເຈົ້າການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

 

ພາບ, ຂ່າວ: ກົມອົບຮົມ