ສະພາທິດສະດີສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ.


ໃນຕອນບ່າຍຂອງວັນທີ 4 ກໍລະກົດ 2026 ທີ່ ສະພາທິດສະດີສູນກາງພັກ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຮສ ປອ ດວານ ມິງ ຮັວນ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນມາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.


ໃນບັນຍາກາດອັນອົບອຸ່ນ ແລະ ມິດຕະພາບທີ່ດີ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານທິດສະດີສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຄະນະຜູ້ແທນ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ສສ ຫວຽດນາມ ເຊິ່ງໃນທ່າມກາງບັນຍາກາດທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກຳລັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນເຂົ້າສູ່ຕົວຈິງ. ພິເສດແມ່ນຢູ່ໃນໄລຍະທີ່ ສປປ ລາວ ໄດ້ມີການຈັດຕັ້ງການເຊື່ອມຊຶມເລົ່າມູນເຊື້ອສອງວັນປະຫວັດ ສາດ ເຊັ່ນ: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 64 ປີ ແລະ ວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວຫວຽດ ນາມ ຄົບຮອບ 49 ປີ ຢ່າງເປັນຂະບວນການຟົດຟື້ນ. ພ້ອມນີ້ ທັງສອງຝ່າຍຍັງໄດ້ກະກຽມຄວາມພ້ອມໃນການປະສານສົມທົບກັນ ເພື່ອກະກຽມໃຫ້ແກ່ການຈັດຕັ້ງພິທີສະເຫຼີມສອງວັນປະຫວັດສາດດັ່ງກ່າວ ໃນປີຕໍ່ໜ້ານີ້. ຈາກນັ້ນ ສະຫາຍ ຮສ ປອ ດວານ ມິງ ຮັວນ ໄດ້ກ່າວສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ຄັ້ງນີ້ທີ່ເຕັມໄປດ້ວຍຄວາມໝາຍສໍາຄັນ ພ້ອມທັງລາຍງານຜົນສໍາເລັດໃນການຮ່ວມມືສອງຝ່າຍຂອງສອງພັກ ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຂອງ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ.
ໃນໂອກາດນີ້ ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ລາຍງານໃຫ້ຝ່າຍຄະນະຜູ້ແທນຫວຽດນາມຊາບກ່ຽວກັບຜົນສໍາເລັດອັນສໍາຄັນຂອງ ພັກປະຊາ ຊົນ ປະຕິວັດລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນສໍາເລັດກອງປະຊຸມໃຫຍ່ທົ່ວປະເທໃນຕົ້ນປີ 2026 ແລະ ກໍໄດ້ສໍາເລັດກອງປະຊຸມວຽກງານຈັດ ຕັ້ງທົ່ວປະເທດຄັ້ງທີ 12, ວຽກງານກວດກາພັກ ຄັ້ງທີ 6, ວຽກງານສື່ມວນຊົນຄັ້ງທີ 1 ແລະ ສຳເລັດການຈັດຕັ້ງກອງປະຊຸມອົງຄະນະພັກໃນຂົງເຂດການເມືອງຈຳນວນໜຶ່ງ. ເຊິ່ງໃນປະຈຸບັນແມ່ນຢູ່ໃນໄລຍະເລີ່ມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XII ຂອງພັກ ແລະ ກໍາລັງສຸມໃສ່ວຽກງານສໍາຄັນຂອງພັກເປັນຕົ້ນແມ່ນການຄົ້ນຄວ້າ, ອອກມະຕິສໍາຄັນຂອງຄະນະບໍລິຫານງານສູນກາງພັກສະ ໄໝທີ XII ຂອງພັກລວມມີ 12 ມະຕິ, ສໍາເລັດການຮັບຮອງມະຕິ ຂອງຄະນະບໍລິຫານງານສູນກາງພັກ “ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່” ແລະ ຍັງຈະສືບຕໍ່ຄົ້ນຄວ້າ ແລະ ອອກມະຕິ 11 ສະບັບຕື່ມ ທີ່ມີເນື້ອໃນປິ່ນອ້ອມການຊີ້ນໍາ-ນໍາພາຂອງພັກໃນຂົງເຂດບູລິມະສິດ ແລະ ມີລັກສະນະບຸກທະລຸ; ສໍາລັບການພົວພັນຮ່ວມມື ລະຫວ່າງ ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ແລະ ສະພາທິດສະດີພັກປະຊາຊົນປະຕິວັດລາວ ພວກເຮົາໄດ້ຈັດຕັ້ງປະຕິບັດ ຕາມບົດບັນທຶກການຮ່ວມມືຢ່າງມີຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະການຈັດຕັ້ງຜັດ ປ່ຽນກັນເປັນເຈົ້າພາບໃນການດໍາເນີນກອງ ປະຊຸມ ສອງພັກ ລາວ-ຫວຽດນາມ, ການແລກປ່ຽນບົດຮຽນດ້ານທິດສະດີ ແລະພຶດຕິກຳກ່ຽວກັບບັນ ຫາຕ່າງໆ ເຊິ່ງໄດ້ກາຍ ເປັນພື້ນຖານ, ບ່ອນອີງສໍາຄັນໃຫ້ແກ່ການປັບປຸງບູລະນະແນວທາງນະໂຍບາຍ ຂອງພັກ. ບັນດາໝາກຜົນໃນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສອງຝ່າຍໄດ້ມີປະສິດທິຜົນ ແລະບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້.


ໃນນັ້ນ ສໍາມະນາທິດສະດີສອງພັກຄັ້ງ ທີ XIII ທີ່ລາວເປັນເຈົ້າພາບໃນປີ 2026 ນີ້ໂດຍພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມໂຍງ ເຊື່ອມຈອດພາກພື້ນ ແລະ ສາກົນ ໃຫ້ເຂົ້າສູ່ລວງເລິກບົດຮຽນລາວ, ຫວຽດນາມ” ເຊິ່ງເປັນ ຫົວຂໍ້ສໍາຄັນ ແລະ ສອດຄ່ອງກັບເງື່ອນໄຂພັດທະນາຂອງສອງປະເທດ. ທີ່ຈະຈັດຂຶ້ນທີ່ແຂວງ ອຸດົມໄຊ ໃນໄຕມາດທີ 4 ຂອງປີ 2026.
ໃນຕອນທ້າຍພິທີ ສະຫາຍ ກິແກ້ວ ໄຂຄໍາພິທູນ ຕາງໜ້າໃຫ້ສະພາທິດສະດີສູນກາງພັກ ໄດ້ສະແດງຄວາມເຊື່ອ ໝັ້ນວ່າ ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງສະຫາຍໃນຄັ້ງນີ້ ຈະປະສົບຜົນສໍາເລັດຢ່າງຈົບງາມ, ທັງເປັນການປະກອບສ່ວນອັນສໍາ ຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເປັນຫຸ້ນສ່ວນຍຸດທະ ສາດລາວ-ຫວຽດນາມ, ຫວຽດ ນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ.