ຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນຊາດ ສສ ຫວຽດນາມ

        ໃນຕອນເຊົ້າວັນທີ 27 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ນຳເອົາກະຕ່າດອກໄມ້ ໄປອວຍພອນສະຖານທູດຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດ ຄົບຮອບ 81 ປີ (2/9/1945-2/9/2026) ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໃຫ້ການຕ້ອນຮັບ ຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ໂອກາດດັ່ງກ່າວ, ສະຫາຍ ວັນສີ ກົວມົວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາດໄດ້ຜົນງານອັນໃຫຍ່ຫຼວງຕະຫຼອດໄລຍະ 81 ປີຜ່ານມາ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນ ມິງ ເຕິມ ທີ່ເປັນຂົວຕໍ່ສຳຄັນໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮອບມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ເວົ້າລວມ ເວົ້າສະເພາະ ໃນຂົງເຂດວຽກງານໂຄສະນາອົບຮົມສູນກາງພັກ ຂອງສອງປະເທດ ໄດ້ມີການພົວພັນຮ່ວມມືກັນລົງເລິກ ແລະ ມີໝາກຜົນດີຂຶ້ນເປັນກ້າວໆ, ພ້ອມນີິ້, ຍັງໄດ້ຖືເອົາໂອກາດດັ່ງກ່າວ ອວຍພອນໃຫ້ທ່ານທູດ ພ້ອມດ້ວຍພະນັກງານພາຍໃນສະຖານທູດ ຈົ່ງມີສຸກຂະພາບແຂງ ແຮງ, ມີພາລະນະໄມທີ່ສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.
        ສະຫາຍ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ ຄະນະພັກ, ຄະນະນຳ ຂອງ ຄະນະໂຄສະນາອົບຮົມສູນກາງພັກ ທີ່ ມາອວຍພອນ ເນື່ອງໃນໂອກາດລະນຶກ ຄົບຮອບ 81 ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຄັ້ງນີ້ ສະແດງເຖິງເປັນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮອບມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມອ້າຍນ້ອງ ທີ່ມີມູນເຊື່ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ໃນຂະນະດຽວກັນ ສະຫາຍ ຫງວຽນ ມິງ ເຕິມ ຍັງໄດ້ລາຍໃຫ້ຮູ້ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວຂອງຫວຽດນາມຕະຫຼອດໃນໄລຍະ 81 ປີຜ່ານ, ໃນນັ້ນ, ໄດ້ຍົກໃຫ້ເຫັນການພົວພັນຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ ຊຶ່ງຕະຫຼອດທີ່ຜ່ານມາ ສອງປະເທດໄດ້ມີການພົວພັນຮ່ວມມືກັນຢ່າງສະນິດແໜ້ນ ແລະ ລົງເລິກໃນຫຼາຍຂົງເຂດວຽກງານ ແລະ ມີຜົນສຳດເລັດເປັນກ້າວໆ.
       ຕ້ອນທ້າຍ ສະຫາຍ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຂອບໃຈ ແລະ ຈິງໃຈເປັນຢ່າງສູງຕໍ່ ຄະພັກ, ຄະນະນຳ ຂອງ ຄອສພ ທີ່ມາອອຍພອນ ໃນວັນສຳຄັນ ຂອງ ສສ ຫວຽດນາມ ແລະ ໄດ້ອວຍ ພອນໃຫ້ຄະນະ ຈົ່ງມີສຸກຂະພາບແຂງ, ມີຜົນສຳເລັດໃນໜ້ທີ່ວຽກງານທຸກປະການ ແລະ ອວຍພອນ ໃຫ້ສາຍພົວພັນຮ່ວມມື ລະຫວ່າງ ຫວຽດນາມ-ລາວ, ລາວ – ຫວຽດນາມ ຈົ່ງໝັ້ນຄົງຖະນົງແກ່ນຊົ່ວກາລະນານ.]
(ຂ່າວ-ພາບ: ສຳນານ)